ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ້າວ Djokovic ຊະນະທ້າວ Federer ແລະຄວ້າເອົາ ຕຳແໜ່ງແຊ້ມ US Open ໄປຄອງ


ທ້າວ Novak Djokovic ຈາກເຊີເບຍ ສະແດງທ່າທີ ຫຼັງຈາກ ທີ່ຮັບໄດ້ ການເສີບຂອງທ້າວ Roger Federerເພືອເອົາຊະນະ ເກມທີ 4 ໃນເສັດ ຂອງການແຂ່ງຂັນ ຮອບຊິງຊະນະເລີດ ເທັນນິສຊາຍດ່ຽວ U.S. Open, ເມື່ອວັນອາທິດ ທີ 13 ກັນຍາ 2015.
ທ້າວ Novak Djokovic ຈາກເຊີເບຍ ສະແດງທ່າທີ ຫຼັງຈາກ ທີ່ຮັບໄດ້ ການເສີບຂອງທ້າວ Roger Federerເພືອເອົາຊະນະ ເກມທີ 4 ໃນເສັດ ຂອງການແຂ່ງຂັນ ຮອບຊິງຊະນະເລີດ ເທັນນິສຊາຍດ່ຽວ U.S. Open, ເມື່ອວັນອາທິດ ທີ 13 ກັນຍາ 2015.

ທ້າວ Novak Djokovic ຈາກ​ເຊີ​ເບຍ ​ໄດ້​ຮັບ​ໄຊຊະນະ ການ​ແຂ່ງ
ຂັນ​ເທັນ​ນິສ ລາຍການ US Open ​ໃນ​ຄ່ຳ​ຄືນວັນ​ອາທິດ​ວານ​ນີ້ ຫຼັງ
ຈາກ ທີ່ລໍຖ້າ​ມາເປັນ​ເວລາ 3 ຊົ່ວ​ໂມງ ​ຍ້ອນຝົນຕົກ ​ແລະ ໃຊ້​ເວລາ
ຫຼາຍກວ່າ 3 ຊົ່ວ​ໂມງ ຕື່ມ​ອີກ ​ເພື່ອ​ເອົາ​ຊະນະ​ຄູ່​ແຂ່ງ ​ຊຶ່ງ​ເປັນ​ນຶ່ງ​ໃນ
​ການ​ແຂ່ງຂັນເທັນ​ນິສຊາຍ​ດ່ຽວ ທີ່​ດີ​ເດັ່ນ​ທີ່​ສຸດ​ໃນ​ປະ​ຫວັດ​ການ.

​ການ​ເອົາຊະນະ ທ້າວ Roger Federer ຈາກ ສະ​ວິດ​ເຊີ​ແລນ ​ແມ່ນ
​ເປັນ​ລາຍການ​ໃຫຍ່​ສຸດ ຄັ້ງທີ່ 10 ສຳ​ຫລັບ​ທ້າວ Djokovic ​ແລະ
​ເປັນຄັ້ງທີ 3 ປະຈຳ​ປີ​ນີ້ ຫຼັງຈາກ​ທີ່​ໄດ້​ໄຊຊະນະ ​ໃນ​ທັງ​ສອງ​
ລາຍການຄື Australian Open ​ແລະ Wimbledon ນັ້ນ.

ທ້າວ Djokovic ​ກ່າວຫຼັງຈາກ​ການ​ແຂ່ງ​ຂັນ​ວ່າ “ມັນ​ເປັນ​ຄ່ຳ​ຄືນ​ທີ່​ໜ້າ​ມະຫັດສະຈັນ
ສຳ​ຫລັບຂ້າພະ​ເຈົ້າ. ຂ້າພະ​ເຈົ້າ ມີ​ຄວາມ​ນັບຖື​ຢ່າງ​ຍິ່ງຕໍ່ທ້າວ Roger ​ແລະ ​ເກ​ມ
ການຫຼິ້ນຂອງ​ລາວ ທີ່​ລາວ​ໄດ້​ນຳ​ມາຕໍ່ສູ້ກັບ​ຂ້າພະ​ເຈົ້າ ​ແ​ລະ ນັກ​ເທັນ​ນິສຄົນ​ອື່ນ​ໆ.”

ທ້າວ Djokovic ​ເອີ້ນ ທ້າວ Federer ວ່າ ອາດ​ເປັນ​ນັກ​ເທັນ​ນິສ ທີ່​ດີ​ເດັ່ນ​ທີ່​ສຸດ ໃນປະຫວັດ ສາດ ​ແລະ ກ່າວ​ວ່າ ການ​ປະ​ເຊີນ​ໜ້າ​ກັບ​ຜູ້ກ່ຽວ ​ໄດ້ “​ເພີ້​ມຄວາມກົດ​ດັນ​ໜ້ອຍ​ນຶ່ງ.”

ທ້າວ Djokovic ​ແລະ ທ້າວ Federer ​ໄດ້​ຄອບ​ງຳ ກິລາ​ເທັນ​ນິສຊາຍດ່ຽວ ​ໃນຊ່ວງ​ເວລາ
ຫຼາຍທົດ​ສະ​ວັດ​ຜ່ານ​ມາ ພ້ອມ​ກັນ​ກັບ ທ້າວ Rafael Nadal ຈາກ​ສະ​ເປ​ນ. ຫຼັງຈາກການ​
ແຂ່ງຂັນ​ຮອບສຸດ​ທ້າຍ​ ໃນ​ວັນ​ອາທິດ​ວາ​ນ​ນີ້ ຊຶ່ງ​ເປັນລາຍການ​ໃຫຍ່​ສຸດ​ທ້າຍ ​ປະຈຳ​ປີ
ບັດ​ນີ້ ທັງ​ສາມ​ ​ໄດ້ຮັບ​ໄຊ​ຊະນະ ການ​ແຂ່ງຂັນລາຍການ​ໃຫຍ່ 40 ລາຍການ ຈາກ​ທັງ​ໝົດ
48 ລາຍການ​ໃຫຍ່.

XS
SM
MD
LG