ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກຸ່ມເອເປັກ ປະຊຸມ ສຸດຍອດກັນ ທີ່ລັດຮາວາຍ (ເບິ່ງວີດີໂອ)


ລົດຕໍາຫລວດຈອດລໍຖ້າຮັກສາຄວາມປອດໄພ ໃຫ້ແຫ່ກອງປະຊຸມເອເປັກ ທີ່ໂຮໂນລູລູ, ລັດຮາວາຍ, ວັນທີ 8 ພະຈິກ 2011.
ລົດຕໍາຫລວດຈອດລໍຖ້າຮັກສາຄວາມປອດໄພ ໃຫ້ແຫ່ກອງປະຊຸມເອເປັກ ທີ່ໂຮໂນລູລູ, ລັດຮາວາຍ, ວັນທີ 8 ພະຈິກ 2011.

ບັນດາ​ເຈົ້າໜ້າ​ທີ່​ອາວຸ​ໂສ​ຈາກ 21 ປະ​ເທດ ກໍາລັງ​ພົບ​ປະກັນ​ທີ່ລັດຮາ​ວາຍ​ໃນ​ອາທິດ​ນີ້ ​ໃນ​ກອງ​ປະຊຸມ​ສຸດ​ຍອດປະ​ຈໍາປີ​ຂອງ​ສະພາຮ່ວມ​ມື​ເສດ ຖະກິດ​ແຫ່ງ​ຂົງ​ເຂດ​ເອ​ເຊຍ​ປາ​ຊິ​ຟິກ ຫລື​ເອ​ເປັກ. ​ໃນວັນ​ພະຫັດມື້​ນີ້​ແລະ​ວັນ​ສຸກມື້​ອື່ນ ​ທ່ານ​ນາງ ຮິ​ລ​ແລຣີ ຄລິນ​ຕັນ ລັດຖະມົນຕີ​ຕ່າງປະ​ເທດ ​ແລະ​ທ່ານ Timothy Geithner ລັດຖະມົນຕີ​ກະຊວງ​ການ​ເງິນສະຫະລັດ ຈະ​ພົບ​ປະ​ກັບ​ຄູ່​ຕໍາ​ແໜ່​ງຂອງ​ພວກ​ທ່ານ​ຈາກ​ປະ​ເທດ​ເຫລົ່າ​ນັ້ນ. ​ແລະ​ໃນ​ວັນ​ອາທິດ ປະທານາທິບໍດີ​ໂອ​ບາ​ມາ ຈະ​ເປັນ​ເຈົ້າພາບ​ກອງ​ປະຊຸມ​ຂອງ​ພວກຜູ້​ນໍາ​ກຸ່ມ​ເອ​ເປັກ.

ນັກ​ຂ່າວ​ວີ​ໂອ​ເອລາຍ​ງານມາຈາກນະຄອນ​ໂຮ​ໂນ​ລູລູວ່າ​ ພວກ​ປະ​ທ້ວງ​ທີ່ຄັດຄ້ານຫົວ​ຂໍ້​ການ​ຄ້າ​ເສລີ​ຂອງ​ກອງ​ປະຊຸມກໍ​ພາກັນ​ຕຽມ​ອອກ​ໄປ​ປະ​ທ້ວງ ​ເພື່ອ​ເຜີຍ​ແຜ່​ສານຂອງ​ພວກ​ເຂົາ​ເຈົ້າ​ໃຫ້​ຮູ້.

ເຈົ້າໜ້າ​ທີ່​ທໍານຽບຂາວ​ທ່ານ​ນຶ່ງ​ກ່າວ​ເມື່ອ​ວັນ​ພຸດ​ວານ​ນີ້​ວ່າ ກອງ​ປະຊຸມ​ສຸດຍອດ​ເອ​ເພັກ​ຄັ້ງ​ນີ້ແມ່ນ​ກ່ຽວ​ກັບ​ເລຶ່ອງໜ້າ​ວຽກ​ເປັນ​ຫລັກ ​ແລະ​ວ່າໃນ​ປີ 2010 ພວກ​ປະ​ເທດ​ສະມາຊິກ​ກຸ່ມ​ເອ​ເປັກ ອັນ​ມີ​ໂຮມ​ທັງ ຄາ​ນາ​ດາ ຣັດ​ເຊຍ ຈີນ ​ແລະ​ຍີ່ປຸ່ນ ​ໄດ້​ຊື້​ຜະລິດ​ຕະພັນ​ສົ່ງ​ອອກ​ຂອງ​ສະຫະລັດຫລາຍ​ເຖິງ 6​0 ​ເປີ​ເຊັນ ​ແລ​ະຜະລິດ​ພັນ​ສົ່ງ​ອອກ​ເຫລົ່າ​ນັ້ນ​ແມ່ນ​ຄໍ້າ​ຈຸນວຽກ​ງານຂອງ​ອາ​ເມຣິກາ​ເຖິງສີ່ລ້ານວຽກ​.

ຄະນະຜູ້​ແທນ​ຂອງ​ສະຫະລັດ​ຫວັງ​ທີ່​ຈະ​ລົດ​ຜ່ອນ​ສິ່ງ​ກີດຂວາງ​ການ​ຄ້າ​ລົງ ​ໂດຍ​ສະ​ເພາະ​ຜະລິດ​ຕະພັນ​ພະລັງງານ​ແລະ​ການ​ບໍລິການ​ທີ່​ຍືນ​ຍົງ​ຖາວອນ. ນອກ​ນີ້​ແລ້ວ​ ສະຫະລັດ​ຄາດ​ຫວັງ​ວ່າ ຈະ​ປະກາດໂຄງຮ່າງ​ສໍາລັບ​ຂໍ້ຕົກ​ລົງການ​ຄ້າພາຄີ​ຂ້າມ​ປາຊິ​ຟິກ​ ຫລື TPP ລະຫວ່າງເກົ້າປະ​ເທດ​ທີ່​ປະກອບດ້ວຍ ອອສ​ເຕຣ​ເລຍ ມາ​ເລ​ເຊຍ ຫວຽດນາມ ຊີ​ເລ ​ແລະອີກ​ຫລາຍ​ປະ​ເທດ. ພວກ​ເຈົ້າໜ້າ​ທີ່​ສະຫະລັດ​ຫລິງ​ເຫັນ​ພາຄີ​ດັ່ງກ່າວ​ນີ້ ເປັນ​ພື້ນຖານ​ຂອງ​ເຂດ​ການ​ຄ້າ​ເສລີໃນ​ອະນາ​ຄົດ ທີ່​ກວມ​ໄປ​ທົ່ວ​ຂົງ​ເຂດ​ປາຊິ​ຟິກນັ້ນ.

ເບິ່ງວີດີໂອລາຍງານທີ່ກ່ຽວຂ້ອງກັນ:

XS
SM
MD
LG