ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໜັງສືພິມ ນິວຢອກທາມ ບໍ່ພິມເຜີຍແຜ່ຂ່າວ ທີ່ແຕະຕ້ອງ ສຸຂະພາບ ກະສັດໄທ


ບັນດາຜູ້ສະໜັບສະໜຸນ ຖືຮູບກະສັດ ພູມີພົນ ອະດຸນຍະເດດ ທີ່ບາງກອກ.
ບັນດາຜູ້ສະໜັບສະໜຸນ ຖືຮູບກະສັດ ພູມີພົນ ອະດຸນຍະເດດ ທີ່ບາງກອກ.

ໜັງສືພິມ The New York Times ກ່າວໃນ​ວັນ​ອັງ​ຄານ​ມື້​ນີ້​ວ່າ
ໜັງສືພິມ ປະຈຳທ້ອງ​ຖິ່ນຂອງ​ຕົນ​ໃນ​ປະ​ເທດ​ໄທ ບໍ່​ໄດ້​ພິມ​ເຜີຍ
​ແຜ່ ສະ​ບັບ​ປະຈຳ​ມື້ນີ້ ​ເພາະວ່າ ​ມີບົດຂຽນ ກ່ຽວ​ກັບສຸຂະພາບ
​ຂອງ​ກະສັດ​ໄທ ​ແລະຕັ້ງຄຳ​ຖາມ ​ກ່ຽວ​ກັບ ຜູ້ທີ່ຈະເປັນກະ​ສັດ
​ໃນ​ອະນາ​ຄົດ.

ປະ​ເທດ​ໄທມີ​ກົດໝາຍ​ຫ້າມທີ່ເຄັ່ງ​ຄັດກ່ຽວກັບການຕິຕຽນ​ຄອບ
ຄົວພະຣາຊະວົງ ດ້ວຍການ​ລົງ​ໂທດ​ຕິດ​ຄຸກ​ເຖິງ 15 ປີ. ການ​ຕັດ
ສິນ​ລົງ​ໂທດພາຍ​ໃຕ້​ກົດໝາ​ຍ ດັ່ງ​ກ່າວ ​ໄດ້​ເພີ້ມຂື້ນ ນັບ​ແຕ່ທະ
ຫານ​ໄດ້ເຂົ້າ​ກຳ​ອຳນາດຫລັງຈາກການກໍ່​ລັດຖະ​ປະຫານ​ປີ​ກາຍ
ນີ້. ໜັງ​ສື​ພິ​ມ The Times ​ກ່າວ​ຢູ່​ໃນ​ອີແມ​ລ ​ໄປ​ຫາບັນດາ​ຜູ້​ຈັບ
ຈອງ​ວ່າ ທາງໜັງສືພິມ​ໄດ້​ພິຈາລະນາວ່າ ​ບົດ​ຂຽນ ທີ່​ປາກົດ​ຢູ່ໃນໜ້າປົກ ຂອງເຂດເອເຊຍ
ຂອງຕົນນັ້ນ “ແຕະ​ຕ້ອງ​ຈິດ​ໃຈ​ຫຼາຍໂພດ."

“ການ​ຕັດສິນ​ໃຈ​ດັ່ງກ່າວ ​ແມ່ນມີຂຶ້ນໂດຍທາງບໍລິສັດ​ຜູ້​ພິມ​ຄົນ​ດຽວແລະ​ບໍ່​ໄດ້ເຫັນ​ດີ​ຈາກ
ໜັງສືພິມ New York times ນາໆຊາດເລີຍ.”

ກະ​ສັດພູມີ​ພົນ ອະ​ດຸນຍະ​ເດດ ມີ​ພະ​ຊົນ​ໄດ້ 87 ພັນ​ສາ ​ເປັນ​ສະ​ສັດ​ທີ່ປົກຄອງປະເທດ
ດົນນານ​ທີ່​ສຸດ​ໃນ​ໂລກ ​ແລະ​ເປັນ​ນຶ່ງໃນບໍ່ເທົ່າໃດກະສັດ ​ທີ່ທີ່​ມີ​ຊື່ສຽງ ທີ່ສ້າງຄວາມປຸ້ມ
ລຸມສາມັກຄີໃນປະ​ເທດ​ໄທ ທີ່​ໄດ້​ຮັບ​ຄວາ​ມຊອກ​ຊຳ້ຜ່ານ​ການ​ຂັດ​ແຍ້​ງທາງ​ການ​ເມືອງ
​ໃນ​ຫລາຍ​ສິບ​ປີ​ທີ່​ຜ່ານ​ມາ.

​ແຕ່​ວ່າພະອົງ ກໍຊົງປະເຊີນກັບ ​ບັນຫາສຸຂະ​ພາບຈຳນວນນຶ່ງ ​ໃນລະ​ຫວ່າງ​ສອງສາມປີ
ຜ່ານມາ​ນີ້ ​ຊຶ່ງພາໃຫ້ມີ​ຄວາມ​ຢ້ານ​ກົວກ່ຽວກັບສະພາບຄວາມບໍ່ທຸ່ນທ່ຽງທາງດ້ານການ
​ເມື​ອງຄືນໃໝ່ເວລາໃດພະອົງ​ສິ້ນ​ພະ​ຊົ​ນແລ້ວ. ຜູ້​ທີ່​ຈະ​ມາ​ຂື້ນຄອງ​ບັນລັງ​ແທນ ​ເຈົ້າຟ້າ​
ຊາຍ ວາ​ຈິຣະລົງ​ກອນ ບໍ່ຄິດວ່າ ຊົງເປັນທີ່ເຄົາລົບ​ຢ່າງ​ກວ້າງ​ຂວາງ ຢູ່ໃນທົ່ວທຸກ​ພາກ
ສ່ວນ​ຂອງສັງຄົມ​ໄທທັງ​ໝົດ.

XS
SM
MD
LG