ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

71 ຄົນ ເສຍຊີວິດ ໃນເຫດ ເຮືອບິນທີ່ຂົນສົ່ງ ນັກເຕະບານ ບຣາຊິລ ຕົກ


ກຸ່ມເຈົ້າໜ້າທີ່ກູ້ໄພ ເກັບກູ້ສົບຜູ້ເຄາະຮ້າຍ ຂອງສາຍການບິນ LAMIA ທີ່ໄດ້ຕົກຢູ່ໃນພູ Cerro Gordo, ເຂດເທດສະບານ ເມືອງ La Union, ໂຄລອມເບຍ, 29 ພະຈິກ, 2016.
ກຸ່ມເຈົ້າໜ້າທີ່ກູ້ໄພ ເກັບກູ້ສົບຜູ້ເຄາະຮ້າຍ ຂອງສາຍການບິນ LAMIA ທີ່ໄດ້ຕົກຢູ່ໃນພູ Cerro Gordo, ເຂດເທດສະບານ ເມືອງ La Union, ໂຄລອມເບຍ, 29 ພະຈິກ, 2016.

ຢ່າງໜ້ອຍ 71 ຄົນໄດ້ເສຍຊີວິດ ເມື່ອເຮືອບິນທີ່ນຳພານັກກິລາເຕະ ບານບຣາຊິລ ປະສົບ​ອຸບັດ​ຕິເຫດຕົກໃກ້ກັບເມືອງ Medellin ປະເທດ ໂຄລອມເບຍ ໃນຕອນແລງຂອງວັນຈັນ ທີ່ຜ່ານມາ. ຈຳນວນຜູ້ເສຍຊີວິດທັງໝົດແມ່ນຕ່ຳກວ່າຈຳນວນທີ່ຖືກລາຍງານກ່ອນໜ້ານີ້ ວ່າມີຢ່າງໜ້ອຍ 76 ຄົນ.

ໜຶ່ງໃນຈຳນວນຜູ້ລອດຊີວິດ 6 ຄົນໃນເຮືອບິນລຳດັ່ງກ່າວແມ່ນ ສະມາຊິກ 3 ຄົນຂອງທີມ ເຕະບານ Chapecoense, ຢ່າງໜ້ອຍ 2 ຄົນໃນນັ້ນທີ່ໄດ້ຮັບບາດເຈັບຫຼາຍພໍສົມຄວນ ແມ່ນ ນັກຂ່າວຄົນໜຶ່ງ ແລະ ພະນັກງານ​ເຮືອບິນ 2 ຄົນ.

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ຜູ້ຮັກສາປະຕູ ບຣາຊິລ ທ້າວ Marcos Danilo Padilha ທຳອິດໄດ້ລອດຊີວິດຈາກອຸບັດຕິເຫດ, ແຕ່ “ຕໍ່ມາໄດ້ເສຍຊີວິດ ໃນເວລາທີ່ຖືກສົ່ງ” ໄປ ໂຮງໝໍ.

ບັນດາແພດໝໍໄດ້ຕັດຂາຂອງຜູ້ຮັກສາປະຕູສຳຮອງ ທ້າວ Jackson Follman, ໃນຂະ ນະທີ່ນັກເຕະກອງຫຼັງ ທ້າວ Helio Neto ໄດ້ຮັບບາດເຈັບທີ່ກະໂຫຼກຫົວ. ນັກເຕະກອງຫຼັງ ທ້າວ Alan Ruschel ກໍແມ່ນຜູ້ລອດຊີວິດອີິກຄົນໜຶ່ງ. ທ່ານໝໍຄົນໜຶ່ງໄດ້ກ່າວວ່າ ລາວ ໄດ້ຖືກຜ່າຕັດ ແລະ ຕໍ່ມາຖືກສົ່ງໄປໂຮງໝໍອີກແຫ່ງໜຶ່ງສຳລັບການກວດກາເພີ່ມເຕີມ.

ເຮືອບິນລຳດັ່ງກ່າວ, ເປັນເຮືອບິນຂອງສາຍກາຍບິນຂະໜາດນ້ອຍຂອງ ເວເນຊູ ເອລາ ຊື່ວ່າ LaMia , ທີ່ໄດ້ບິນອອກຈາກປະເທດ ໂບລີເວຍ ເພື່ອ​ໄປ​ຮ່ວມ​ການແຂ່ງຂັນຮອບຊິງ ຊະນະ ເລີດ ຂັນ​ອາ​ເມຣິກາ​ໃຕ້​ຫລື Copa Sudamericana ໃນເວລາທີ່​ເຮືອບິນ​ຕົກ.

ຄວາມພະຍາຍາມໃນການກູ້ໄພໄດ້ປະສົບກັບອຸປະສັກຍ້ອນ ສະຖານທີ່ເກີດເຫດເປັນ ເຂດທີ່ເຂົ້າເຖິງໄດ້ຍາກ ແລະບໍ່​ສາມາດ​ເບິ່ງ​ໃນ​ໄລຍະ​ໄກ​ໄດ້.

ທ່ານ Alfredo Bocanegra ຫົວຂອງອົງການການບິນພົນລະເຮືອນຂອງ ໂຄລອມເບຍ ໄດ້ກ່່າວວ່າ ບັນດາເຈົ້າໜ້າບໍ່ສາມາດຕັດສິນຄວາມເປັນໄປໄດ້ ກ່ຽວກັບ ການໝົດນ້ຳມັນ ຂອງເຮືອບິນ ກ່ອນທີ່ມັນຈະຕົກ, ແຕ່ຈຸດເພັ່ງເລັງທີ່ສຳຄັນຂອງການສືບສວນສອບສວນ ນັ້ນ ແມ່ນກ່ຽວກັບຄວາມເປັນໄປໄດ້​ໃນ​ການ​ເກີດ​ບັນຫາກ່ຽວ​ກັບລະບົບໄຟຟ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG