ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ ຟີລິບປິນ ຄົນຕໍ່ໄປ ຢາກຈະນຳເອົາ ການປະຫານຊີວິດ ແບບແຂວນຄໍ ຄືນມາໃຊ້


ຜູ້ທີ່ຫາກໍໄດ້ຖືກເລືອກ ມາເປັນປະທານາທິບໍດີ ຂອງຟີລິບ
ປິນຄົນໃໝ່ ທ່ານ Rodrigo Duterte ສະແດງທ່າທີ ໃນລະ
ຫວ່າງກອງປະຊຸມຖະແຫລງຂ່າວ.
ຜູ້ທີ່ຫາກໍໄດ້ຖືກເລືອກ ມາເປັນປະທານາທິບໍດີ ຂອງຟີລິບ ປິນຄົນໃໝ່ ທ່ານ Rodrigo Duterte ສະແດງທ່າທີ ໃນລະ ຫວ່າງກອງປະຊຸມຖະແຫລງຂ່າວ.

ປະທານາທິບໍດີ ຂອງຟີລິບປິນ ທ່ານ Rodrigo Duterte ທີ່ຫາກໍໄດ້ຖືກເລືອກຂຶ້ນມາ ກ່າວວ່າ ທ່ານຈະຂໍລັດຖະສະພາ ໃຫ້ນຳເອົາການປະຫານຊີວິດ ກັບຄືນມາໃຊ້ ເພື່ອເປັນ ການລົງໂທດ ສຳລັບ ອາຊະຍາກຳຕ່າງໆ ປະກອບດ້ວຍ ການຂົ່ມຂືນຊຳເລົາ ການປົ້ນ ການຄາດຕະກຳ ແລະ ການຄ້າຢາເສບຕິດ.

ທ່ານ Duterte ໄດ້ກ່າວຕໍ່ບັນດານັກຂ່າວ ວ່າ ວິທີທີ່ທ່ານມັກ ສຳລັບການປະຫານຊີວິດ ແມ່ນການແຂວນຄໍ ຊຶ່ງທ່ານ ຄິດວ່າ ເປັນການກະທຳທີ່ມີມະນຸດສະທຳຫຼາຍກວ່າໝູ່.

ທ່ານຍັງໄດ້ກ່າວວ່າ ທ່ານຈະອອກຄຳສັ່ງ ໃຫ້ຕຳຫຼວດຍິງເພື່ອຂ້າ ສຳລັບ ພວກສະມາຊິກ ອາຊະຍາກອນ ຜູ້ທີ່ໂຫດຮ້າຍຕໍ່ສູ້ການຈັບກຸມ.

ທ່ານ Duterte ໄດ້ຊະນະການເລືອກຕັ້ງເມື່ອສັບປະດາແລ້ວນີ້ ຫຼັງຈາກທີ່ໄດ້ໂຄສະນາ ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດການປາບປາມຢ່າງໜັກ ຕໍ່ອາຊະຍາກຳ ໃນລະຫວ່າງ 6 ເດືອນທຳອິດ ໃນການດຳລົງຕຳແໜ່ງຂອງທ່ານ.

ກຸ່ມປົກປ້ອງສິດທິຕ່າງໆ ໄດ້ກ່າວຫາທ່ານວ່າ ກຳກັບເບິ່ງໜ່ວຍສັງຫານ ທີ່ໄດ້ຂ້າພວກຄົນ ໄປແລ້ວ ຫຼາຍກວ່າ 1,100 ຄົນ ໃນລະຫວ່າງ ເວລາທີ່ທ່ານເປັນເຈົ້າຄອງນະຄອນ Davao.

ທ່ານ Duterte ຍັງໄດ້ກ່າວວ່າ ທ່ານຈະສະແຫວງຫາການເຈລະຈາ ກັບຈີນ ເພື່ອແກ້ໄຂ ຂໍ້ຂັດແຍ້ງຕ່າງໆ ໃນທະເລຈີນໃຕ້ ແລະ ວ່າ ທ່ານ ຈະພິຈາລະນາ ສະເໜີໃຫ້ຕຳແໜ່ງ ໃນຄະນະລັດຖະບານ ສຳລັບພວກກະບົດ ຄອມມິວນິສ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Philippines Duterte
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG