ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກທີ່ສົງໄສ ເປັນສະມາຊິກ ກຸ່ມຕາລີບານ ໂຈມຕີສານ ທີ່ເມືອງ Peshawar


ອາສາສະໝັກປາກິສຖານ ຫາມພວກຄົນເຈັບ ຈາກເມືອງ
Mardan ເຂົ້າໄປໂຮງໝໍທ້ອງຖິ່ນ ໃນເມືອງ Peshawar.
ອາສາສະໝັກປາກິສຖານ ຫາມພວກຄົນເຈັບ ຈາກເມືອງ Mardan ເຂົ້າໄປໂຮງໝໍທ້ອງຖິ່ນ ໃນເມືອງ Peshawar.

ເຈົ້າໜ້າ​ທີ່ ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ ຂອງ​ປາ​ກິ​ສຖານ ກ່າວ​ວ່າ ການ​ໂຈມ​ຕີດ້ວຍ​ລະ ​ເບີດ​ສະຫຼະຊີບໃສ່​ສານ​ແຫ່ງ​ນຶ່ງ ​ໄດ້​ສັງຫານ​ຢ່າງ​ໜ້ອຍ 12 ຄົນ​ແລະມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ອີກປະມານ 50 ຄົນ.

ຄວາມ​ຮຸນ​ແຮງ​ດັ່ງກ່າວເກີດ​ຂຶ້ນທີ່​ເມືອງ Mardan ​ໃນ​ແຂວງ Khyber Pakhtunkhwa.

​ເຈົ້າ​ເມືອງ Himatyat Ullah ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ຜູ້​ໂຈມ​ຕີທີ່​ມີ​ອາວຸດ​ຄົບ​ມືໄດ້​ແກວ່ງ​ລະ​ເບີດ​ມື ​ເຂົ້າ​ໃສ່​ຍາມ​ຮັກສາ​ຄວາມ​ສະຫງົບ ​ທີ່​ປະຕູ​ທາງ​ເຂົ້າ ກ່ອນ​ຈະ​ບີບ​ຄະ​ນວນ​ລະ​ເບີດ​ທີ່​ມັດ​ຕິດ​ໂຕ​ຂອງ​ລາວ​ໃຫ້​ແຕກ​ຂຶ້ນ.

​ເຈົ້າໜ້າ​ທີ່​ແລະ​ແຫຼ່ງຂ່າວ​ຈາກ​ໂຮງພະຍາບານ​ແຈ້ງວ່າ ​ທະນາຍຄວາມ​ຈຳນວນ​ນຶ່ງ​ແມ່ນ​ຮວມຢູ່​ໃນ​ພວ​ກ​ເຄາະ​ຮ້າຍ​ແລະ​ໂຕ​ເລກ​ຜູ້​ເສຍ​ຊີວິດ​ກໍ​ຄາດ​ວ່າ​ຈະ​ເພີ້ມຂຶ້ນຕື່ມ.



ເຫດ​ລະ​ເບີດ ​ໄດ້​ເກີດ​ຂຶ້ນບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ ຫລັງ​ຈາກ​ທະຫານ​ປາ​ກິ​ສຖານ​ໄດ້​ສັງຫານຜູ້​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສະຫຼະຊີບ 4 ຄົນ ກ່ອນ​ທີ່​ພວກ​ເຂົ​າຈະ​ບີບ​ຄະ​ນວນລະ​ເບີດ​ໃຫ້​ແຕກ ຂຶ້ນ​ທີ່​ຄຸ້ມ​ຊາວ​ຄຣິສຕຽ ນໃນ​ເມືອງ Peshawar ຊຶ່ງ​ເປັນ​ເມືອງ​ຫຼວງ ຂອງ​ແຂວງດັ່ງກ່າວ. ການ​ໂຈມ​ຕີ​ທີ່​ວ່າ​ນີ້ ພາ​ໃຫ້​ເຈົ້າໜ້າ​ທີ່​ເພີ້ມການ​ຮັກສາ ຄວາມ​ປອດ​ໄພ​ຢູ່​ຕາມ​ໂບດ​ຕ່າງ​ຢູ່​ພາຍໃນ​ແຂວງ​ແລະ​ໃນ​ທົ່ວ​ປະ​ເທດ.

ຖະ​ແຫຼງການ​ຂອງ​ກອງທັບ ​ກ່າວ​ວ່າ ​ການ​ຍິງ​ຕໍ່ສູ້​ກັນ​ກັບ​ພວກ​ໂຈມ​ຕີ ​ເຮັດ​ໃຫ້​ທະຫານ 2 ຄົນ ຕຳຫຼວດຄົນ​ນຶ່ງ ​ແລະ​ພົນລະ​ເຮືອນ 2 ຄົນ​ບາດ​ເຈັບ.

​ໂຄສົກ​ຂອງ​ກຸ່ມ​ທີ່​ແຍກໂຕ​ອອກ​ຈາກ​ກຸ່ມ​ຫົວ​ຮຸນແຮງ​ຈັດ Jamaatul Ahrar ​ໄດ້ ​ແຈ້ງ​ໃຫ້ ​ວີໂອ​ເອຊາບ​ວ່າ ຕົນ​ເປັນ​ຜູ້​ຢູ່​ເບື້ອງຫຼັງການ​ໂຈມ​ຕີ​ທັງ​ສອງ ​ເຖິງ​ແມ່ນ​ໃນ ​ເວລາ​ນີ້ຍັງ​ບໍ່​ສາ ມາດ​ພິສູດ​ໄດ້​ກ່ຽວ​ກັບ​ການ​ກ່າວ​ອ້າງ​ດັ່ງກ່າວ​ນັ້ນກໍ​ຕາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Pakistan Violence
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG