ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ອອກຄຳເຕືອນ ກ່ຽວກັບ ມົນລະພິດ ທີ່ຮ້າຍແຮງ ໃນນະຄອນຫຼວງ ປັກກິ່ງ


ຜູ້ຍິງຄົນໜຶ່ງໃຊ້ຜ້າພັນຄໍ ແລະຄົນອຶ່ນໆໃສ່ໜາກາກ ປົກໜ້າ
ຜູ້ຍິງຄົນໜຶ່ງໃຊ້ຜ້າພັນຄໍ ແລະຄົນອຶ່ນໆໃສ່ໜາກາກ ປົກໜ້າ

ບັນດາເດັກນ້ອຍ​ນັກຮຽນ​ໃນ ນະຄອນ​ຫຼວງປັກ​ກິ່ງ ​ໄດ້ພາກັນ​ຢູ່
​ບ້ານ ​ແລະ​ພວກ​ທຽວ​ໄປ​ການ ໄດ້ປ່ຽນ​ຈາກ​ການ​ຂັບ​ລົດ​ເຂົາ​ເຈົ້າ
​ ມາ​ໃຊ້ການ​ຂົນ​ສົ່ງ​ສາທາລະນະ ​ໃນ​ຂະນະ​ທີ່​ນະຄອນຫລວງ​ຈີນ
ອອກ​ຄຳເຕືອນເປັນ​ເທື່ອ​ທຳ​ອິດກ່ຽວ​ກັບ​ຂີດ​ແດງ ຂອງມົນ​ລະ​
ພິດ​ ທີ່​ມີ​ຜົນ​ບັງຄັບໃຊ້ນັ້ນ.

ປະຊາ​ຊົນ​ໃນ​ນະຄອນຫຼວງປັກ​ກິ່ງ​ໄດ້​ພາກັນ​ໃສ່​ໜ້າ​ກາກ​ປ້ອງ​
ກັນ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າຍ່າງ​ຜ່ານ​ໝອກ​ຄວັນ​ໜາ ສີ​ຂີ້​ເຖົ່າ ​ປົກ​
ຄຸມ​ຕຶກສູງ​ຂອງ​ນະຄອນ​ປັກ​ກິ່ງ.

ຊາວ​ນະຄອນ​ປັກ​ກິ່ງ​ຄົນ​ໜຶ່ງ ຊື່ວ່າ He Xiubao ກ່າວ​ວ່າ “ຂ້າພະ
​ເຈົ້າ ​ໄດ້​ມາ​ຢູ່​ປັກ​ກິ່ງ​ເປັນ​ເວລາ 20 ປີ​ແລ້ວ ​ແລະ​ກ່ອນ​ໜ້າ​ນັ້ນ ບໍ່​ໄດ້ເປັນ​ຢ່າງ​ນີ້. ກ່ອນ​ນັ້ນ​ໄດ້​ມີ​ລົດ​ລາ​ພຽງ​ເລັກ​ນ້ອຍຢູ່​ຕາ​ມຖະໜົນ​ຫົນ​ທາງ ​ແຕ່​ບັດ​ນີ້ ​ເບິ່ງ​ດຸ ມີ​ຫລາຍ​ຂື້ນ ​ແລະ
ຫລາຍ​ຂື້ນ. ມີ​ຫລາຍ​ສາ​ເຫດ​ທີ່ພາ​ໃຫ້​ເກີດມົ​ນລະ​ພິດ​ເຫລົ່າ​ນີ້.”

ບັນດາ​ເຈົ້າ​ໜ້າ​ທີ່ໃນ​ນະຄອນປັກ​ກິ່ງ ​ໄດ້​ອອກຄຳ​ເຕືອນ​ກ່ຽວ​ກັບ​ຂີດ​ແດງຂອງມົນ ລະ​ພິດ
​ໃນ​ວັນ​ຈັນ​ວານ​ນີ້ ຫລັງ​ຈາກ​ມີ​ການສ​ະ​ແດງ​ໃຫ້​ເຫັນ​ວ່າ ​ລະດັບຂອງ​ອະນຸພາກ ​ທີ່​ຮ້ອງ​ວ່າ
PM2.5 ຢູ່​ໃນ​ຂີດ​ອັນຕະລາຍຄືກາຍ 25 micrograms ຕໍ່ ​ແມັດ​ກ້ອນ ທີ່​ໄດ້​ສະ​ເໜີແນະ
​ໂດຍອົງການ​ອະນາ​ໄມ​ໂລກ.

ພາຍໃຕ້ໝອກຄວັນທີ່ມືດມົວ ພວກພະນັກງານພາກັນຕັ້ງຕົ້ນ ຄຣິສມັສ ຢູ່ນອກຮ້ານຄ້າສັບພະສິ່ງ ວັນທີ່ 8 ເດືອນທັນວາ 2015.
ພາຍໃຕ້ໝອກຄວັນທີ່ມືດມົວ ພວກພະນັກງານພາກັນຕັ້ງຕົ້ນ ຄຣິສມັສ ຢູ່ນອກຮ້ານຄ້າສັບພະສິ່ງ ວັນທີ່ 8 ເດືອນທັນວາ 2015.

ພາຍ​ໃຕ້​ຄຳ​ເຕືອນຂີດ​ແດງ ບັນດາ​ໂຮງຮຽນ​ຕ່າງໆຈະ​ພາກັນ​ປິດ ລົດ​ລາ​ແລ່ນ​ຢູ່​ຕາມ​
ຖະໜົນຫົນທາງ​ ຈະ​ໃຊ້​ໄດ້​ພຽງແຕ່​ໃນ​ວັນ​ທີ່​ປ່ຽນ​ກັນ ​ອີງຕາມເລກ​ສຸດ​ທ້າຍ​ຂອງ​ປ້າຍລົດ
​ແລະ​ການ​ກໍ່ສ້າງ​ຢູ່່​ຂ້າງ​ນອກ ​ໄດ້​ຖືກ​ສັ່ງ​ໃຫ້​ຢຸດ​ເຊົາ. ກາ​ນ​ເຕືອນ​ຈະສິ້ນສຸດ​ລົງ​ໃນ​ວັນ
​ພະຫັດຈະ​ມາ​ເຖິງ​ນີ້ ຊຶ່ງ​ເປັນ​ເວລາ​ຄາດ​ວ່າ​ ອາກາດ​ໜາວ ຈະ​ຫລຸດ​ລະດັບ​ຂອງຄວັນ​
ພິດ​ລົງ.

ບັນດາ ​ເຈົ້າ​ໜ້າ​ທີ່ ກຳລັງໄດ້​ຮັບ​ການ​ຕິ​ຕຽນຢ່າງ​ໜັກ ​ໃນ​ຄວາມ​ບໍ່ສາມາດ​ໃນ​ການ ອອກ​
ຄຳເຕືອນຂີດ​ແດງ​ໃນ​ອາທິດ​ແລ້ວ​ນີ້ ​ເວລາ​ນະຄອນປັກ​ກິ່ງ ໄດ້ຖືກ​ປົກ​ຄຸມ​ໄປ ດ້ວຍ​ຄວັນ
​ພິດ​ທີ່​ເປັນ​ອັນຕະລາຍ.

Beijing Issues First Red Alert for Smog
please wait

No media source currently available

0:00 0:01:25 0:00

XS
SM
MD
LG