ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຮຽກຮ້ອງໃຫ້ ວໍຊິງຕັນ ຍຸຕິການບິນສອດແນມ ໃກ້ໆແຄມຝັ່ງ ຂອງຕົນ


ເຈົ້າໜ້າທີ່ທະຫານທ່ານນຶ່ງ ກ່າວວ່າ ເຮືອບິນລົບ ອາຍພົ່ນ J-11 ຂອງຈີນ, ຄືກັບຢູ່ໃນຮູບນີ້, ໄດ້ບິນເຂົ້າໄປສະກັດເຮືອບິນ
EP-3 Aries ຂອງສະຫະລັດ ໃນໄລຍະທີ່ໃກ້ຄຽງຫຼາຍ ຈົນກົດດັນໃຫ້ພວກເຂົາເຈົ້າ ລົດລະດັບລົງໄປ 60.9 ແມັດ.
ເຈົ້າໜ້າທີ່ທະຫານທ່ານນຶ່ງ ກ່າວວ່າ ເຮືອບິນລົບ ອາຍພົ່ນ J-11 ຂອງຈີນ, ຄືກັບຢູ່ໃນຮູບນີ້, ໄດ້ບິນເຂົ້າໄປສະກັດເຮືອບິນ EP-3 Aries ຂອງສະຫະລັດ ໃນໄລຍະທີ່ໃກ້ຄຽງຫຼາຍ ຈົນກົດດັນໃຫ້ພວກເຂົາເຈົ້າ ລົດລະດັບລົງໄປ 60.9 ແມັດ.

ຈີນ ກຳລັງຮຽກຮ້ອງໃຫ້ ວໍຊິງຕັນ ຍຸຕິການສອດແນມ ຢ່າງໃກ້ຊິດ ຕາມແຄມຝັ່ງ ຂອງຕົນ ໃນທັນທີ ຫຼັງຈາກ ອັນທີ່ ທຳນຽບຫ້າແຈ ໄດ້ອະທິບາຍວ່າ ເປັນ ການປະເຊີນ ໜ້າກັນ ​ແບບ “ບໍ່ປອດໄພ” ລະຫວ່າງເຮືອບິນລົບອາຍພົ່ນ ຂອງຈີນສອງລຳ ແລະ ເຮືອບິນທະ ຫານສະຫະລັດ.

ທຳນຽບຫ້າແຈ ໄດ້ກ່າວວ່າ ເຮືອບິນລົບອາຍພົ່ນ ສອງລຳຂອງຈີນ ໄດ້ບິນສະກັດ ເຮືອບິນສອດ​ແນມຂອງສະຫະລັດ ທີ່ບິນລາດຕະເວນຕາມປົກກະຕິ ໃນວັນອັງຄານ ຜ່ານມານີ້ ​ໃນ​ເຂດ​ນ່ານຟ້າສາກົນ ເທິງທະເລຈີນໃຕ້.

ແຕ່ໂຄສົກກະຊວງການຕ່າງປະເທດຂອງຈີນ ທ່ານ Hong Lei ໄດ້ກ່າວໃນວັນພະຫັດມື້ນີ້ ວ່າ ການ​ກ່າວ​ອ້າງຂອງທຳນຽບຫ້າແຈ ​ໃນອັນທີ່ໄດ້ເກີດຂຶ້ນນັ້ນ “ບໍ່ແມ່ນຄວາມຈິງ.”

ທ່ານ Hong ໄດ້ກ່າວວ່າ “ເຮືອບິນລົບອາຍພົ່ນຂອງຈີນສອງລຳໄດ້ ຕິດຕາມ ແລະ ໄດ້ ສັງເກດເບິ່ງ ເຮືອບິນຂອງສະຫະລັດ ຖືກຕ້ອງ​ຕາມກົດໝາຍ ແລະ ກົດລະບຽບຕ່າງໆ.” ທ່ານກ່າວຕື່ມວ່າ ເຮືອບິນອາຍພົ່ນຂອງຕົນ “ສືບຕໍ່ຮັກສາໄລຍະທີ່ປອດໄພ ຕະຫຼອດມາ ແລະ ບໍ່ໄດ້ເຮັດຫຍັງທີ່ເປັນອັນຕະລາຍໃດໆເລີຍ.”

ທ່ານ Hong ໄດ້ກ່າວອີກວ່າ ການບິນເຂົ້າສະກັດທີ່ໄດ້ເກີດຂຶ້ນ ​ໃກ້ໆ​ກັບເກາະ Hainan ທາງພາກໃຕ້ຂອງຈີນ ແລະວ່າ ມັນ​ເປັນ​ໄພ​ຂົ່ມຂູ່ ຢ່າງ​ຮ້າຍ​ແຮງ​ຕໍ່​ເຂດ​ອາກາດ​ຂອງຈີ​ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG