ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານ​ທະຫານໄທ ເລື່ອນຄະດີ ຊາວ Uighurs ທີ່ວາງລະເບີດ ອອກໄປ


ຕຳຫຼວດໄທ ຄຸມຕົວຜູ້ຕ້ອງສົງໄສ ທີ່ສຳຄັນ ໃນການວາງລະເບີດ ຢູ່ບາງກອກ ທີ່ໃສ່ເສື້ອສີເຫຼືອງ ທີ່ຊື່ວ່າ ທ້າວ Mieraili Yusufu.
ຕຳຫຼວດໄທ ຄຸມຕົວຜູ້ຕ້ອງສົງໄສ ທີ່ສຳຄັນ ໃນການວາງລະເບີດ ຢູ່ບາງກອກ ທີ່ໃສ່ເສື້ອສີເຫຼືອງ ທີ່ຊື່ວ່າ ທ້າວ Mieraili Yusufu.

ການ​ດຳ​ເນີນ​ຄະດີ​ຊາວຈີນ ​ເຜົ່າ Uighurs 2 ຄົນ ທີ່​ຖືກ​ກ່າວ​ຫາ​ວ່າ ໄດ້​ວາງ​ລະ​ເບີດທີ່​ຮ້າຍ​ແຮງ​ໃນ​ບາງກອກ ປີ​ກາຍ​ນີ້ ​ໄດ້​ຖືກ​ເລື່ອນ​ໃນ​ວັນ​ອັງຄານ​ມື້​ນີ້ ​ເພາະວ່າ ພວກ​ຈຳ​ເລີຍ ​ບໍ່​ສາ ມາດ​ຫາ​ນາຍ​ພາ​ສາ​ ເພື່ອມາແປ​ພາສາ Uighur ນັ້ນຄື​ການ​ຕັດສິນ​ຂອງ​ສານ​ທະຫານ.

ທ້າວ Yusufu Mieraili ​ແລະທ້າວ Bilal Mohammed ຕ່າງກໍ​ເປັນ​ສະມາຊິກ​ຂອງ​ຊົນ​ກຸ່ມ​ນ້ອຍມຸສລິ​ມ ​ທີ່​ປາກ​ພາສາ​ເທີ​ກີ ຂອງ​ຈີນ ໄດ້​ຖືກ​ກ່າວ​ວ່າວາງ​ແຜນ​ລະ​ເບີດ​ໃສ່​ສານເຈົ້າ​ເອຣະ ວັນ ຂອງສາສະໜາ​ຮິນ​ດູ ​ຊຶ່ງ​ປະຊາຊົນ​ມັກ​ໄປ​ສັກກາລະ​ບູຊາ ​ໃນເຂດໃຈ​ກາງບາງກອກເມື່ອ​ເດືອນ​ສິງຫາ 2015 ປີ​ກາຍ​ນີ້.

​ເຫດລະ​ເບີດ​ໃນ​ຄັ້ງ​ນີ້ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 20 ຄົນ ​ແລະ​ບາດ​ເຈັບ​ອີ​ກ ຫຼາຍ​ກວ່າ 100 ຄົນ ຊຶ່ງ​ເຮັດ​ໃຫ້ເປັນ​ການ​ໂຈມ​ຕີທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະຫວັດ​ສາດ​ ທີ່​ເກີດ​ຢູ່​ໃນດິນໄທ ​ເມື່ອ​ບໍ່​ດົນມາ​ນີ້.

​ເຈົ້າ​ໜ້າ​ທີ່​ໄທ ​ໄດ້ຖືກ​ຕຳ​ນິຕິ​ຕຽນ​ໃນ​ການ​ສືບສວນສອບສວນຄະດີ ທີ່​ເບິ່ງ​ຄື​ວ່າ ​ໄດ້​ມີ​ການ​ຊັກ​ຊ້າ ບໍ່​ດົນ​ຫຼັງ​ຈາກ​ທີ່ ​ໄດ້​ຈັບ​ກຸ​ມຊາຍ 2 ຄົນ ​ແລະຍັງປ່ອຍໃຫ້ພວກ​ຕ້ອງ​ສົງ​ໄສ​ອີກ​ຫຼາຍ​ສິບ​ຄົນໃຫ້ລອຍ​ນວນຢູ່.

ຄະດີ​ດັ່ງກ່າວ​ນີ້ ຍິ່​ງມີ​ຄວາມສະ​ລັບ​ສັບ​ຊ້ອນຕື່ມ​ຂຶ້ນ ຫຼັງ​ຈາກ​ທີ່ ຜູ້​ແປ​ພາສາຊາວ Uzbec-kistan ​ຂອງ​ທັງ​ສອງ​ຄົນຜູ້ຕ້ອງ​ຫາ ​ໄດ້​ຖືກ​ຈັບ​ກຸມ​ໃນ​ຄະດີ​ຄ້າ​ຢາ​ເສບ​ຕິດ​ໃນ​ເດືອນມິຖຸນາ​ຜ່ານ​ມາ​ນີ້.

ລາວແມ່ນ​ກຳລັງຫລົບໜີທາງ​ການ ​ແລະ​ຈຳ​ເລີຍ​ຈຶ່ງ​ບໍ່​ສາມາດຫານາ​ຍ​ແປ​ພາສາ​ໃດ້​ທັນ​ເວລາ ຊຶ່ງ​ທາງ​ທະນາຍຄວາມຂອງ​ຈຳ​ເລີຍ​ ​ໄດ້ແຈ້ງ​ໃຫ້ທາງສານ​ທະຫານຊາບ ໃນ​ວັນ​ອັງຄານ​ມື້​ນີ້.

​ຜູ້​ພິພາກສາ ​ໄ​ດ້ຕົກລົງ​ເຫັນ​ດີ​ໃຫ້​ເລື່ອນການ​ດຳ​ເນີນ​ຄະດີ​ດັ່ງກ່າວ​ອອກ​ໄປ ຈົນ​ກວ່າຈະ​ໄດ້​ມີການ​ໃຫ້ການໃນ​ວັນ​ທີ 15 ກັນຍາ​ທີ່​ຈະ​ມາ​ເຖິງ​ນີ້ ອິງ​ຕາມ​ລາຍ​ງານ​ຂອງ​ອົງການ ຂ່າວ AFP ທີ່​ຢູ່​ຂ້າງ​ໃນ​ສານ ບ່ອນທີ່​ໄດ້​ມີ​ການ​ເກືອດ​ຫ້າມ​ບໍ່​ໃຫ້​ຈົດ​ບັນທຶກ​ໃດໆນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG