ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປະທານາທິບໍດີ ເກົາຫລີໃຕ້ ສະເໜີ ຂໍ້ຕໍ່ລອງ ຕໍ່ການລາອອກ ຈາກໜ້າທີ່


ປະທານາທິບໍດີເກົາຫລີໃຕ້ ທ່ານນາງ Park Geun-hye ກົ້ມຄຳນັບ ລະຫວ່າງກ່າວຄຳປາໄສຕໍ່ປະເທດຊາດ.
ປະທານາທິບໍດີເກົາຫລີໃຕ້ ທ່ານນາງ Park Geun-hye ກົ້ມຄຳນັບ ລະຫວ່າງກ່າວຄຳປາໄສຕໍ່ປະເທດຊາດ.

ໂດຍປາດ​ສະ​ຈາກ​ການ​ໃຊ້​ຄຳ​ເວົ້າ​ຟ້ອງ ຫລື​ລາ​ອອກ ປະທານາທິບໍດີ​ເກົາຫລີ​ໃຕ້ ທ່ານ
ນາງPark Geun-hye ​ໃນ​ວັນ​ອັງຄານ​ມື້​ນີ້ ​ໄດ້​ສະ​ແດງ​ຄວາມ​ເຕັມ​ໃຈທີ່​ຈະລາ​ອອກ​ຈາກ​ຕຳ​ແໜ່​ງ​ດ້ວຍ​ຄວາມ​ເປັນ​ລະບຽບ ​ເວລາ​ໃດ ​ແລະ​ຖ້າ​ຫາກ​ສະ ພາ​ແຫ່ງ​ຊາດ ຮັບ​ຜ່ານ​ມາດ​ຕະການ​ທີ່​ບັງຄັບ​ໃຫ້ທ່ານ​ນາງ​ ຕ້ອງ​ກະທຳ​ການ​ດັ່ງ ກ່າວ.

ທ່ານ​ນາງ Park ກ່າວ​ໃນ​ລະຫວ່າງຄຳ​ປາ​ໄສທາງ​ໂທລະພາບ ​ຕໍ່​ປະ​ເທດ​ຊາດ ທີ່​ໄດ້​ຈັດ​ຂຶ້ນຢ່າງ​ກະທັນຫັນ​ວ່າ “ຂ້າພະ​ເຈົ້າ​ຈະປ່ອຍ​ໃຫ້​ທິດ​ທາງ​ໃນ​ການ​ດຳ​ເນີນ ການ​ໃນ​ອະນາ​ຄົດ​ ຮວມທັງ​ສະ​ໄໝການ​ເປັນ​ປະທານາທິບໍດີ​ທີ່​ສັ້ນ​ລົງ ​ໃຫ້​ແກ່ ການ​ຕັດສິນ​ໃຈ​ຂອງ​ສະພາ​ແຫ່ງ​ຊາດ.”

ທ່ານ​ນາງ​ຍັງ​ກ່າວ​ເພີ້ມອີກ​ວ່າ ອັນ​ທີ່ປາກົດ​ວ່າ ​ເງື່ອນ​ໄຂ​ທີ່​ບໍ່​ຈະ​ແຈ້ງ ​ແລະ​ກຳ ນົດ​ເວລາທີ່​ຍັງ​ບໍ່​ແນ່ນອນຕໍ່​ການ​ລາ​ອອກ​ຂອງ​ທ່ານ​ນາງ ​ໂດຍ​ກ່າວ​ວ່າ ທ່ານ​ນາງ​ຈະ “ລາ​ອອກ​ຈາກ​ໜ້າ​ທີ່​ປະທານ​າທິບໍດີ​ອີງ​ຕາມໝາຍ​ກຳນົດ ​ແລະ​ການ​ດຳ​ເນີນ ດ້ານ​ກົດໝາຍ” ​ແລະ​ອີງ​ຕາມ​ມາດ​ຕະການ​ທີ່​ຈະ​ຕົກລົງ​ກັນ​ໂດຍ​ພັກ​ລັດຖະບານ ​ແລະ​ບັນດາ​ພັກ​ຝ່າຍ​ຄ້ານ ​ເພື່ອ “​ເຮັດ​ໃຫ້​ຄວາມ​ວຸ້ນວາຍ ​ແລະ​ຊ່ອງ​ຫວ່າງ​ທຸລະ​ກິດ​ຂອງ​ລັດຖະບານມີ​ໜ້ອຍ ​ແລະ​ການ​ໂອນ​ອຳນາດ​ຢ່າງລາບ​ລື່ນ.”

