ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສປຊ ປະນາມ ການຍຶດເອົາ ສູນອົບພະຍົບ Yarmouk ໃນຊີເຣຍ


ພາບສະແດງໃຫ້ເຫັນ ສະພາບການຢູ່ໃນສູນອົບພະຍົບ Yarmouk ທີ່ນະຄອນຫລວງ Damascus.
ພາບສະແດງໃຫ້ເຫັນ ສະພາບການຢູ່ໃນສູນອົບພະຍົບ Yarmouk ທີ່ນະຄອນຫລວງ Damascus.

ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​
ຮຽກຮ້ອງ​ໃຫ້ຍົກຍ້າຍ ​ແລະ​ປ້ອງ​ກັນອົບ​ພະຍົບປາແລ​ສ​ໄຕນ໌
18,000 ຄົນ ທີ່​ຕົກຄ້າງຢູ່​ໃນ​ສູນ​ແຫ່ງນຶ່ງ ທີ່ຖືກປິດລ້ອມໂດຍ
ພວກ​ນັກ​ລົບລັດ​ອິສລາມ ​ໃກ້​ກັບ​ນະຄອນ Damascus.

​ເຈົ້າ​ໜ້າ​ທີ່ສະຫະ​ປະຊາ​ຊາດຄົນ​ນຶ່ງ​ກ່າວ​ເຖິງສະພາບ​ການ ​ຢູ່
​ໃນສູນ​ອົບ​ພະຍົບ Yarmouk ວ່າ “​ຮ້າຍແຮງໄປ​ກວ່າ​ ການ
ຂາດມະນຸດ​ສະທຳ.”


ຫົວໜ້າ​ຫ້ອງການ ພ​ະ​ແນ​ກບັນ​ເທົາ​ທຸກ ​ແລະປະຕິບັດ​ງານ
ສະຫະ​ປະຊາຊາດ ທ່ານ Pierre Krahenbuhl ​ໄດ້​ກ່າວ​ຕໍ່
​ກອງ​ປະຊຸມສຸກ​ເສີນຂອງສະພາຄວາມໝັ້ນຄົງ ​ໃນ​ວັນ​ຈັນ​
ວານ​ນີ້​ວ່າ ບັນດາ​ພົນລະ​ເຮືອນທີ່​ພາກັນ​ຕົກຄ້າງຢູ່​ໃນ​ສູນ
ນັ້ນ ມີ​ຄວາມ​ເປັນ​ຫ່ວງທີ່​ສຸດ​ ພຽງແຕ່ການ​ຢູ່​ລອດ​ຂອງ​ເຂົາ​
ເຈົ້າເທົ່ານັ້ນ.


ໃນກ່າວ ​ຜ່ານ​ທາງ​ວີ​ດີ​ໂອ ທີ່​ຕໍ່​ມາ​ຈາກປະ​ເທດ​ຈໍ​ແດນ ທ່ານ​ໄດ້​ຮຽກຮ້ອງ​ໃຫ້ ບັນດາ
ປ​ະ​ເທດ​ສະມາຊິກ​ທັງໝົດ ທີ່​ມີອິດທິພົນ​ຢູ່​ໃນ​ຊີເຣຍ ໃຫ້ພາກັນຄິດ​ກ່ຽວ​ກັບການຈັດ​ຕັ້ງ ກ່ຽວກັບການຍົກຍ້າຍເປັນລະບຽບ ​ແລະ​ມີຄວາມ​ປອດ​ໄພ​ສຳ ຫລັບບັນດາ​ຜູ້​ທີ່ຕ້ອງການ​ຢາກ​ໜີ​ອອກຈາກສູນ​ອົບ​ພະຍົບ Yarmouk.

ຊາວບ້ານພາກັນລ່ຽນແຖວລໍຖ້າ ຮັບການຊ່ວເຫລືອ ຢູ່ສູນອົຍພະຍົບ Yarmouk
ຊາວບ້ານພາກັນລ່ຽນແຖວລໍຖ້າ ຮັບການຊ່ວເຫລືອ ຢູ່ສູນອົຍພະຍົບ Yarmouk

ທ່ານ Krahenbuhl ກ່າວ​ວ່າ “ນັ້ນແມ່ນ​ການປະຕິບັດງານ
ທີ່ສະ​ລັບ​ຊັບ​ຊ້ອນ ຫຼາຍ ພາຍໃຕ້​ສະພາບແວດລ້ອມທີ່
​ລຳບາກ ​ແລະເປັນ​ອັນ​ຕະລາຍ ​ດັ່ງ​ທີ່ສູນ​ອົບ​ພະ​ຍົບ
Yarmouk ເປັນຢູ່​ໃນ​ປັດຈຸບັນ​ນີ້.”

ເອກ ​ອັກຄະ​ລັດຖະທູດປາແລ​ສ​ໄຕ​ນ໌ ທ່ານ Riyad Mansour ໄດ້​ຮ້ອງຂໍ​ໃຫ້​ທຸກ​ຝ່າຍ​
ທີ່​ສູ້ລົບ​ກັນຢູ່​ໃນ​ຊີ​ເຣຍ ຢ່າ​ໄດ້​ດືງ​ເອົາ​ພົນລະ​ເຮືອນປາ​ແລ​ສ​ໄຕ​ນ໌ ​ເຂົ້າໄປ​ພົວພັນ​ນຳ​ສົງ
ຄາມ​ກາງ ເມືອງຂອງ​ເຂົາ​ເຈົ້າ.

Syria Refugee Camp
please wait
Embed

No media source currently available

0:00 0:02:21 0:00

XS
SM
MD
LG