ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອິນເດຍ ຈຳກັດການຂັບລົດ ເພື່ອຕໍ່ສູ້ກັບ ມົນລະຜິດອາກາດ ທີ່ຮ້າຍແຮງໃນໂລກ


ມີລົດແລ່ນພຽງເລັກນ້ອຍ ຊຶ່ງຕາມປົກກະຕິແລ້ວແອອັດຢູຸ່ຖະໜົນ
Mehrauli Badarpur ໃນນະຄອນ New Delhi.
ມີລົດແລ່ນພຽງເລັກນ້ອຍ ຊຶ່ງຕາມປົກກະຕິແລ້ວແອອັດຢູຸ່ຖະໜົນ Mehrauli Badarpur ໃນນະຄອນ New Delhi.

ການ​ສັນຈອນໄປມາ​ແມ່ນສັງ​ເກດ​ວ່າ​ບອບ​ບາງ​ລົງ ຊຶ່ງ​ຕາມ​ປົກກະຕິ​ແລ້ວ​ເປັນ​ຖະໝົນ ທີ່ ແອ​ອັດຂອງ​ New Delhi ນະຄອນຫລວງ​ອິນ​ເດຍ ​ໃນ​ຂະນະ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ເລີ້ມ ​ໃຊ້ແຜນ​ການ - ​ສອງອາທິດ ​ໃນ​ວັນ​ສຸກ​ມື້​ນີ້ ​ໂດຍ​ການຫ້າ​ມບັນດາລົດ​ສ່ວນ​ໂຕແລ່ນຢູ່ ​ຕາມ​ຖະໜົນ ​ເພື່ອ​ຕໍ່ສູ້​ກັບ​ສະພາວະອາກາດ​ເປັນພິດຮ້າຍ​ແຮງທີ່​ສຸດ​ໃນ​ໂລກ.

ນີ້​ເປັນ​ເທື່ອທີ​ສອງ​ໃນ​ປີ​ນີ້​ທີ່​ບັນດາ​ລົດ ຈະ​ຖືກອະນຸຍາດອອກ​ໄປ​ແລ່ນ​ໄດ້​ໃນ​ວັນທີ່​ມີ​ການ​ ສັບ​ປ່ຽນ​ກັນ ທີ່​ຂຶ້ນ​ຢູ່ກັບ​ປ້າຍ​ລົດລົງທະບຽນ​ວ່າ​ແມ່ນ​ເລ​ກຄູ່ ຫລືເລກ​ຄີກ ນັ້ນ.

ພວກອາສາ​ສະມັກປະມານ 5,000 ຄົນ​ພາກັນ​ແຈກ​ຢາຍກັນອອກ​ໄປ​ຢູ່​ທົ່ວ​ເມືອງ ​ເພື່ອ ​ຊ່ວຍ​ຕຳຫລວດ​ຈາລະ​ຈອນ​ຈັບ​ພວກຝ່າຝືນ.

ຫົວໜ້າ​ລັດຖະມົນຕີ ນະຄອນ New Delhi ທ່ານ Arvind Kejriwal ​ໄດ້​ສະ​ແດງຄວາ​ມ
ຫວັງທີ່​ຈະ​ເຮັດ​ມີ​ການ​ສັບ​ປ່ຽນ​ຂອງ​ການ​ແລ່ນ​ລົດ​ ​ໃຫ້ເປັນ​ເລື້ອງ​ຖາວອນໃນ​ເວລາສອງ ​ ອາທິດ​ຕໍ່​ເດືອນ. ​ແຕ່​ບັນດາ​ນັກ​ຊ່ຽວຊານ​ໄດ້​ເຕືອນ​ວ່າ ມັນອາດເປັນ​ໄປ​ບໍ່​ໄດ້ຢູ່​ໃນ​ຕົວເມືອງ ທີ່ເຫັນ​ວ່າການ​ຂົນ​ສົ່ງ​ສາທາລະນະ​ສຳ​ຫຼັບ​ພວກ​ທີ່ທຸກ​ຍາກນັ້ນ ​ແມ່ນຖືກ​ຕິຕຽນ​ວ່າ ​ເປັນ ກາຍ​ຍຸຍົງ​ໃຫ້​ມີ​ລົດ​ສ່ວນ​ໂຕ ​ເພີ້​ມຂຶ້ນ.

ແມ່ຍິງອິນເດຍຄົນນຶ່ງຍ່າງຂ້າມທາງ ທີເຕັມໄປດ້ວຍໝອກຄວັນ.
ແມ່ຍິງອິນເດຍຄົນນຶ່ງຍ່າງຂ້າມທາງ ທີເຕັມໄປດ້ວຍໝອກຄວັນ.

​ອ້າງ​ອີງ​ຕາມ​ບັນດາ​ເຈົ້າ​ໜ້າ​ທີ່ ໄດ້​ມີການ​ເພີ້​ມລົດ​ເມ​ຈຳນວນ​ນຶ່ງ ​ໂດ​ຍສະ​ເພາະ​ຢູ່​ຕາມ​ເສັ້ນ ທາງ​ທີ່ໜາ​ແໜ້ນ ​ແລະ​ລົດ​ໄຟ​ໄດ້ເພີ້​ມ​ຖ້ຽວ​ແລ່ນ.

ນັ້ນ​ອາດ​ຈະ​ບໍ່ເປັນ​ການ​ເສີມ​ສ້າງ ຢູ່​ໃນ​ເມືອງ​ບ່ອນ​ທີ່ມີ​ປະຊາກອນ 16 ລ້ານ​ຄົນ ທີ່ອີງອາ ​ໄສ​ລົດແປດ​ລ້ານ​ເຄິ່ຄັນ ຮ່ວມ​ທັງ​ລົດ​ຕ່າງໆ ລົດຈັກ ​ແລະ​ລົດ​ສາມ​ລໍ້ ​ໃນ​ການ​ໄປມາ​ແຕ່​ລະ​ມື້.

ອ່ານຂ່າວເລື່ອງນີ້ ເປັນພາສາອັງກິດ

XS
SM
MD
LG