ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລະເບີດແຕກ ຢູ່ພາກໃຕ້ເທີກີ ສັງຫານ 2 ຄົນ ແລະ ເຮັດໃຫ້ອີກ 16 ຄົນ ບາດເຈັບ


ແຜນທີ່ ຂອງປະເທດເທີກີ ສະແດງໃຫ້ເຫັນ ເມືອງ Adana ບ່ອນເກີດເຫດລະເບີດແຕກ
ແຜນທີ່ ຂອງປະເທດເທີກີ ສະແດງໃຫ້ເຫັນ ເມືອງ Adana ບ່ອນເກີດເຫດລະເບີດແຕກ

ການ​ໂຈມ​ຕີ​ດ້ວຍລະເບີດລົດຄັນໜຶ່ງ ທີ່​ແນເປົ້າໝາຍ ​ໃສ່ຕຶກອາຄານ ຂອງລັດ
ຖະບານ ເທີກີ ໃນເມືອງ Adana ຢູ່ທາງພາກໃຕ້ຂອງປະເທດ ເຮັດໃຫ້ມີຢ່າງໜ້ອຍ
2 ຄົນເສຍຊີວິດ ແລະອີກ 16 ຄົນ ​ໄດ້​ຮັບບາດ ເຈັບ ອີງ​ຕາມ​ຄຳ​ເວົ້າຂອງເຈົ້າໜ້າທີ່.

ທ່ານ Mahmut Demirtas ຜູ້ປົກຄອງແຂວງ Adana ກ່າວຕໍ່ອົງການຂ່າວ Anadolu ຂອງທາງການ ວ່າ ການໂຈມຕີນັ້ນ ເກີດຂຶ້ນໃນບ່ອນຈອດລົດ ຢູ່ໃກ້ກັບທາງເຂົ້າຫ້ອງ
ການຂອງທ່ານ. ທ່ານໄດ້ກ່າວວ່າ ເຊື່ອກັນວ່າ ມັນເປັນການປະຕິບັດການ ໂດຍແມ່ຍິງ ຄົນໜຶ່ງ ແຕ່​ບໍ່​ໄດ້​ແຈ້ງ​ໃຫ້​ຊາບວ່າ ເປັນການໂຈມຕີສະຫຼະຊີບ ຫຼືບໍ່.

ການໂຈມຕີດັ່ງກ່າວ ເປັນຄັ້ງຫຼ້າສຸດ ໃນການໂຈມຕີດ້ວຍລະເບີດຮ້າຍແຮງທີ່​ມີ​ມາ​ເປັນ​ລຳດັບ ທີ່ໄດ້​ເກີດ​ຂຶ້ນຢູ່​ໃນປະເທດເທີກີ ມາເປັນເວລາດົນກວ່າໜຶ່ງປີ​ແລ້ວ. ການໂຈມຕີ​ເຫຼົ່ານີ້ ​ແມ່ນ​ເປັນ​ນ້ຳມື​ ຂອງພວກຫົວຮຸນແຮງຊາວເຄີດ ຫຼືບໍ່​ກໍກຸ່ມລັດອິສລາມ.

ທ່ານ Omer Celik ລັດຖະມົນຕີ ຮັບຜິດຊອບ​ກ່ຽວ​ກັບ​ກິດຈະການສະ ຫະພາບຢູໂຣບ ໄດ້ກ່າວຜ່ານທາງ Twitter ວ່າ “ການກໍ່ການຮ້າຍທີ່ຊົ່ວຮ້າຍນີ້ ​ແມ່ນ​ຍັງແນເປົ້າໝາຍ ໃສ່ປະຊາຊົນຂອງພວກເຮົາ. ພວກເຮົາຈະສືບຕໍ່ການຕໍ່ສູ້ຕ້ານການກໍ່ການຮ້າຍ ຈົນ ເຖິງທີ່ສຸດ ໃນນາມຂອງມວນມະນຸດຊາດ.”

ລົດຫຼາຍຄັນທີ່ຈອດຢູ່ໃນບ່ອນຈອດລົດ ໄດ້ລຸກ​ໄໝ້ ຫຼັງຈາກລະເບີດແຕກຂຶ້ນ ດັ່ງທີ່​ໄດ້​ເຫັນໃນວີດີໂອ.

ອົງການຂ່າວ Anadolu ໄດ້ກ່າວວ່າ ລະເບີດທີ່ແຕກຂຶ້ນ ຍັງໄດ້ເຮັດໃຫ້ ອາຄານ ຂອງ ລັດຖະບານ ເສຍຫາຍ.

ທ່ານ Huseyin Sozlu ຜູ້ປົກຄອງເມືອງ Anada ກ່າວວ່າ ຜູ້​ທີ່​ໄດ້ຮັບບາດເຈັບບາງ​ຄົນ ແມ່ນຢູ່​ໃນ​ອາການສາຫັດ.

ທ່ານເວົ້າວ່າ “ລະເບີດທີ່ແຕກຂຶ້ນນັ້ນ ແມ່ນເປັນລະເບີດທີ່ມີແຮງກະທົບສູງ.”

ດັ່ງດຽວ​ກັນກັບການໂຈມຕີ ​ໃນ​ຄັ້ງທີ່ຜ່ານມາ ທາງການຂອງເທີກີ ໄດ້ວາງມາດຕະການ ຫ້າມສື່ມວນຊົນ ບໍ່ໃຫ້ຖ່າຍທອດອອກອາກາດ ແລະ ພິມ​ເຜີຍ​ແຜ່ ຮູບພາບທີ່ໂຫດຮ້າຍ ທັງຫຼາຍ ຫຼື ຂໍ້ມູນທີ່ອາ​ດ​ເປັນ​ອຸບປະສັກ ຕໍ່ການສືບສວນສອບສວນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Turkey Blast
please wait
Embed

No media source currently available

0:00 0:01:13 0:00

XS
SM
MD
LG