ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລັດຖະບານເທີກີ ຖອນຮ່າງກົດໝາຍ ທີ່ໄດ້ສະເໜີ ກ່ຽວກັບ ການແຕ່ງງານ ເດັກນ້ອຍ


ແມ່ຍິງຄົນນຶ່ງຖືປ້າຍ ໃນຂະນະທີ່ຫລາຍພັນຄົນ ຂອງສະມາຊິກ ພັກຝ່າຍຄ້ານ ປະຊາຊົນຣີພັບບລິກັນ ທີ່ສຳຄັນ ພາກັນ ເດີນຂະບວນໄປສະພາ.
ແມ່ຍິງຄົນນຶ່ງຖືປ້າຍ ໃນຂະນະທີ່ຫລາຍພັນຄົນ ຂອງສະມາຊິກ ພັກຝ່າຍຄ້ານ ປະຊາຊົນຣີພັບບລິກັນ ທີ່ສຳຄັນ ພາກັນ ເດີນຂະບວນໄປສະພາ.

ນາຍົກລັດຖະມົນຕີ​ເທີ​ກີ ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ກຳລັງ​ຖອນ​ຂໍ້ສະ​ເໜີທີ່​ພວກ​ຕ້ອງ ຕິ​ກ່າວວ່າ ຈະ​ອະນຸຍາດ​ໃຫ້​ເດັກນ້ອຍ​ແຕ່ງງານ​ກັນໄດ້ ແລະ​ຈະ​ສົ່ງ​ໄປໃຫ້​ຄະນະ​ກຳມະ ການ ຂອງ​ສະພາທົບ​ທວນ​ແທນ.

ຂໍ້​ສະ​ເໜີດັ່ງກ່າວ ຊຶ່ງມີ​ກຳນົດວ່າ​ ຈະ​ລົງ​ຄະແນນ​ສຽງ​ຂັ້ນ​ສຸດ​ທ້າຍ ​ເຖິງ​ແມ່ນ​ວ່າ​ສາທາ​ລະ​ຊົນ​ພາກັນ​ບໍ່​ເຫັນ​ພ້ອມນຳ ຈະ​ອະນຸ​ໂລມ​ຜ່ອນຜັນ​ການ​ຕັດສິນ ຫລືລົງ​ໂທດ​ແກ່​ພວກ​ລວນ​ລາມທາງ​ເພດ ຢູ່​ໃນກໍລະ​ນີທີ່​ບໍ່​ມີ​ການ​ບັງ​ຄັບ​ທາງດ້ານ​ຮ່າງ ກາຍ ​ແລະ​ບ່ອນ​ທີ່​ຜູ້​ເຄາະ​ຮ້າຍ ​ແລະ​ຜູ້​ຖືກ​ກ່າວ​ຫາ​ໄດ້​ແຕ່ງງານ​ກັນ​ແລ້ວ.

ອາຍຸ​ຂອງ​ການ​ເຫັນ​ພ້ອມຍິນ​ຍອມຢູ່​ໃນ​ເທີ​ກີ ​ແມ່ນ 18 ປີ ​ເຖິງ​ແມ່ນ​ວ່າ​ສານ​ອະ ນຸຍາດ​ໃຫ້​ແຕ່ງງານ​ຢ່າງຖືກຕ້ອງ​ ສຳລັບ​ພວກ​ທີ່​ມີ​ອາຍຸນ້ອຍ​ເຖິງ 16 ປີ​. ພວກ​ໜຸ່ມ​ນ້ອຍ​ຫລາຍ​ຄົນ​ພາກັນ​ແຕ່ງງານ​ຢູ່​ໃນ​ພິທີ​ອິສລາມ.

ສະມາຊິກຝ່າຍຄ້ານທີ່ສຳຄັນພັກປະຊາຊົນຣີພັບບລິກັນ ຫລາຍພັນຄົນ ພາກັນເດີນຂະບວນໄປສະພາ.
ສະມາຊິກຝ່າຍຄ້ານທີ່ສຳຄັນພັກປະຊາຊົນຣີພັບບລິກັນ ຫລາຍພັນຄົນ ພາກັນເດີນຂະບວນໄປສະພາ.

ທ່ານ​ Binali Yildirim ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ລັດຖະບານ​ຈະຮ້ອງຂໍ​ໃຫ້ຄະນະ​ກຳມາ​ທິການທີ່​ປະກອບ​ດ້ວຍ​ທຸກ​ພັກ​ຝ່າຍ ​ທົບ​ທວນ​ເບິ່ງ​ຂໍ້​ສະ​ເໜີ​ດັ່ງກ່າວ.

ບັນດາ​ຜູ້​ຕິຕຽນ​ກ່າວ​ວ່າ ຮ່າງ​ກົດໝາຍນີ້​ຈະ​ໃຫ້ການ​ຍົກ​ໂທດ​ຕໍ່​ຄະດີ​ຂົ່ມຂືນ ​ແລະ​ຕ່າວ​ປິ້ນຄວາມພ​ະຍາ​ຍາມ​ເພື່ອ​ປາບ​ປາມ​ພວກ​ລວນ​ລາມ​ທາງ​ເພດ ​ແລະ​ການ​ແຕ່ງງານ​ຂອງ​ພວກເດັກນ້ອຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG