ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບໍລິສັດ ຍີ່ປຸ່ນ ກ່າວ ຂໍໂທດຕໍ່ ທະຫານ ຜ່ານເສິກ ອາເມຣິກັນ ປາງສົງຄາມ ໂລກ ຄັ້ງທີ 2 .


ທະຫານນຸ່ງເຄື່ອງ ສະໄໝສົງຄາມໂລກຄັ້ງທີ 2 ວາງພວງມາລາ ຢູ່ຕໍ່ໜ້າ ກຳແພງເສລີພາບ, ທີ່ອານຸສອນສະຖານ ສົງຄາມໂລກຄັ້ງທີ 2 ໃນນະຄອນຫຼວງ ວໍຊິງຕັນ.
ທະຫານນຸ່ງເຄື່ອງ ສະໄໝສົງຄາມໂລກຄັ້ງທີ 2 ວາງພວງມາລາ ຢູ່ຕໍ່ໜ້າ ກຳແພງເສລີພາບ, ທີ່ອານຸສອນສະຖານ ສົງຄາມໂລກຄັ້ງທີ 2 ໃນນະຄອນຫຼວງ ວໍຊິງຕັນ.

ບັນດາຜູ້ບໍລິຫານຈາກ ບໍລິສັດ ມິດຊູບິຊິ ຂອງຍີ່ປຸ່ນ ໄດ້ສະເໜີ ຈະຂໍຄະ​ມາໂທດສ່ວນຕົວຢ່າງ​ເປັນປະຫວັດການ ທີ່​ໄດ້ໃຊ້ນັກໂທດ ສົງຄາມ ຊາວ ອາເມຣິກັນ ໃຫ້​ເຮັດ​ວຽກສັບພະ​ທຸກໃຫ້ບໍລິສັດ ໃນສະໄໝສົງຄາມໂລກຄັ້ງທີ ສອງ.

ຜູ້ບໍລິຫານບໍລິສັດ ມິດຊູບິຊິ ທ່ານ Hikaru Kimura ໄດ້ສະເໜີ “ການຂໍໂທດສຳນຶກຜິດທີ່ສຸດ” ຕໍ່ອະດີດນັກໂທດສົງຄາມ ທ່ານ James Murphy ອາຍຸ 94 ປີ ໃນລະຫວ່າງພິທີຊ້ອງ​ໜ້າ​ປະຊາຊົນໃນວັນອາທິດວານນີ້ ທີ່ຫໍພິພິທະພັນຂອງສູນ Simon Wiesenthal ໃນນະຄອນ Los Angeles. ກ່ອນ​ໜ້າການ​ຈັດ​ພິທີດັ່ງກ່າວ, ທ່ານ Kimura ​ແລະ ບັນດາ​ຜູ້​ບໍລິຫານ​ຄົນ​ອື່ນໆ ​ໄດ້ຂໍຄະ​ມາໂທດ​ໃນ​ລະຫວ່າງ​ການປະຊຸມ​ສ່ວນ​ຕົວ​ກັບ​ທ່ານ Murphy.

ທ່ານ Murphy ກ່າວ​ວ່າ “ມື້ນີ້​ແມ່ນ​ວັນທີ່​ປະ​ເສີດໃນ​ຮອບ 70 ປີ​

​ທີ່​ພວກ​ເຮົາ​ຢາກ​ໃຫ້ເກີດຂຶ້ນ,” ​ທ່ານ Murphy ​ເປັນ​ໜຶ່ງ​ໃນ​ບັນດາ​ນັກ​ໂທດ​ສົງຄາມ​ປະມານ 900 ຄົນ ທີ່​ໄດ້​ເຮັດ​ວຽກ​ໃຫ້​ກັບບໍ່​ແຮ່ ທີ່​ເປັນຂອງບໍລິສັດ ​ແລະ ​ໂຮງງານ​ອຸດ​ສາ​ຫະກຳຫຼາຍ ແຫ່ງ​ໃນ​ລະຫວ່າງ​ສົງຄາມປາງນັ້ນ.

Japan US War Apology
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG