ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ ເນທັນຢາຮູ ບັນລຸຂໍ້ຕົກລົງ ໃນນາທີສຸດທ້າຍ ເພື່ອຈັດຕັ້ງ ລັດຖະບານປະສົມ ຊຸດໃໝ່ຂຶ້ນ


ນາຍົກລັດຖະມົນຕີ Benjamin Netanyahu ກ່າວຕໍ່ສະພາ ອິສຣາແອລ ທີ່ນະຄອນ Jerusalem ວັນທີ 4 ພຶດສະພາ 2015.
ນາຍົກລັດຖະມົນຕີ Benjamin Netanyahu ກ່າວຕໍ່ສະພາ ອິສຣາແອລ ທີ່ນະຄອນ Jerusalem ວັນທີ 4 ພຶດສະພາ 2015.

ທ່າ​ນ Benjamin Netanyahu ນາຍົກລັດຖະມົນຕີອິສຣາ​ແອ​ລ
ປະກອບ​ຄະນະ​ລັດຖະບານ​ໃໝ່ຂອງ​ທ່ານ​ຂຶ້ນ ​ໃນ​ຄືນ​ວັນ​ພຸດ​
ວານ​ນີ້ ​ໂດຍ​ໄດ້​ບັນລຸ​ຂໍ້​ຕົກລົງ​ໃນ​ນາທີ​ສຸດ​ທ້າຍ​ກັບ​ພັກ Jewish
Home ນິຍົມ​ແນວທາງ​ຂວາ​ຈັດ ບໍ່​ເທົ່າ​ໃດ​ນາທີກ່ອນ​ທ່ຽງ​ຄືນ
​ຊຶ່ງເປັນ​ກຳນົດ​ເວລາ​ເສັ້ນ​ຕາຍ​ນັ້ນ.

ຖ້າ​ຫາກ​ບໍ່ໄດ້ບັນລຸ​ຂໍ້​ຕົກລົງ​ດັ່ງກ່າວ​ນີ້​ ​ທ່ານ​ເນ​ທັນ​ຢາ​ຮູ​ ກໍ​ຈະ​
ຕ້ອງໄດ້ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະປະທານາທິບໍດີ Reuven
Rivlin ​ກໍຈະ​ຕ້ອງ​ໄດ້​ຫັນ​ໄປ​ຫາ​ຜູ້ນຳ​ພັກ​ຄົນໃໝ່ ​ໃຫ້ປະກອບ
ລັດຖະບານຊຸດ​ໃໝ່​ຂຶ້ນ.

ພັກ Likud ນິຍົມ​ແນວທາງ​ເດີມ​ຂອງ​ທ່ານ​ເນ​ທັນ​ຢາ​ຮູ ຈະ​ປົກຄອງ​ປະ​ເທດ ​ໂດຍ​ຈະ​ເປັນພັກ
ສຽງຂ້າງ​ຫຼາຍ ທີ່ມີ​ບ່ອນ​ນັ່ງລື່ນ​ພັກ​ຝ່າຍ​ຄ້ານພຽງ​ໜຶ່ງ​ບ່ອນ​ ຄື​ມີ 61 ບ່ອນ ຢູ່​ໃນ​ສະພາ​ທີ່​ມີ​ບ່ອນ​ນັ່ງ​ທັງ​ໝົດ 120 ບ່ອນ​ນັ້ນ.

ພັກ Likud ຈະ​ນຳພາ​ຄະນະ​ລັດຖະບານ​ປະສົມ ຊຶ່ງ​ສ່ວນ​ຫລາຍປະກອບ​ດ້ວຍ​ພັກ​ຕ່າງໆ​ທີ່ນິຍົມ​ຂວາ ​ແລະ​ສາສະໜາ​ນິກາຍ Orthodox ຮວມທັງ​ພັກ Jewish Home ທີ່​ຄັດຄ້ານ​ຕໍ່​ການ​ເຈລະຈາ​ສັນຕິພາບກັບ​ພວກ​ປາ​ແລ​ສ​ໄຕ​ນ໌ ​ແລະ​ຊອກ​ຫາ​ທາງ​ຂະຫຍາຍ​ການຈັດ​ຕັ້ງ​ບ້ານ​ເຮືອນຂອງ​ຊາວ​ຢິວຂຶ້ນ ໃນ​ບັນດາ​ຂົງ​ເຂດ​ທີ່​ພວກ​ພວກ​ປາ​ແລ​ສ​ໄຕ​ນ໌ ຢາກ​ຕັ້ງ​ປະ​ເທດ​ຂອງ​ຕົນຂຶ້ນ ໃນ​ອະນາຄົດ​ນັ້ນ.

ລັດຖະບານ​ທ່ານ​ໂອ​ບາ​ມາ ມີ​ການ​ຂັດ​ແ​ຍ້ງກັນຢູ່​ແລ້ວ ກັບທ່ານ​ເນ​ທັນ​ຢາ​ຮູ ຍ້ອນກິດຈະກຳ​ຈັດ​ຕັ້ງ​ຖິ່ນ​ຖານ​ຂອງ​ຊາວ​ຢິວ​ ພ້ອມ​ທັງ​ການ​ເຈລະຈາສັນຕິພາບ​ທີ່​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ ກັບ​ຝ່າຍ​ປາ​ແລ​ສ​ໄຕ​ນ໌ ​ແລະ​ການ​ຕຳ​ໜິຕິຕຽນ​ຢ່າງແຮງ​ແລະເປີດເຜີຍ ຂອງ​ທ່ານເນ​ທັນ​ຢາ​ຮູ ກ່ຽວ​ກັບ​ການ​ເຈລະຈາເລື້ອງ​ນີວ​ເຄລຍຂອງ​ອີຣ່ານນັ້ນ.

ທ່ານ​ເນ​ທັນ​ຢາ​ຮູ ​ແລະ​ພັກ Likud ​ໄດ້​ຊະນະ​ການ​ເລືອກ​ຕັ້ງສະພາ​ຂອງ​ອິສຣາ​ແອ​ລ ​ໃນ​ເດືອນ​ມີນາ​ຜ່ານ​ມາ ​ແຕ່​ວ່າການໂຕ້​ຖຽງ​ກັນ​ກັບ​ພວກ​ຜູ້ນຳ​ພັກ​ອື່ນໆ ກ່ຽວ​ກັບ​ບ່ອນ​ນັ່ງ​ຢູ່​ໃນ​ຄະນະ​ລັດຖະບານ ໄດ້​ເຮັດ​ໃຫ້​ມີ​ການຊັກ​ຊ້າ ​ໃນ​ການ​ປະກອບ​ຄະນະ​ລັດຖະບານ​ໃໝ່​ຂຶ້ນ​.

Israel Politics
please wait
Embed

No media source currently available

0:00 0:01:41 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG