ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະ​ທ້ວງ​ເສື້ອ​ເຫຼື​ອງ 6 ​ຄົນ ​ໃນ​ໄທ ຖືກ​ຕັດສິນ​ຈຳຄຸກ 2 ປີ


ທ່ານ ສົນທິ ລິມທອງກຸນ ຜູ້ນຳຮ່ວມ ຂອງກຸ່ມພັນທະມິດ ປະຊາຊົນ ເພື່ອປະຊາທິປະໄຕ ຫຼື People's Alliance for Democracy (PAD).
ທ່ານ ສົນທິ ລິມທອງກຸນ ຜູ້ນຳຮ່ວມ ຂອງກຸ່ມພັນທະມິດ ປະຊາຊົນ ເພື່ອປະຊາທິປະໄຕ ຫຼື People's Alliance for Democracy (PAD).

ພວກ​ປະ​ທ້ວງ​ເສື້ອ​ເຫຼື​ອງຫົກ​ຄົນ​ ໃນໄທ ​ໄດ້​ຖືກ​ຕັດສິນ​ຈຳຄຸກ 2 ປີ
ໃນ​ຂໍ້​ຫາ​ບຸກລຸກ​ເຂົ້າ​ໃນ​ຫ້ອງການ​ນາຍົກລັດຖະມົນຕີ​ ໃນ​ການ​
ປະ​ທ້ວງ​ຕໍ່ຕ້ານ ລັດຖະບານ​ໃນ​ປີ 20​08.

ສານ​ໃນ​ບາງກອກ​ໄດ້​ປະກາດ​ຄຳຕັດສິນ​ໃນ​ວັນ​ປະ​ຫັດ​ມື້​ນີ້, ກ່າວ
​ວ່າ ຈຳ​ເລີຍ​ໄດ້​ປີນ​ຮົ້ວ ​ແລະ ​ໄດ້​ມ້າງກະແຈ​ເຂົ້າ​ໄປ​ໃນ​ອາຄານ, ​
ແລະ ການ​ກະທຳ​ດັ່ງກ່າວ​ ແມ່ນ​ໄດ້​ສົ່ງ​ຜົນ​ກະທົບ ຕໍ່​ສິດທິຂອງ
​ປະຊາຊົນ​ໄທ​ຄົນອື່ນໆ.

ຈຳ​ເລີ​ຍລວ​ມມີ​ບຸກຄົນ​ສຳຄັນ​ໃນ​ວົງ​ການສື່ມວນ​ຊົນ​ເຊັ່ນ ທ່ານ
ສົນທິ ລິ​ມທອງ​ກຸນ, ​ເຊິ່ງ​ໄດ້​ຖືກ​ກ່າວ​ຫາ​ວ່າເປັນ​ຜູ້ນຳ​ໜ້າການ
​ປະ​ທ້ວງ. ຈຳ​ເລີຍ​ໄດ້​ຖືກ​ປ່ອຍ​ໂຕ​ດ້ວຍ​ເງິນ​ປະກັນ​ໃນ​ລະຫວ່າງ​ການຂໍ​ອຸທອນ.

ການ​ປະ​ທ້ວງ​ຂອງພວກເສື້ອ​ເຫຼືອງ​ໄດ້​ເລີ່​ມຂຶ້ນໃນປີ 2006 ເປັນ​ການ​ເຄື່ອນ​ໄຫວ​ເພື່ອ​ຕໍ່​ຕ້ານ ​ນາຍົກລັດ​ຖະມົນຕີ ທັກສິນ ຊິ​ນນະ​ວັດ ​ເຊິ່ງຖືກ​ຂັບ​ໄລ່​ອອກ​ຈາກ​ຕຳ​ແໜ່​ງດ້ວຍການເຮັດ ລັດຖະປະຫານ​ ໃນ​ປີ​ດຽວກັນ. ພວກຕິຕຽນທ່ານທັກສິນ​ ໄດ້​ຕັ້ງ​ເວທີ​ປະ​ທ້ວງ​ອີກ​ສອງ​ປີ​ຕໍ່​ມາ ໂດຍ​ກ່າວ​ຫາວ່າ​ ​ທ່ານ​ນາຍົກ ສົມ​ຊາຍ ວົງ​ສຸ​ວັດ ມີການພົວພັນກັບທ່ານທັກສິນ.

ນອກຈາກ​ການ​ບຸກ​ເຂົ້າ​ໄປ ໃນຫ້ອງການ​ນາຍົກ​ລັດຖະມົນຕີ, ​ໃນປີ 2008 ພວກປະ​ທ້ວງ​ຍັງໄດ້​ປະເຊີນກັບ​ຂໍ້​ຫາ ເຂົ້າຍຶດສະໜາມບິນໃຫຍ່ ຂອງ​ບາງກ​ອກ ເປັນ​ເວລາ​ດົນ​ກວ່າ​ໜຶ່ງ​ສັບປະດາ ​ແລະ ​ໄດ້​ເຮັດ​ໃຫ້​ບັນດາ​ນັກ​ທ່ອງ​ທ່ຽວ​ຫຼາຍພັນ​ຄົນ​ຕົກ​ຄ້າງຢູ່​ສະໜາມ​ບິນ.

ຂະບວນການ​ເຄື່ອນໄຫວ​ຂອງ​ພວກ​ເ​ສື້ອ​ເຫຼືອງ​ໄດ້ເຮັດ​ໃຫ້​ເກີດ​ມີ​ກຸ່ມ​ເສື້ອ​ແດງ​ທີ່​ສະໜັບ
ສະໜູນ ທ່ານທັກສິ​ນ ຂຶ້ນມາ, ​ແລະ ທ່ານ ທັກສິນ​ເອງ​ຍັງເປັນ​ກຳລັງ​ທີ່​ສຳຄັນ​ໃນ​ວົງ​ການ​
ການ​ເມືອງ​ຂອງ​ໄ​ທ ​ເຖິງ​ວ່າ​ໄດ້ເດີນ ທາງໄປລີ້ໄພຢູ່ຕ່າງປະເທດ ​ໃນ​ປີ 2008 ກໍ່ຕາມ.

ນ້້ອງ​ສາວ​ຂອງ​ທ່ານ​ທັກສິນ, ທ່ານ​ນາງ ຍິ່ງລັກ ຊິນ​ນະ​ວັດ ​ໄດ້​ຂຶ້ນ​ເປັນ​ນາຍົກລັດຖະມົນຕີ
ຕັ້ງ​ແຕ່​ເດືອນ ສິງຫາ ປີ 2011 ຫາ ປີ​ກາ

XS
SM
MD
LG