ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫລວດໄທ ກ່າວວ່າ ຜູ້ຊາຍທີ່ຖືກຈັບ ບໍ່ມີທ່າທາງວ່າ ເປັນຜູ້ວາງລະເບີດ ທີ່ສານເຈົ້າ


ໂຄສົກຕຳຫລວດໄທ ທ່ານປຣະວຸດ ຖາວອນສິຣິ ກ່າວຢູ່ກອງປະຊຸມນັກຂ່າວ ທີ່ກອງບັນຊາການຕຳຫລວດ ໃນບາງກອກ.
ໂຄສົກຕຳຫລວດໄທ ທ່ານປຣະວຸດ ຖາວອນສິຣິ ກ່າວຢູ່ກອງປະຊຸມນັກຂ່າວ ທີ່ກອງບັນຊາການຕຳຫລວດ ໃນບາງກອກ.

ຕຳຫລວດ​ໄທ ກ່າວ​ວ່າ ຜູ້​ຊາຍ​ທີ່​ຖືກ​ຈັບໃນ​ຕົ້ນ​ອາທິດ​ນີ້ ​ໃກ້​
ກັບ​ຊາຍ​ແດນ​ຂອງ​ປະ​ເທດກຳປູເຈຍ ບໍ່​ມີທ່າທາງວ່າ ເປັນຜູ້
ວາງ​ລະ​ເບີດ​ຢູ່​ທີ່ສານ​ເຈົ້າ​ໃນ​ບາງກອກ ທີ່ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ
ວິດ 20 ຄົນ.

DNA ທີ່​ນຳ​ມາ​ຈາກ​ຜູ້​ຕ້ອງ​ສົງ​ໄສ ​ຊຶ່ງລະບຸ​ວ່າ​ເປັນ ທ້າວ Yu-
sufu Mieralli ບໍ່​ຖືກ​ກັບ DNA ທີ່​ພົບເຫັນຢູ່​ບ່ອນ​ລະ​ເບີດ​
ແຕກ ຊຶ່ງ​ໂຄສົກ​ຕຳຫລວດແຫ່ງຊາດ ທ່ານ Prawut Tha-
vornsiri ​ກ່າວ​ໃນ​ວັນ​ສຸກ​ມື້​ນີ້.

ຮູບພາບທີ່ບໍ່ບອກເຖິງກຳໜົດເວລາ ຂອງເຈົ້າໜ້າທີ່ຕຳຫລວດໄທ ທີ່ີ່ເຊື່ອວ່າເປັນພາກສ່ວນນຶ່ງຂອງກຸ່ມກໍ່ການຮ້າຍ
ຮູບພາບທີ່ບໍ່ບອກເຖິງກຳໜົດເວລາ ຂອງເຈົ້າໜ້າທີ່ຕຳຫລວດໄທ ທີ່ີ່ເຊື່ອວ່າເປັນພາກສ່ວນນຶ່ງຂອງກຸ່ມກໍ່ການຮ້າຍ

ແຕ່​ໂຄ​ສົກ​ກ່າວ​ວ່າ ທ້າວ Mieralli ​ເປັນ "ທີ່​ແນ່ນອນ​ວ່າ ​ໄດ້​ພົວພັນໃນ​ການວາງ​ລະ​ເບີດ"
ໂດຍໃຫ້ຂໍ້ສັງເກດວ່າ DNA ຂອງ​ລາວ ​ທີ່​ພົບ​ເຫັນ​ຢູ່ໃນຫໍພັກ ບ່ອນ​ທີ່​ເຄຶ່ອງ​ເຮັດ​ລະ​ເບີດ
ຈຳນວນນຶ່ງໄດ້​ຖືກ​ຍຶດນັ້ນ.

ການ​ຄົ້ນ ​ພົບ​ນີ້ປາກົດ​ວ່າ​ເປັນ​ການ​ຖອຍຫລັງອີກກ້າວນຶ່ງ ​ໃນ​ການ​ສືບສວນວ່າ​ໃຜ​ເປັນ​ຜູ້
ວາງ​ລະ​ເບີດ​ໃນ​ວັນ​ທີ 17 ​ເດືອນສິງຫາ ຊຶ່ງ​ເປັນ​ການ​ໂຈມຕີ​ກໍ່​ການ​ຮ້າຍ ​ທີ່ຮ້າຍແຮງແບບ
ບໍ່ເຄີຍ​ມີ​ມາ​ກ່ອນ.

ຫໍສານເຈົ້າຂອງ ສາສະໜາຣິນດູ
ຫໍສານເຈົ້າຂອງ ສາສະໜາຣິນດູ

ນາຍົກລັດຖະມົນຕີ ​ໄທ ທ່ານ Prayuth Chan-ocha ​ໄດ້​ອະທິ​
ບາຍວ່າ​ ທ້າວ Mieralli “ ​ເປັນ​ຜູ້​ຕ້ອງ​ສົງ​ໄສ​ ທີ່​ສຳຄັນ” ​ແລະ​ໄດ້
​ເນັ້ນ​ໜັກ​ວ່າ ຜູ້ກ່ຽວແມ່ນມີຮູບຮ່າງ​ຖືກ​ກັບຜູ້​ຊາຍ​ທີ່ໄດ້​ເຫັນ​ຢູ່​ໃນ
ຮູບພາບ​ກ້ອງວົງຈອນ​ປິ​ດ ທີ່ຍ່າງ​ໜີ​ ຈາກສານ​ເຈົ້າ ບໍ່​ເທົ່າ​ໃດ​ນາ​
ທີ​ກ່ອນ​ເກີດ​ລະ​ເບີດ.

ບັນດາ ​ເຈົ້າ​ໜ້າ​ທີ່​ໄ​ທ ກ່າວ​ວ່າ ທ້າວ Mieralli ​ເປັນ​ຊາວ​ຕ່າງ​
ປະ​ເທດ ​ແຕ່​ຍັງ​ບໍ່​ໄດ້​ກ່າວ​ເຖິງ​ສັນຊາດ ຫລື​ຢືນຢັນ​ເຖິງ​ຄວາມ​
ຈິງ​ຂອງໜັງ​ສື​ຜ່ານ​ແດນ​ຈີນ ທີ່​ລາຍ​ງານ​ພົບ​ເຫັນ​ ຢູ່​ໃນ​ກຳ​ມະ​
ສິດ​ຂອງ​ລາວ ທີ່​ອອກ​ໃຫ້ທ້າວ Yusufu Mieralli ອາຍຸ 25 ປີ ​
ເກີດ​ຢູ່​ເມືອງ Xinjiang ປ​ະ​ເທດ​ຈີນ.

Thailand Bombing Suspect
please wait

No media source currently available

0:00 0:00:50 0:00

XS
SM
MD
LG