ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະພາຂອງໄທ ໄດ້ປະກາດ ໃຫ້​ເຈົ້າຟ້າ​ຊາຍ ​ວະຊິຣາລົງ​ກອນ ເປັນພະຣາຊາອົງໃໝ່


ອົງມົງກຸດຣາຊະກຸມມານ ​ເຈົ້າຟ້າ​ຊາຍ​ວະຊິຣາລົງ​ກອນ ຂອງປະເທດໄທ ຊົງໃຫ້ໂອວາດ ຕໍ່ຝູງຊົນ ຢູ່ທີ່ ພະຣາຊະວັງ ໃນພິທີແຮກນາຂວັນ ຢູ່ທີ່ບາງກອກ ຂອງປະເທດ, ວັນທີ 9 ພຶດສະພາ 2016.
ອົງມົງກຸດຣາຊະກຸມມານ ​ເຈົ້າຟ້າ​ຊາຍ​ວະຊິຣາລົງ​ກອນ ຂອງປະເທດໄທ ຊົງໃຫ້ໂອວາດ ຕໍ່ຝູງຊົນ ຢູ່ທີ່ ພະຣາຊະວັງ ໃນພິທີແຮກນາຂວັນ ຢູ່ທີ່ບາງກອກ ຂອງປະເທດ, ວັນທີ 9 ພຶດສະພາ 2016.

ສະພາຂອງໄທ ໃນວັນອັງຄານມື້ນີ້ ໄດ້ສະຖາປະນາ ອົງມົງກຸດຣາຊະກຸມມານ ​ເຈົ້າຟ້າ​ຊາຍ​ວະຊິຣາລົງ​ກອນ ໃຫ້ເປັນພະຣາຊາອົງໃໝ່ ໂດຍໄດ້ສຳ​ເລັດ​ເສັດສິ້ນຂັ້ນຕອນ ຢ່າງເປັນທາງການ ຂອງການສືບທອດພະຣາຊະບັນລັງ ຫຼັງຈາກທີ່ພະບິດາ ຂອງ​
ພະ​ອົງ ໄດ້ສິ້ນພະຊົນ ເມື່ອເດືອນແລ້ວນີ້.

ຄະນະລັດຖະບານ ໂດຍອີງຕາມ ກົດໝາຍສືບທອດ​ສັນຕິ​ວົງ ປີ 1924 ໄດ້ສະເໜີ ​ຊື່​ເຈົ້າຟ້າ​ຊາຍ​ວະຊິຣາລົງ​ກອນ ຕໍ່ສະພາແຫ່ງຊາດ ຫຼັງຈາກມີການປະຊຸມກັນ ​ເປັນ​ເວລາ​ສັ້ນໆ ບ່ອນທີ່ບັນດາສະມາຊິກ ໄດ້ຮັບຮອງເອົາ ພະອົງເປັນພະຣາຊາອົງໃໝ່ ຢ່າງ ເປັນທາງການ.

ປະທານສະພາແຫ່ງຊາດໄທ ທ່ານ Pornpetch Wichitcholchai ໄດ້ກ່າວວ່າ “ຂ້າພະເຈົ້າຢາກໃຫ້ໝົດທຸກຄົນ ຈົງອວຍໄຊໃຫ້ພອນແກ່ອົງກະສັດອົງໃໝ່. ຄຳຖະແຫລງຂອງທ່ານ ໄດ້ຕິດຕາມມາດ້ວຍສຽງຮ້ອງເຊຍ ດັງຂຶ້ນ ວ່າ “ພະມະຫາ
ກະສັດ ຈົ່ງຊົງ​ພະ​ຈະ​ເຣີນ”
ໂດຍສະມາຊິກສະພາໝົດທຸກຄົນ.

ທ່ານ Pornpetch ໄດ້ກ່າວວ່າ ທ່ານຈະເຊື້ອເຊີນ ​ໃຫ້ກະສັດ​ວະຊິຣາລົງ​ກອນ ຂຶ້ນຄອງ ບັນລັງ ​ເປັນອົງທີ 10 ຂອງ​ຈັກກຣີວົງ ຊຶ່ງໄດ້ຖືກຕັ້ງຂຶ້ນໃນປີ 1782 ເປັນຕົ້ນມາ. ທ່ານ ບໍ່ໄດ້ກ່າວວ່າ ໃນເວລາໃດ ທ່ານ​ຈຶ່ງ​ຈະ​ອັນ​ເຊີນ​ພະ​ອົງ.

ພະ​ບິດາ​ຂອງ​ເຈົ້າຟ້າ​ຊາຍ​ວະຊິຣາລົງ​ກອນ ຄື​ກະສັດ​ພູມີ​ພົລອະ​ດຸລຍະ​ເດດ ຊົງເປັນ
​ທີ່​ເຄົາລົບ​ຮັກ ​ແລະ​ຫວງແຫນ​ຂອງ​ປະຊາຊົນ ໄດ້​ຂຶ້ນຄອງຣາດ​ໃນ​ປີ 1946 ​ແລະ​
ສິ້ນພະ​ຊົນ​ ໃນ​ວັນ​ທີ 13 ຕຸລາຜ່ານ​ມາ ຮວມພະ​ຊົນມາຍຸ​ໄດ້​ 88 ປີ. ​ໃນ​ປີ 1972
ກະສັດ​ພູມີພົລ ​ໄດ້​ຊົງ​ແຕ່ງຕັ້ງ​ເຈົ້າຟ້າ​ຊາຍ​ວະຊິຣາລົງ​ກອນ ຊຶ່ງ​ເປັນ​ບຸດ ອົງທີ 2 ​ແລະພະໂອລົດ ພຽງ​ອົງ​ດຽວເທົ່າ​ນັ້ນ ​ເປັນ​ຜູ້​ສືບ​ທອດ​ສັນຕິ​ວົງ​ແທນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG