ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກຜູ້ນຳ APEC ພວມປະຊຸມກັນ ຢູ່ຣັດເຊຍ (ວີດີໂອ)


ພວກຜູ້ນຳຂອງອົງການ APEC ພວມປະຊຸມສຸດຍອດ ທີ່ນະຄອນ Vladivostok ປະເທດຣັດເຊຍ (8 ກັນຍາ 2012)
ພວກຜູ້ນຳຂອງອົງການ APEC ພວມປະຊຸມສຸດຍອດ ທີ່ນະຄອນ Vladivostok ປະເທດຣັດເຊຍ (8 ກັນຍາ 2012)
ຈີນໃຫ້ຄຳໝັ້ນສັນຍາວ່າ ຈະເສີມຂະຫຍາຍການເຕີບໂຕພາຍ
ໃນປະເທດເພື່ອຊ່ອຍກຳຈັດອຸບປະສັກຕ່າງໆທີ່ຂັດຂວາງການ
ຟື້ນໂຕຄືນຂອງເສດຖະກິດໂລກ.

ປະທານປະເທດຈີນທ່ານຫູ ຈິນເຖົາ ໄດ້ໃຫ້ຄຳໝັ້ນສັນຍາດັ່ງ
ກ່າວ ໃນວັນເສົາມື້ນີ້ ຢູ່ທີ່ກອງປະຊຸມສຸດຍອດອົງການຮ່ວມມື
ທາງ ດ້ານເສດຖະກິດໃນເຂດເອເຊຍ ປາຊີຟິກຫຼື APEC ທີ່
ນະຄອນ Vladivostok.

ຂະນະດຽວກັນ ສະຫະລັດ ແລະຣັດເຊຍໄດ້ລົງນາມໃນຂໍ້ຕົກ
ລົງສະບັບນຶ່ງທີ່ກອງປະຊຸມສຸດຍອດເພື່ອເສີມຂະຫຍາຍການ
ຮ່ວມມື ທາງດ້ານວິທະຍາສາດ ລະຫວ່າງສະຫະລັດ ກັບຣັດ
ເຊຍຢູ່ຂົ້ວໂລກໃຕ້. ລັດຖະມົນຕີການຕ່າງປະເທດສະຫະລັດ
ທ່ານນາງ Hillary Clinton ແລະລັດຖະມົນຕີການຕ່າງປະ
ເທດຣັດເຊຍ ທ່ານ Sergei Lavrov ໄດ້ລົງນາມໃນຂໍ້ຕົກລົງ
ດັ່ງກ່າວ ໃນວັນເສົາມື້ນີ້.

ຣັດເຊຍ ພວມເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ຂອງອົງການ APEC ທີ່ນະຄອນ Vladivostok. ເປັນທີ່ຄາດກັນວ່າ ກອງປະຊຸມດັ່ງກ່າວນີ້ ຈະເນັ້ນໜັກໃສ່ການດຳເນີນ ຄວາມພະຍາຍາມເພື່ອກະຕຸກຊຸກຍູ້ໃຫ້ເສດຖະກິດຂອງໂລກ ແລະພູມີພາກເຕີບໂຕຄືນ ໃໝ່. ອົງການ APEC ທີ່ມີສະມາຊິກ 21 ປະເທດນັ້ນ ແມ່ນມີປະຊາກອນປະກອບເປັນ
40% ຂອງພົນລະເມືອງໂລກ, 54% ຂອງຜົນຜະລິດທາງດ້ານເສດຖະກິດ ແລະ 44% ຂອງການຄ້າໃນໂລກ.

ໃນຂະນະຢູ່ທີ່ປະເທດຣັດເຊຍ ເປັນທີ່ຄາດກັນວ່າ ທ່ານນາງ Clinton ຍັງຈະໄດ້ພົບປະ ກັບປະທານາທິບໍດີ Vladimir Putin ເພື່ອແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບວ່າ ຈະຍຸຕິການນອງເລືອດໄດ້ແນວໃດຢູ່ທີ່ປະເທດຊີເຣຍບ່ອນທີ່ກຳລັງທະຫານລັດຖະບານ ພວມສູ້ລົບກັບພວກກະບົດມາໄດ້ປີເຄິ່ງແລ້ວນັ້ນ. ສະຫະລັດຢາກໃຫ້ຂັບໄລ່ປະທານາທິ
ບໍດີ Bashar al-Assad ອອກຈາກຕຳແໜ່ງ ແຕ່ຣັດເຊຍ ຊໍ້າພັດຄັດຄ້ານ ຕໍ່ການແຊກ ແຊງໃດໆກໍຕາມ ຈາກຕ່າງປະເທດ.
XS
SM
MD
LG