ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຈີນ ຢາກໃຫ້ເວົ້າເລື່ອງ ເສດຖະກິດ ຢູ່ກອງປະຊຸມ APEC (ສະໄລດ໌ກັບວີດີໂອ)


ຜູ້ຄົນພວມຍ່າງຜ່ານບໍລິເວນທີ່ມີການແຕ້ມເຄື່ອງໝາຍຂອງອົງການ APEC ໃສ່ ຢູ່ຈະຕຸລັດໃນເຂດໃຈກາງນະຄອນ Vladivostok ປະເທດຣັດເຊຍ (6 ກັນຍາ 2012)
ຜູ້ຄົນພວມຍ່າງຜ່ານບໍລິເວນທີ່ມີການແຕ້ມເຄື່ອງໝາຍຂອງອົງການ APEC ໃສ່ ຢູ່ຈະຕຸລັດໃນເຂດໃຈກາງນະຄອນ Vladivostok ປະເທດຣັດເຊຍ (6 ກັນຍາ 2012)
ໃນຂະນະທີ່ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ
Hillary Clinton ພວມເດີນທາງມຸ່ງໜ້າ ໄປຍັງປະເທດຣັດເຊຍ ເພື່ອເຂົ້າຮ່ວມກອງປະຊຸມພວກຜູ້ນຳໃນເຂດເອເຊຍປາຊີຟິກນັ້ນ ສື່ມວນຊົນຂອງທາງການຈີນກໍເຕືອນວ່າ ບໍ່ໃຫ້ວໍຊິງຕັນ ສວຍໃຊ້
ກອງປະຊຸມສຸດຍອດປະຈຳປີທາງດ້ານເສດຖະກິດດັ່ງກ່າວ ເພັ່ງ
ເລັງໃສ່ຄວາມແຕກຕ່າງກັນທາງດ້ານການເມືອງ.

ໃນວັນສຸກມື້ນີ້ ທ່ານນາງ Clinton ພວມເດີນທາງໄປຮ່ວມກອງ
ປະຊຸມສຸດຍອດ APEC ທີ່ນະຄອນ Vladivostok ໃນພາກຕາ ເວັນອອກໄກຂອງຣັດເຊຍ ຫຼັງຈາກໄດ້ສິ້ນສຸດການຢ້ຽມຢາມ 6
ປະເທດໃນເຂດເອເຊຍ ຊຶ່ງສ່ວນໃຫຍ່ແລ້ວໄດ້ ເພັ່ງເລັງໃສ່ບັນ ຫາຂັດແຍ້ງໃນເລື່ອງເຂດນໍ້າແດນດິນລະຫວ່າງຈີນກັບຫຼາຍໆ
ປະເທດພັນທະມິດທີ່ສຳຄັນຂອງສະຫະລັດ.

ເປັນທີ່ຄາດກັນວ່າ ກອງປະຊຸມສຸດຍອດຂອງອົງການຮ່ວມມືທາງດ້ານເສດຖະກິດໃນເຂດ
ເອເຊຍປາຊີຟິກ ຫຼື APEC ຈະເນັ້ນໜັກໃສ່ ການດຳເນີນຄວາມພະຍາຍາມ ເພື່ອກະຕຸກ ຊຸກຍູ້ໃຫ້ເສດຖະກິດຂອງໂລກ ແລະພູມີພາກ ຈະເລີນເຕີບໂຕ ຄືນໃໝ່. ອົງການ APEC ທີ່ມີສະມາຊິກ 21 ປະເທດ ແມ່ນມີພົນລະເມືອງ ປະກອບເປັນ 40 ເປີເຊັນຂອງໂລກ ຜົນ
ຜະລິດທາງດ້ານເສດຖະກິດ 54 ເປີເຊັນ ແລະການຄ້າ 44 ເປີເຊັນ.

ແຕ່ບັນຫາຂັດແຍ້ງໃນເຂດທະເລຈີນໃຕ້ ກໍຄາດວ່າຈະເປັນບູລິມະສິດອີກຢ່າງນຶ່ງ ສຳຫຼັບ ທ່ານນາງ Clinton ທີ່ຈະສ້າງຄວາມບໍ່ພໍໃຈໃຫ້ແກ່ຈີນ. ໜັງສືພິມ Global Times ທີ່ຄວບ
ຄຸມໂດຍພັກຄອມມູນິສຈີນສະບັບທີ່ອອກໃນວັນສຸກມື້ນີ້ຮຽກຮ້ອງບໍ່ໃຫ້ສະຫະລັດໃຊ້ກອງ
ປະຊຸມສຸດຍອດນີ້ ນຳສະເໜີຫົວຂໍ້ດ້ານການເມືອງຕ່າງໆ ເຊັ່ນ ບັນຫາຂັດແຍ້ງໃນເລື່ອງ
ເຂດນໍ້າແດນດິນໂດຍເວົ້າວ່າ ມັນອາດພາໃຫ້ມີການຜິດຂ້ອງຕ້ອງຖຽງແລະແຕກແຍກກັນ.
XS
SM
MD
LG