ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິສຣາແອລ ຍິນດີນໍາ ສັນຍານ ຈາກ ສັນນິບາດ ອາຣັບ (ເບິ່ງວີດີໂອ)


ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ວ່າ​ ຄະນະ​ຜູ້ ຕາງໜ້າຂອງ​ທ່ານ ຕ່າງ​ກໍເຫັນ​ດີ​ກ່ຽວ​ກັບ​ການ​ແລກ​ປ່ຽນ​ທີ່​ດິນ ກັບສັນຕິພາບ.
ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ວ່າ​ ຄະນະ​ຜູ້ ຕາງໜ້າຂອງ​ທ່ານ ຕ່າງ​ກໍເຫັນ​ດີ​ກ່ຽວ​ກັບ​ການ​ແລກ​ປ່ຽນ​ທີ່​ດິນ ກັບສັນຕິພາບ.
ອິສຣາ​ແອລ ຍິນ​ດີຕ້ອນຮັບ ​ສັນຍານ​ຈາກບັນດາ​ປະ​ເທດສັນນິ
ບາດ​ອາຣັບ ທີ່​ໃຫ້ການ​ສະໜັບສະໜຸນ​ຕໍ່ແນວ​ຄິດ ກ່ຽວ​ກັບການ
ໃຊ້​ທີ່​ດິນ​ເພື່ອ​ແລກປ່ຽນການ​ເຈລະ​ຈາ​ຊາຍ​ແດນລະຫວ່າງອິສຣາ
ແອ​ລ​ແລະປາ​ແລ​ສ​ຕາຍ ​ໃນ​ອະນາຄົດ.

ນາຍົກລັດຖະມົນຕີກາ​ຕ້າ Sheik Hamad Bin Jassem Al
Thani ກ່າວ​ຫລັງຈາກ​ປະ​ຊຸມ​ໃນ​ວັນ​ຈັນ​ວານ​ນີ້ ​ລະຫວ່າງ​ບັນ
ດາ​ເຈົ້າ​ໜ້າ​ທີ່ສັນນິບາດ​ອາຣັບ ​ແລະ​ລັດຖະມົນຕີ​ຕ່າງປະ​ເທດ
ສະຫະລັດ ທ່ານ John Kerry ​ວ່າ​ ຄະນະ​ຜູ້ ຕາງໜ້າຂອງ​
ທ່ານ ຕ່າງ​ກໍເຫັນ​ດີ​ກ່ຽວ​ກັບ​ການ​ແລກ​ປ່ຽນ​ທີ່​ດິນທີ່​ສາມາດ
“ປຽບ ທຽບ” ກັນ​ໄດ້ ​ແລະມີ​ຂໍ້ແຕກ​ຕ່າງ “​ເລັກ​ນ້ອຍ”.

ລັດຖະມົນຕີ​ຍຸຕິ​ທໍາ ອິສຣາ​ແອ​ລ ທ່ານ​ນາງ Tzipi Livni ກ່າວ
​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ການແລກປ່ຽນ​ດັ່ງກ່າວ ອາດ​ອຳນວຍ
​ໃຫ້ຊາວ​ປາ​ແລ​ສຕາຍ “​ດຳ​ເນີນ​ການ​ໃນ ສິ່ງ​ທີ່​ຈຳ​ເປັນ​ເພື່ອປະ
ນີປະນອມກັນ”ສຳລັບ​ສ້າງ​ຄວາມຄືບ​ໜ້າ​ ໃຫ້​ແກ່ການເຈ​ລະ​ຈາ.
ທ່ານ​ນາງ​ຍັງ​ກ່າວ​ວ່າ ຄໍາ​ຖະ​ແຫລ​ງ​ດັ່ງກ່າວ ຍັງ​ເປັນ​ການ​ເຕືອນ
​ຕໍ່ປະຊາຊົນ​ອິສຣາ​ແອ​ລວ່າ ຂັ້ນ​ຕອນ​ການ​ເຈລະຈາ​ສັນຕິພາບບໍ່​ພໍ​ພຽງ​ແຕ່ເປີດການເຈ
ລະຈາ​ກັບຊາວ​ປາ​ແລ​ສຕາຍທໍ່​ນັ້ນ ​ແຕ່​ຍັງ​ຮວມທັງ​ຂົງ​ເຂດ​ທີ່​ກວ້າງຂວາງ​ນຳ​ດ້ວຍ.

ຄໍາຖະ​ແຫຼງ​ຂອງນາຍົກກາ​ຕ້າ ປະກົດ​ວ່າ ​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ປ່ຽນ​ແປ​ງ
ທ່າ​ທີ​ຂອງ​ສັນນິບາດ​ອາຣັບ ທີ່​ໄດ້​ມີ​ມາເປັນ​ເວລາ​ນຶ່ງ​ທົດ​ສະ​ວັດ​ກ່ຽວ​ກັບ​ຂໍ້​ສະ ​ເໜີ​ຕໍ່ອິສ
ລາ​ແອ​ລ. ຂໍ້​ລິ​ເລີ້ມດັ່ງກ່າວໄດ້​ຮຽກຮ້ອງ​ໃຫ້ອິສຣາ​ແອລ ຖອນ​ອອກຈາກ​ທີ່​ດິນທັງ​ໝົດ ທີ່
ອິສຣາ​ແອ​ລຢຶດຄອງ ​ໃນສົງຄາມພາກ​ຕາ​ເວັນ​ອອກ​ກາງປີ 1967 ​ແລະ​ສົ່ງ​ຄືນ​ ​ແລະ​ກັບ​
ຄືນ​ໄປ​ສູ່​ການ​ມີ​ເຂດ​ຊາຍ​ແດນ​ກ່ອນ​ປີ 1967 ​ເພື່ອເປັນ​ການ ປ່ຽນ​ກັບ​ສັນຕິພາບ​ໂດຍ​
ເຕັມກັບບັນດາ​ປະ​ເທດສະມາຊິກສັນນິບາດ​ອາຣັບທັງ​ໝົດ. ​

US Israel
please wait
Embed

No media source currently available

0:00 0:02:01 0:00
XS
SM
MD
LG