ບັນດາ​ຜູ້ນຳ​ຝ່າຍ​ຄ້ານ​ໄດ້​ມີ​ປະຕິກິລິຍາ​ຕໍ່ ຕໍ່ຄຳ​ຖະ​ແຫລ​ງຂອງ​ປະທານາທິບໍດີ ​ດ້ວຍ ຄວາມສົງ​ໄສ. ຈຳນວນ​ນຶ່ງ​ສົງ​ໄສ​ວ່າ​ນີ້​ອາດ​ເປັນ​ການ​ເຄື່ອນ​ໄຫວ​ການ​ເມືອງ​ເພື່ອ​ໃຫ້​ມີ​ການ​ຊ້າຕໍ່​ຄວາມ​ພະ​ຍາ​ຍາມ​ຟ້ອງ​ຮ້ອງ ທີ່​ກຳລັງດຳ​ເນີນ​ ​ແລະ​ເພື່ອ​ເສີມ ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ສະໜັບ​ສະ​ໜູນ​ຂອງ​ທ່ານ​ນາງພາຍ​ໃນ​ພັກ Saenuri ຂອງ​ທ່ານ​ນາງ.

ຄົນພາກັນເບິ່ງການກ່າວຄຳປາໄສ ທາງໂທລະພາບ ຂອງປະທານາທິບໍດີ ເກົາຫລີໃຕ້ ທ່ານນາງ Park Geun-hye
ຄົນພາກັນເບິ່ງການກ່າວຄຳປາໄສ ທາງໂທລະພາບ ຂອງປະທານາທິບໍດີ ເກົາຫລີໃຕ້ ທ່ານນາງ Park Geun-hye

ທ່ານ Choo Mi-ae ຫົວໜ້າ​ພັກ​ປະຊາທິປະ​ໄຕ​ຂອງ​ເກົາຫລີ​ສະ​ແດງ​ຮ່ອງຮອຍ ​ໃຫ້​ເຫັນ​ວ່າ ຂໍ້​ສະ​ເໜີ​ຂອງ​ປະທານາທິບໍດີຕໍ່​ການ​ລາ​ອອກ​ແບບ​ມີ​ເງື່ອນ​ໄຂ​ນັ້ນຈະ​ບໍ່ຫັນປ່ຽນແປງ​ແຜນຂອງ​ພວກຝ່າຍ​ຄ້ານທີ່​ຈະ​ນຳ​ສະ​ເໜ່ການ​ຟ້ອງຮ້ອງຮ່ວມ ​ໃນ​ອາທິດ​ນີ້ ທີ່​ຈະ​ມີ​ການ ​ລົງ​ຄະ​ແນນ​ສຽງ ​ໃນ​ວັນ​ສຸກ​ຈະ​ມາ​ເຖິງ​ນີ້​.

ຢູ່​ໜ້າ Facebook ຂອງ​ທ່ານ ທ່ານ Park Jie-won ຜູ້ນຳ​ຝ່າຍ​ຄ້ານ​ພັກປະ ຊາຊົນ ​ໄດ້​ປະນາມ​ປະທານາທິບໍດີ Park ກ່ຽວ​ກັບ “​ເລ່​ກົນ​ການ​ເມືອງ” ​ແລະ​ປະກາດ​ທີ່​ຈະ​ສືບ​ຕໍ່​ຂັ້ນ ຕອນການ​ຟ້ອງ​ຮ້ອງ​ ທີ່​ໄດ້​ຮັບ​ການ​ສະໜັບສະໜູນຈາກ​ຝ່າຍ​ຄ້ານ ​ແລະ “ບັນດາ​ສະມາ ຊິກສະພາ​ທີ່​ສື່​ສັດ​ຂອງ​ພັກ Saenuri.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

South Korea Presidential Scandal
please wait

No media source currently available

0:00 0:01:46 0:00

XS
SM
MD
LG