ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Sessions ປະກາດ ທີ່ຈະນຳເອົາ ດຳລັດ ປ. ທຣໍາ ຂຶ້ນສານສູງສຸດ


ຫລາຍຮ້ອຍຄົນພາກັນເດີນຂະບວນ ຜ່ານປະຕູ ມະຫາວິທະຍາໄລ Harvard ໃນຂະນະທີ່ມີການປະທ້ວງ ຕໍ່ຕ້ານການຫ້າມເດີນທາງ ເຂົ້າມາສະຫະລັດຂອງຊາວມຸສລິມ.
ຫລາຍຮ້ອຍຄົນພາກັນເດີນຂະບວນ ຜ່ານປະຕູ ມະຫາວິທະຍາໄລ Harvard ໃນຂະນະທີ່ມີການປະທ້ວງ ຕໍ່ຕ້ານການຫ້າມເດີນທາງ ເຂົ້າມາສະຫະລັດຂອງຊາວມຸສລິມ.

ລັດຖະມົນຕີ​ກະຊວງຍຸຕິ​ທຳສະຫະລັດ ທ່ານ Jeff Sessions ກ່າວ​ວ່າ ທ່ານ​ຈະ​ຂໍຮ້ອງ​
ໃຫ້ສານ​ສູ​ງສຸດ ​ທົບ​ທວນ​ເບິ່ງກາ​ນຕັດສິນຂອງສານ​ອຸທອນ ທີ່​ກີດ​ກັ້ນ ດຳລັດ​ຂອງປະ
ທາ​ນາ​ທິບໍດີດໍ​ໂນ​ລ ທຣໍາ ​ຊຶ່ງສັ່ງ​ໃຫ້​ຈຳກັດ​ການ​ເດີນທາງ​ຜູ້​ຄົນຈາກ​ຫົກ​ປະ​ເທດ ທີ່ສ່ວນ
​ໃຫຍ່​ເປັນ​ຊາວ​ມຸສລິ​ມ.

ທ່ານ Sessions ​ໄດ້​ອອກ​ຖະ​ແຫຼ​ງການ​ ໃນ​ວັນ​ພະຫັດ​ວານ​ນີ້ ກ່າວ​ວ່າ “ດຳລັດ​ຂອງ​ປະທານາທິບໍດີ​ທຣໍາ ​ແມ່ນຢູ່​ພາຍໃນຂອບເຂດທາງ​ກົດໝາຍ​ຂອງອຳນາດ​ທ່ານທີ່ຈະ
​ຮັກສາ​ປະ​ເທດ​ຊາດໃຫ້ມີ​ຄວາມ​ປອດ​ໄພ.”

ທ່ານກ່າວ​ຕໍ່​ໄປ​ວ່າ “ກະຊວງ​ຍຸຕິ​ທຳ​ບໍ່​ເຫັນ​ພ້ອມ​ຢ່າງ​ແຮງ​ຕໍ່​ການ​ຕັດສິນ​ຂອງ​ສານ​ທີ່​ມີ
​ການ​ແບ່ງ​ແຍກ ​ຊຶ່ງ​ໄດ້​ຂັດຂວາງ ​ຄວາມ​ພະຍາຍາມ​ຂອງ​ປະທານາທິບໍດີ ​ໃນ​ການ​ເພີ້​ມ
ປະສິດ​ທິພາ​ບ​ໃນ​ການ​ຮັກສາຄວາມ​ປອດ​ໄພ​ຂອງ​ປະ​ເທດ. ປະທານາທິ ບໍດີ​ບໍ່ຈຳ​ເປັນ​
ທີ່ຕ້ອງ​ຮັບ​ເອົາຜູ້​ຄົນ​ ມາ​ຈາກ​ບັນດາ​ປະ​ເທດ ​ທີ່ໃຫ້ການ​ສະໜັບສະ ໜູນ ຫລືໃຫ້ບ່ອນ
ຢູ່​ອາ​ໄສ​ແກ່​ພວກ​ກໍ່​ການ​ຮ້າຍ ຈົນ​ກວ່າ​ທ່ານ​ພິຈາລະນາເຫັນວ່າ ​ເຂົາ​ເຈົ້າ​ສາມາດ​ໄດ້​
ຮັບກວດ​ສອບ​ຢ່າງ​ເໝາະ​ສົມ​ແລະ​ບໍ່​ມີ​ຄວາມສ່ຽງ​ໃນ​ການ​ເປັນໄພ​ຂົ່ມຂູ່​ຕໍ່​ຄວາມ​ປອດ
ໄພ​ຂອງສະຫະລັດ.”

ທ່ານ​ໄດ້​ສະຫລຸບ​ຖະ​ແຫລ​ງການ ​ດ້ວຍການ​ໃຫ້​ສັນຍາ​ວ່າ ​ຈະຂໍ​ໃຫ້​ສານ​ສູງ​ສຸດ​ທົບ​
ທວນເບິ່ງ​ການ​ຕັດສິນດັ່ງກ່າວ.

ທ່ານ Sessions ​ໄດ້​ຕອບ​ໂຕ້​ຕໍ່ການ​ຕັດສິນ​ກ່ອນ​ໜ້ານັ້ນ​ຂອງ​ສານ​ອຸທອນລັດຖະບານ
​ກາງ​ທີ່ນະຄອນ Richmond ລັດ Virginia.

​ໃນ​ການ​ຕັດສິນໃນ​ວັນ​ພະຫັດ​ວານ​ນີ້ ສານ​ອຸທອນເຂດ​ສີ່ ກ່າວ​ວ່າ ດຳລັດ​ສະບັບ​ນີ້​ກໍ​ເທົ່າ
​ກັບ​ເປັນ​ການ​ຫ້າມ​ຊາວ​ມຸສລິ​ມ. ບັນດາ​ຜູ້​ພິພາກສາ​ສານ​ອຸທອນ ກ່າວ​ຢູ່​ໃນຄຳ​ຕັດສິນ​ທີ່
ມີທັງ​ໝົດ​ 205 ໜ້າ​ນັ້ນວ່າ “​ເພື່ອແຈ້ງໃຫ້​ຊາບ ດຳລັດ​ດັ່ງກ່າວ​ນີ້​ບໍ່ມີ​ຫຍັງ​ຫລາຍ​ໄປ​ກວ່າ
​ອັນ​ທີ່​ປະທານາທິບໍດີ​ໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໄວ້ກ່ອນແລະ ​ຫລັງ​ຈາກ​ການ​ເລືອກ​ຕັ້ງ​ຂອງ​ທ່ານນັ້ນກໍ​ຄືການຈຳ​ແນ​ກກີດ​ກັນ​ຕໍ່​ຊາວມຸສລິ​ມຢ່າງ ​ເປີດ​ແປນ”.

​ສ່ວນ​ໃຫຍ່ຂອງ​ຜູ້​ພິພາກສາ 13 ຄົນ ທີ່​ຕັດສິນ​ຄະດີນີ້ ​ໄດ້​ອ້າງ​ການ​ສົ່ງ​ຂໍ້ຄວາມ​ ​ທາງ T
witter ການ​ໃຫ້​ສຳພາດ​ທາງໂທລະພາບ ​ແລະ​ຄຳ​ເວົ້າ​ ທີ່ຢູ່​ໃນ​ໜ້າເວັບ​ໄຊ​ໂຄສະນາ​ຫາ​
ສຽງ​ຂອງ​ທ່ານ ວ່າ​ເປັນ​ຫຼັກ​ຖານກ່ຽວ​ກັບ​ຄວາມຕັ້ງ​ໃຈຂອງ​ທ່ານ. ​ຜູ້​ພິພາກສາ​ສາມ​ຄົນ​ທີ່​
ບໍ່​ເຫັນ​ພ້ອມ​ຍ້ອນ​ໃຫ້​ເຫດຜົນ​ວ່າ ດຳລັດນີ້​ບໍ່​ໄດ້​ກ່າວ​ເຖິງ​ສາສະໜາ​ແຕ່​ຢ່າງ​ໃດ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG