ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມຕໍ່​ຕ້ານ ​​ສິນຄ້າ​ປອມ​ ​​ໂຈະ​​ເຮັດ​ທຸລະ​ກິດ ​ກັບ​ບໍລິສັດ Alibaba ຂອງຈີນ


ປ້າຍຂອງບໍລິສັດ Alibaba ຢູ່ທີ່ຕະຫລາດຮຸ້ນ ທີ່ ນະຄອນ New York.
ປ້າຍຂອງບໍລິສັດ Alibaba ຢູ່ທີ່ຕະຫລາດຮຸ້ນ ທີ່ ນະຄອນ New York.

ກຸ່ມຕໍ່​ຕ້ານສິນຄ້າ​ປອມ​ ​ໄດ້​ໂຈະ​ການ​ເຮັດ​ທຸລະ​ກິດ​ກັບ​ບໍລິສັດຍັກ​ໃຫຍ່ຊື້ຂາຍ​ທາງ​ອິນ​ເຕີ​ ແນັດ Alibaba ກັບກຸ່່ມ​ເຂົາ​ເຈົ້າຫຼັງ​ຈາກ​ໄດ້​ພົບ​ເຫັນປະຕິກິລິຍາ​ຢ່າງ​ແຮງ ຈາກບັນດາ ​ສະມາຊິກບໍລິສັດວ່າ ​ບໍລິສັດຈີນ​ດັ່ງກ່າວ ເປັນ​ຕະຫລາດ​ຂອງປອມ​ທີ່​ໃຫຍ່​ທີ່​ສຸດ​ໃນໂລກ​.

​ໃນໄລຍະ​ບໍ່​ເທົ່າ​ໃດ​ອາທິດ​ທີ່​ຜ່ານ​ມາ​ນີ້ ບໍລິສັດ Gucci America, Michael Kors ​ແລະ Tiffany ​ໄດ້​ຖອນ​ຕົວອອກ​ຈາກ​ແນວ​ໂຮມນາໆ​ຊາດ​ຕໍ່ຕ້ານສິນ​ຄ້າ ປອມ ຫລື IACC ທີ່​ມີ​ ສຳນັກງານ​ຢູ່​ສະຫະລັດ​ ຍ້ອນການ​ມີໜ້າ ​ຂອງ​ບໍລິ​ສັດ Alibaba ​ໃນ​ຖັນແຖວ​ຂອງ​ກຸ່ມດັ່ງ ກ່າວ.

ອົງການ IACC ​ໃນ​ວັນ​ສຸກ​ວາ​ນນີ້ ຍັງ​ໄດ້ຮັບ​ຮູ້​ເຖິງ​ການ​ຂັດ​ແຍ້​ງດ້ານ​ຜົນ​ປະ​ໂຫຍດ ​ໂດຍ ​ຍອມຮັບ​ວ່າ​ຕົນ​ບໍ່​ໄດ້​ເປີດ​ເຜີຍ​ໃຫ້ຄະນະ​ກຳມະການຂອງ​ຕົນຊາບ ກ່ຽວ​ກັບ​ການ​ພົວພັນ​ ລະຫວ່າງບໍລິສັດ Alibaba ​ແລະ​ປະທານແນວໂຮມ​ທ່ານ Robert Barchiesi.

​ໃນ​ຕອນ​ເຊົ້າຂອງ​ມື້ວານ​ນີ້ ອົງການ​ຂ່າວ​ເອພີລາຍ​ງານ​ວ່າ ທ່ານ Barchiesi ຖື​ຮຸ້ນຢູ່​ໃນ ບໍລິສັດ Alibaba ມີ​ຄວາມສຳພັນ​ໃກ້ຊິດ​ ກັບ​ຜູ້​ບໍລິຫານຂອງ​ບໍລິສັດ Alibaba ​ແລະ​ໄດ້​ ໃຊ້​ບັນດາ​ສະມາຊິກ​ຄອບຄົວຊ່ວຍບໍລິຫານ​ງານແນວ​ໂຮມດັ່ງກ່າວ.

ຫ້ອງການແນວ​ໂຮມ​ກ່າວ​ວ່າ ຕົນ​ໄດ້​ຈ້າງ​ບໍລິສັດ​ທີ່​ເປັນອິດສະຫຼະ ​ເພື່ອ​ທົບທວນ​ເບິ່ງນະ ​ໂຍບາຍ​ການ​ປົກຄອງ​ບໍລິສັດ​ຂອງ​ຕົນ.

ໜັງສືພິມ The Wall Street ລາຍ​ງານ​ ຕະຫລາດ​ຂອງບໍລິສັດ Alibaba ຂອງຈີນໄດ້​ທຳ ​ການ​ຊື້ຂາຍ​ໃນ​ມູນ​ຄ່າ 485 ພັນ​ລ້ານ​ໂດ​ລາຂອງ​ສິນຄ້າໃນສົກ​ປີການ​ເງິນທີ່​ສິ້ນ​ສຸດລົງ​ໃນ
​ວັນ​ທີ 31 ມີນ​າຜ່ານ​ມາ ຊຶ່ງ​ບັນດາ​ນັກວິ​ເຄາະ​ຄາດ​ວ່າ ​ຫາຍ​ກວ່າ Amazon ​ແລະ eBay ຮວມ​ເຂົ້າກັນ.

ບັນດາ​ຜູ້​ຕິຕຽນບໍລິສັດ​ຈີນກ່າວ​ວ່າ ເວັບ​ໄຊ​ຂອງບໍລິສັດ Alibaba ​ເຕັມ​ໄປ​ດ້ວຍ​ຂອງ​ປອມ ທີ່ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ການ​ຜະລິດ​ຂອງ​ບໍລິສັດ​ຕ່າງໆ​ສາມາດ​ເປັນ​ໄພ​ແກ່​ຜູ້​ບໍລິ ໂພ​ກຜູ້​ທີ່​ບໍ່​ຮູ້ຈັກ​ວ່າ ​ຕົນ​ໄດ້ຊື້​ພະ​ລິດ​ຕະພັນ​ດັ່ງ​ກ່າວ ແລະ​ຊຸກຍູ້​ ໃຫ້​ມີອຸດສາຫະກຳ​ຟອກ ເງິນໃຕ້​ດິນທີ່​ສະໜັບສະໜູນ​ກຸ່ມຈັດ​ຕັ້ງ​ອາ​ຊະ​ຍາ​ກຳນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG