ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

5 ຄົນ ລອດຊີວິດ ໃນຈຳນວນ 81 ຄົນ ໃນເຫດ ເຮືອບິນຕົກ ຢູ່ປະເທດ ໂຄລອມເບຍ


ພວກນັກເຕະບານທີມ Chapecoense ຂອງບຣາຊີລ ສະເຫຼີມສະຫຼອງ ໃນຕອນສຸດທ້າຍ ຂອງການແຂ່ງຂັນ ຮອບຮອງຊະນະເລີດ ເອົາຂັນ Copa Sudamericana ລະຫວ່າງ ຄູ່ແຂ່ງທີມ San Lorenzo ຂອງອາເຈັນຕີນາ ໃນເມືອງ Chapeco ຂອງບຣາຊີລ, ວັນທີ 23 ພະຈິກ 2016.
ພວກນັກເຕະບານທີມ Chapecoense ຂອງບຣາຊີລ ສະເຫຼີມສະຫຼອງ ໃນຕອນສຸດທ້າຍ ຂອງການແຂ່ງຂັນ ຮອບຮອງຊະນະເລີດ ເອົາຂັນ Copa Sudamericana ລະຫວ່າງ ຄູ່ແຂ່ງທີມ San Lorenzo ຂອງອາເຈັນຕີນາ ໃນເມືອງ Chapeco ຂອງບຣາຊີລ, ວັນທີ 23 ພະຈິກ 2016.

ເຈົ້າໜ້າທີ່ຂອງໂຄລອມເບຍ ກ່າວວ່າ ມີຜູ້ໂດຍສານ ລອດຊີວິດມາ​ໄດ້ 5 ຄົນ ຈາກ
ຈຳນວນ​ທັງ​ໝົດ 81 ຄົນ ທີ່ຢູ່ໃນເຮືອບິນເຊົ່າລຳນຶ່ງທີ່​ໄດ້​ຂົນທີມເຕະບານ ສາຍທີນຶ່ງ ຂອງບຣາຊີລ ເຊິ່ງໄດ້ປະສົບ​ອຸປະຕິ​ເຫດຕົກ ໃນລະຫວ່າງບິນໄປຍັງ ສະໜາມບິນ
ສາກົນ ຂອງເມືອງ Medellin.

ທ່ານ Federico Gutierrez Gutierrez ເຈົ້າຄອງ​ກຳ​ແພງເມືອງ Medellin ໄດ້ກ່າວ ຕໍ່ສະຖານີວິທະຍຸ Blu ໃນຂະນະທີ່ເດີນທາງໄປຍັງຈຸດເກີດເຫດ ຢູ່ໃນເຂດພູດອຍ ນອກເມືອງ ບ່ອນທີ່ເຮືອບິນດັ່ງກ່າວໄດ້ປະສົບ​ອຸປະຕິ​ເຫດຕົກ ວ່າ “ມັນເປັນໂສກ ນາດຕະກຳ ທີ່ໃຫຍ່ຫຼວງທີ່ສຸດ.”

ນັກກິລາເຕະບານ ຊາວບຣາຊີລ ທ້າວ Alan Luciano Ruschel ຂອງທີມ ສະໂມສອນ Chapecoense ໄດ້ຮັບການຮັກສາປິ່ນປົວ ຫລັງຈາກເຮືອບິນຕົກ ໃນເມືອງ Antioquia ຢຸ່ພາກກາງຂອງປະເທດໂຄລອມເບຍ, ວັນທີ 29 ພະຈິກ 2016.
ນັກກິລາເຕະບານ ຊາວບຣາຊີລ ທ້າວ Alan Luciano Ruschel ຂອງທີມ ສະໂມສອນ Chapecoense ໄດ້ຮັບການຮັກສາປິ່ນປົວ ຫລັງຈາກເຮືອບິນຕົກ ໃນເມືອງ Antioquia ຢຸ່ພາກກາງຂອງປະເທດໂຄລອມເບຍ, ວັນທີ 29 ພະຈິກ 2016.


ບັນດາເຈົ້າໜ້າທີ່ການບິນ ໄດ້ກ່າວວ່າ ເຮືອບິນ ທີ່​ສ້າງ​ໂດຍ​ບໍ​ລິ​ສັດ British Aerospace 146 ໂຕຖັງສັ້ນ ທີ່ບໍລິຫານ​ງານ​ໂດຍສາຍການບິນສັນຍາເຊົ່າ ຂອງປະເທດໂບລີເວຍ ທີ່ມີຊື່ວ່າ Lamia ໄດ້ແຈ້ງເຫດສຸກເສີນ ໃນເວລາ 10 ໂມງແລງ ວັນຈັນວານນີ້ ສາເຫດ
ມາຈາກລະບົບໄຟຟ້າ ມີ​ບັນຫາ.

ບັນດາເຈົ້າໜ້າທີ່ ແລະ ພວກກູ້ໄພ ໄດ້ຖືກເຄື່ອນໄຫວໃນທັນທີທັນໃດ ແຕ່ເຮືອບິນ ເຮລິຄອບເຕີ ຂອງທະຫານອາກາດ ຕ້ອງໄດ້ບິນກັບຄືນ ຍ້ອນບໍ່ສາມາດແນມເຫັນໄດ້.

ເຮືອບິນລຳດັ່ງກ່າວ ໄດ້ຢຸດແວ່ ທີ່ເມືອງ Santa Cruz ຂອງໂບລີເວຍ ຊຶ່ງໄດ້ນຳສົ່ງ ທີມເຕະບານ ສາຍທີໜຶ່ງ Chapecoense ຈາກພາກໃຕ້ຂອງບຣາຊີລ. ທີມເຕະບານ
ນີ້ ມີກຳນົດຈະລົງ​ແຂ່ງຂັນ ໃນວັນພຸດມື້ອື່ນນີ້ ໃນການແຂ່ງຂັນຮອບທຳອິດ ຂອງ​ທັງ​ໝົດ​ສອງ​ເທື່ອ ​ເພື່ອ​ຊິງ​ຂັນອາ​ເມຣິກາ​ໃຕ້ ​ຫຼື Copa Sudamericana ສູ້ກັບທີມ Atletico Nacional ຂອງເມືອງ Medellin.

ສະຫະພັນເຕະບານຂອງອາເມຣິກາໃຕ້ ໄດ້ຍົກເລີກ ກິດຈະກຳຕ່າງໆ ທັງໝົດ ຈົນກວ່າ ຈະມີແຈ້ງການຕື່ມອີກ ອັນເປັນຜົນມາຈາກອຸປະຕິ​ເຫດເຮືອບິນຕົກ ໃນວັນຈັນວານນີ້.

ເຮືອບິນລຳດັ່ງກ່າວ ໄດ້ບັນຈຸຜູ້ໂດຍສານ 72 ຄົນ ແລະ ພະນັກງານປະຈຳເຮືອບິນ 9 ຄົນ ຊຶ່ງບັນດາເຈົ້າໜ້າທີ່ການບິນ ໄດ້ກ່າວໃນຖະແຫລງການ. ສະຖານີວິທະຍຸຂອງທ້ອງຖິ່ນ ໄດ້ກ່າວວ່າ ເຮືອບິນລຳດຽວກັນນີ້ ໄດ້ຂົນສົ່ງທີມຊາດຂອງອາເຈັນຕີນາ ໄປແຂ່ງຂັນ ຢູ່ໃນປະເທດບຣາຊີລ ​ເມື່ອ​ຕົ້ນເດືອນນີ້.

ພາບວີດີໂອ ທີ່​ນຳ​ອອກເຜີຍແຜ່ ຢູ່ໃນໜ້າເຟສບຸກຂອງທີມ ສະແດງໃຫ້ເຫັນວ່າ ທີມເຕະບານກຳລັງກຽມພ້ອມຂຶ້ນຖ້ຽວບິນດັ່ງກ່າວ ເມື່ອຕອນເຊົ້າວັນຈັນວານນີ້ ຢູ່ທີ່ສະໜາມບິນສາກົນ Guarulhos ຂອງນະຄອນ Sao Paulo.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Colombia Plane Crash
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG