ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການບຳບັດ Phage ອາດຈະເປັນ ທາງເລືອກໃໝ່ ສຳຫຼັບໄວຣັສ ທີ່ດື້ຢາ


ຢາປະຕິຊີວະນະ
ຢາປະຕິຊີວະນະ

ວີທີ​ເກົ່າແກ່​ດັ້ງເດີມ ໃຊ້ແທນ ຢາປະຕິຊີວະນະ ທີ່​ໄດ້ປະດິດຂຶ້ນ​ໃນ​ຊຸ່ມ​ປີ 1940 ​ແມ່ນ​ໄດ້ ຖືກເບິ່ງເຫັນໄປໃນຮູບໃໝ່ ​ໃນ​ການ​ຕໍ່ສູ້​ກັບ​ເຊື້ອໂຣກທີ່​ດື້ຢາປະຕິ​ຊີວະ​ນະ. Phages ​ແມ່ນຕົວເຊື້ອ​ໄວຣັຊ ທີ່​ໂຈມ​ຕີແບັກ​ເທຍ​ເຣຍ ​ແຕ່​ຈະປະແຊ​ລ໌ ທຳ​ມະ​ດາ​ໄວ້ໃຫ້ຢູ່​ຕາມ​ລຳ​ພັງ. ສ່ວນໃຫຽ່ແລ້ວ ວິທີ​ການ​ບຳບັດ​ແບບ​ນີ້ ​ຈະ​ຖືກ​ປ່ອຍປະ​ໄປ​ເລີຍ​ ​ໃນ​ຊ່ວງທີ່ ມີ​ຢາປະຕິ​ຊີວະ​ນະໃຊ້ ​ແຕ່ກໍຈະກາຍມາເປັນອາວຸດ​ອັນ​ ທີ່​ມີ​ຄຸນປະ​ໂຫຍ​ດ ​ໃນ​ຊ່ວງ​ນີ້ ​ເວລາເກີດມີ​ພວກ​ແມງ​ໄມ້​ທີ່​ດື້​ຕໍ່​ຢາ​. Kevin Enochs ນັກ​ຂ່າວ VOA ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງວັນນະ​ສອນ ຈະ​ນຳເອົາລາຍລະອຽດມາສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

​ທ່ານ Mac Guillonneau ມີອາການປ່ວຍ ທີ່ເອີ້ນວ່າ Netheron Syndrome ຊຶ່ງເປັນ ອາການທີ່ເຮັດໃຫ້ລາວເປັນໂຣກຜີວໜັງໄດ້ຢ່າງງ່າຍດາຍ ຊຶ່ງໂຣກຜິວໜັງ ຊະນິດນຶ່ງກໍ ແມ່ນອັນທີ່ອາດຈະພາໃຫ້ລາວຕາຍ.

ຍານາງ Claire Guillonneau ຊຶ່ງກ່າວເປັນພາສາຝຣັ່ງວ່າ “ພວກເຂົາເຈົ້າໄດ້ ບອກພວກ ເຮົາເມື່ອ 6 ເດືອນກ່ອນວ່າ Staphylococcus ໄດ້ເຂົ້າໄປໃນລະບົບ ເສັ້ນເລືອດສອງ ເທື່ອ. ພວກເຮົາຮູ້ວ່າ ຈັ່ງໃດພວກເຮົາ ກໍຈະສູນເສຍ ລາວໄປ ແລະ ວ່າໃນການ ຮັກ ສາລາວ ພວກເຮົາຈະຕ້ອງໄດ້ມາປະເທດ Goergia.”

ໃນທີ່ສຸດ ລາວ ກໍມາສະຖາບັນ Eliava ເພື່ອ ການບຳບັດ Phage ຊຶ່ງເປັນການບຳບັດ ທາງເລືອກ ທີ່ເປັນທີ່ນິຍົມເພີ່ມຈາກ​ຢາປະຕິ​ຊີວະ​ນະແບບໂບຮານ ຊຶ່ງສຸກສາລາ ໄດ້ສ້າງ ຂຶ້ນ ໃນນະຄອນຫຼວງ Tbilisi ຂອງປະເທດ Goergia ໃນປີ 1923 ໂດຍນັກວິທະຍາສາດ George Eliava.

Phage ແມ່ນຢາສະເພາະຫຼາຍກວ່າ ຢາປະຕິ​ຊີວະ​ນະ ຊຶ່ງມັນມີທັງຜົນດີແລະບໍ່ດີພ້ອມກັນ.

ຢາປະຕິ​ຊີວະ​ນະ ກໍຄືຢາ penicillin ທີ່ຂ້າທຸກສິ່ງທຸກຢ່າງ ທີ່ຂັດຂວາງມັນ. ໃນດ້ານກົງກັນ
ຂ້າມ Phage ແມ່ນຈະໂຈມຕີ ແບັກ​ເທຍ​ເຣຍສະເພາະແລະປ່ອຍແຊລ໌ທີ່ດີໄວ້ຕາມລຳພັງ, ແຕ່ວ່າ Phage ພິເສດຈະຕ້ອງໄດ້ເຮັດຂຶ້ນມາສະເພາະແບັກ​ເທຍ​ເຣຍແນວໃດແນວນຶ່ງ. ທ່ານນາງ Naomi Hoyle, ຈາກ ສະຖາບັນ Eliava Institute of Bacterialphages ກ່າວວ່າ “ໃນກໍລະນີນີ້ ຜູ້ປ່ວຍ ແມ່ນບໍ່ມີທາງເລືອກເລີຍ, ແຕ່ວ່າ ພວກເຮົາ ມີທາງເລືອກ
ທີ່ຈະທົດລອງແບບສະເພາະເຈາະຈົງ ແບັກ​ເທຍ​ເຣຍ Phage ທີ່ຕໍ່ຕ້ານກັບ ແບັກ​ເທຍ​ເຣຍ ແລະໃຫ້ການປິ່ນປົວ Phage ນີ້.”

ການບຳບັດທີ່ວ່ານີ້ ເບິ່ງຄືວ່າມັນຈະໄດ້ຜົນ ສຳລັບທ່ານ Mac Guillonneau.

ຍານາງ Guillonneau ກ່າວຕື່ມອີກວ່າ “ພວກເຮົາດີໃຈຫຼາຍ ໃນຂະນະທີ່ອາການຕ່າງໆ ຫາຍໄປ. ໜັງຂອງລາວກາຍເປັນສີແດງແຈ້ງ ແລະເບິ່ງສະບາຍຕາ. ປະຈຸບັນນີ້ ກັບກາຍ
ມາເປັນສີບົວອ່ອນໆ ແລະເກືອບວ່າເປັນສີຂາວ. ທ່ານ Marc ສາມາດຢຽດຂາອອກໄດ້ ຊຶ່ງເມື່ອກ່ອນນັ້ນ ລາວມີແຕ່ຂົດຂາໄວ້ ລາວເໜັງບໍ່ໄດ້ ກິນກໍບໍ່ໄດ້. ແຕ່ດຽວນີ້ ລາວເປັນ
ເປັນປົກກະຕິແລ້ວ.”

ໃນໂລກຕາເວັນຕົກ ນັ້ນດຽວນີ້ ແມ່ນໄດ້ຮູ້ຕົວແລ້ວ. ການທົດລອງວິທະຍາສາດທັງຫຼາຍ ເລີ້ມຕົ້ນໃນຢູໂຣບ ໃນປີກາຍນີ້. ສະຖາບັນອານາໄມແຫ່ງຊາດຂອງສະຫະລັດ ໄດ້ຈັດສັນ ກອງທຶນຈຳນວນນຶ່ງ ເພື່ອການວິໄຈ ຄົ້ນຄວ້າເຖິງກຳມະວິທີ ໃນຂະນະທີ່ຄວາມ ເປັນຫ່ວງ ເປັນໃຍ ມີຫຼາຍ ກ່ຽວກັບແບັກ​ເທຍ​ເຣຍ ທີ່ດື້ຢານີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG