ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ອັຟການິສຖານ ກ່າວປະນາມ ການຕັດຫົວຄົນ


ແຜນທີ່ສະແດງໃຫ້ເຫັນເຖິງ ແຂວງ Zabul, ປະເທດ Afghanistan
ແຜນທີ່ສະແດງໃຫ້ເຫັນເຖິງ ແຂວງ Zabul, ປະເທດ Afghanistan

ປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani ໄດ້ກ່າວ ປະນາມການຕັດຫົວຂອງ ກຸ່ມພົນລະເຮືອນໂດຍພວກຫົວຮຸນແຮງ ລັດອິສລາມ ຫຼື IS ໃນພາກໃຕ້ຂອງປະເທດ, ເຊິ່ງເປັນຮູບພາບ ຂອງການປະທະກັນຢ່າງຮຸນແຮງ ລະຫວ່າງຂູ່ແຂ່ງກຸ່ມ ຕາລີບານ ເມື່ອບໍ່ດົນມານີ້.

ຕຳຫຼວດທ້ອງຖິ່ນໃນແຂວງ Zabul ໄດ້ລາຍງານໃນວັນອາທິດ ວານນີ້ວ່າພວກ IS ໄດ້ຂ້າ ປະຊາຊົນ 7 ຄົນຢ່າງໂຫດຫ້ຽມລວມທັງ ແມ່ຍິງ 3 ຄົນ ໃນເມືອງ Khake-e-Afghan.

ປະທານາທິບໍດີ Ghani ໄດ້ກ່າວໃນຖະແຫຼງການວັນຈັນມື້ນີ້ວ່າ ທ່ານ “ກ່າວປະນາມ ດ້ວຍຄຳເວົ້າທີ່ຮຸນແຮງທີ່ສຸດຕໍ່ກັບການຕັດຫົວຂອງພົນລະເຮືອນ, ໂດຍ ສະເພາະແມ່ ຍິງ ແລະ ເດັກນ້ອຍ. ແລະ ຖືວ່າການກະທຳທີ່ໂຫດຫ້ຽມນັ້ນວ່າ ເປັນສັນ ຍານຂອງ ຄວາມໝົດຫວັງ ແລະ ຄວາມຜ່າຍແພ້ຂອງພວກສັດຕູ ຂອງປະຊາຊົນ ອັຟການິສຖານ.”

ປະທນາທິບໍດີ Ashraf Ghani ກ່າວໃນລະຫວ່າງກອງປະຊຸມຖະແຫຼງຂ່າວທີ່ທຳນຽບປະທານາທິບໍດີໃນ ນະຄອນຫຼວງ ກາບູລ, ອັຟການິສຖານ. 15 ຕຸລາ, 2015. ທ່ານ Ghani ໄດ້ກ່າວປະນາມການຕັດຫົວ ດ້ວຍຄຳເວົ້າທີ່ຮຸນແຮງທີ່ສຸດ.
ປະທນາທິບໍດີ Ashraf Ghani ກ່າວໃນລະຫວ່າງກອງປະຊຸມຖະແຫຼງຂ່າວທີ່ທຳນຽບປະທານາທິບໍດີໃນ ນະຄອນຫຼວງ ກາບູລ, ອັຟການິສຖານ. 15 ຕຸລາ, 2015. ທ່ານ Ghani ໄດ້ກ່າວປະນາມການຕັດຫົວ ດ້ວຍຄຳເວົ້າທີ່ຮຸນແຮງທີ່ສຸດ.

ເຈົ້າໜ້າທີ່ ອັຟການິສຖານ ກ່າວວ່າ ພວກຫົວຮຸນແຮງ IS ໄດ້ລັກພາຕົວຜູ້ເຄາະຮ້າຍ, ເຊິ່ງເປັນ ສະມາຊິກຂອງກຸ່ມຊົນເຜົ່າ Hazara ນິກາຍ Shi’ite, ດົນກວ່າໜຶ່ງເດືອນທີ່ຜ່ານ ມາຈາກ ແຂວງ Ghazni ທີ່ຢູ່ໃກ້ຄຽງ.

ທ່ານປະທານາທິບໍດີກ່າວໃນຖະແຫຼງການວ່າ ທ່ານຈະຈັດ “ກອງປະຊຸມຄວາມໝັ້ນຄົງພິ ເສດ” ໃນວັນຈັນມື້ນີ້ເພື່ອຫາທາງສຳລັບການຕາມລ່າ ແລະ ລົງໂທດພວກອາຊະຍາກອນ ຂອງການກະທຳທີ່ໂຫດຫ້ຽມນີ້.

ພວກ IS ເຊິ່ງຄວບຄຸມເຂດແດນສ່ວນໃຫຍ່ຂອງ ອີຣັກ ແລະ ຊີເຣຍ, ໄດ້ຂະຫຍາຍການ ປະກົດຕົວໃນ ອັຟການິສຖານ ຢ່າງຊ້າໆ ແລະ ໄດ້ສ້າງຕັ້ງຖານທີ່ໝັ້ນທີ່ແຂງແກ່ນຂຶ້ນ ໃນຫຼາຍເມືອງ ໃນແຂວງ Nangarhar, ເຊິ່ງມີຊາຍແດນຕິດກັບ ປາກິສຖານນັ້ນ.

ບັນດາເຈົ້າໜ້າທີ່ໃນແຂວງ Zabul ຍັງໄດ້ກ່າວວ່າ ການຕໍ່ສູ້ ລະຫວ່າງຂູ່ແຂ່ງກຸ່ມຍ່ອຍ ຕາລີບານ ໄດ້ເຮັດໃຫ້ມີຄົນເສຍຊີວິດຢ່າງໜ້ອຍ 50 ຄົນ ແລະ ໄດ້ຮັບບາດເຈັບອີກຫຼາຍ ສິບຄົນຕື່ມອີກ.

XS
SM
MD
LG