ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມຽນມາ ຕັດສິນຈຳຄຸກ ຕະຫຼອດຊີວິດ ນັກຄ້າໄມ້ເຖື່ອນ ຈີນ


ຊາຍຄົນໜຶ່ງຮັດທ່ອນໄມ້ ຕິດກັບລົດ ໃນຄ້າຍຕັດໄມ້ ທີ່ເມືອງ Pinlebu ລັດ Sagaing, ປະເທດ ມຽນມາ. 5 ມີນາ 2014.
ຊາຍຄົນໜຶ່ງຮັດທ່ອນໄມ້ ຕິດກັບລົດ ໃນຄ້າຍຕັດໄມ້ ທີ່ເມືອງ Pinlebu ລັດ Sagaing, ປະເທດ ມຽນມາ. 5 ມີນາ 2014.

​ມຽນມາ ​ໄດ້​ຕັດສິນ​ຈຳ​ຄຸກ​ຕະຫຼອດ​ຊີວິດ​ໃຫ້​ແກ່​ຊາວ ຈີນ 153 ຄົນ​ທີ່​ລັກລອບ​ຕັດ​ໄມ້​ຜິດ​ກົດໝາຍ​ໃນ​ລັດ​ Kachin ຢູ່​ທາງ​ພາກ​ເໜືອ​ຂອງ​ປະເທດ.

ສານ​ທີ່ນະຄອນຫຼວງ​ Myitkyina ຂອງ​ລັດ Kachin ​ໄດ້​ອອກ​ຄຳ​ພິພາກ​ສາ​ໃນ​ວັນ​ພຸດ​ວານ​ນີ້. ປະຊາຊົນ ຈີນ ອີກ​ສອງ​ຄົນ​ແມ່ນ​ຖືກ​ຕັດສິນຈຳຄຸກເປັນ​ເວລາ 10 ປີ.

​ທະນາຍຄວາມ Khin Maung ທີ່​ຕາງໜ້າໃຫ້​ແກ່​ຈຳ​ເລີຍ, ​ກ່າວ​ຕໍ່ ວີໂອ​ເອ ພະແນກພາສາມຽນມາ​ວ່າ ການ​ຕັດສິນດັ່ງກ່າວ ​ແມ່ນ​ໄດ້​ມີຂຶ້ນ​ໂດຍ​ຜູ້​ພິພາກສາ​ 2 ຄົນ.

ທ່ານ Khin Maung ກ່າວ​ວ່າ “ພວກ​ເຂົາ​ມາ​ນຳ​ກັນ​ 2 ກຸ່ມ, ກຸ່ມ​ທຳ​ອິດ​ມີ​ທັງ​ໝົດ 85 ຄົນ ​ແລະ ອີກ​ກຸ່ມ​ມີ 70 ຄົນ. ຜູ້​ພິພາກສາ​ຂອງ ສານ​ເມືອງ Myitkyina ​ໄດ້​ຕັດສິນ​ຈຳ​ຄຸກ​ຕະຫຼອດ​ຊີວິດ​ໃຫ້​ແກ່ 83 ຄົນ ຂອງ​ກຸ່ມ​ທຳ​ອິດ ​ແລະ ຈຳຄຸກ 10 ປີໃຫ້​ກັບ ອີກ​ສອງ​ຄົນ​ທີ່​ເປັນ​ພຽງ​ຊາວ​ໜຸ່ມ. ຜູ້​ພິພາກສາ​ອີກ​ຄົນ​ໜຶ່ງ​ຂອງ​ສານເມືອງ​ໄດ້​ຕັດສິນຈຳ​ຄຸ​ກ 20 ປີໃຫ້​ຄົນ​ທັງ​ໝົດ​ໃນ​ກຸ່ມ​ທີ 2, ​ແລະມັນ​ກໍ​ເປັນ​ແບບ​ດຽວກັນ​ກັບ​ການ​ຕັດສິນ​ຈຳ​ຄຸກ​ຕະຫຼອດ​ຊີວິດ.”

ຈຳ​ເລີຍ​ທັງໝົດ​ຈະ​ມີ​ໂອກາດ​ໃນ​ການ​ອຸທອນ​ຕໍ່​ການ​ຕັດ​ສິນ.

ສັງ​ສື​ພິມ​ລັດ Beijing Times ອ້າງ​ອີງ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ສະຖານ ທູດ​ຈີນ ວ່າ Beijing ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຄຳ​ພິພາກສາ ​ແລະ ກໍ​ກຳລັງ​ປຶກສາ​ຫາລື​ບັນຫານີ້ ກັບ​ກະຊວງ​ຕ່າງ​ປະ​ເທດ​ຂອງ ມຽນມາ.

ປະຊາຊົນ​ ຈີນ ຫຼາຍຄົນ​ໄດ້​ຖືກ​ຈັບ​ກຸມ​ໃນ​ເດືອນ​ມັງ​ກອນ​ທີ່​ຜ່ານ​ມາ ​ໃນ​ລະຫວ່າງ​ການ​ປາບ​ປາມ​ການ​ຄ້າ​ຂາຍ​ໄມ້ເຖື່ອນ​ໃນ​ລັດ Kachin.

XS
SM
MD
LG