ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການປະທ້ວງ ຕໍ່ຕ້ານທ່ານ ທຣຳ ຈະດຳເນີນໄປຮອດ ວັນສາບານຕົວ ເຂົ້າຮັບຕຳແໜ່ງ


ປະຊາຊົນຈາກທົ່ວ ສະຫະລັດ ເດີນຂະບວນໃນນະຄອນຫຼວງ ວໍຊິງຕັນ ວັນເສົາວານນີ້ ເພື່ອສະໜັບສະໜູນສິດທິຂອງຜູ້ຍົກ
ຍ້າຍຖິ່ນຖານ, ອົບພະຍົບ ແລະ ປະຊາຄົມມຸສລິມ ກ່ອນ
ພິທີສາບານໂຕເຂົ້າຮັບຕຳແໜ່ງຂອງທ່ານ ທຣຳ ວັນສຸກນີ້. (A. Barros/VOA)
ປະຊາຊົນຈາກທົ່ວ ສະຫະລັດ ເດີນຂະບວນໃນນະຄອນຫຼວງ ວໍຊິງຕັນ ວັນເສົາວານນີ້ ເພື່ອສະໜັບສະໜູນສິດທິຂອງຜູ້ຍົກ ຍ້າຍຖິ່ນຖານ, ອົບພະຍົບ ແລະ ປະຊາຄົມມຸສລິມ ກ່ອນ ພິທີສາບານໂຕເຂົ້າຮັບຕຳແໜ່ງຂອງທ່ານ ທຣຳ ວັນສຸກນີ້. (A. Barros/VOA)

ທ່ານ Chris Van Hollen ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ຈາກລັດແມຣີ ແລັນ ກ່າວໃນວັນເສົາວານນີ້ ຢູ່ໂບດທີ່ເປັນປະຫວັດສາດຂອງຊາວ ອາເມຣິກັນ ເຊື້ອສາຍ ອາຟຣິກາ ໃນໃຈກາງນະຄອນຫຼວງ ວໍຊິງຕັນ ວ່າ “ພວກເຮົາຈະບໍ່ປ່ອຍໃຫ້ທ່ານ ດາເນິລ ທຣຳ ຂຸດຂຸມຝັງເທພີອິດສະລະພາບຂອງພວກເຮົາ”.

ທ່ານ Van Hollen ໄດ້ໄປກ່າວຢູ່ໃນບ່ອນນຶ່ງ ໃນຈຳນວນທີ່ຊຸມນຸມ ແລະ ບ່ອນປະທ້ວງ ຫຼາຍໆສິບແຫ່ງທົ່ວ ສະຫະລັດ ໃນວັນວັນເສົາວານນີ້ ກ່ອນຈະເຖິງມື້ສາບານໂຕເຂົ້າຮັບ ຕໍາແໜ່ງເປັນປະທານາທິບໍດີຂອງ

ທ່ານ ດາເນິລ ທຣຳ ນັກທຸລະກິດມະຫາເສດຖີທ່ານນີ້ ເປັນບຸກຄົນສຳຄັນ ໃນການໂຄສະ ນາຫາສຽງດ້ວຍວາຈາຕໍ່ຕ້ານຄົນເຂົ້າເມືອງ, ຄຳປະຕິຍານທີ່ຈະສ້າງກຳແພງກັ້ນລະຫວ່າງ ສະຫະລັດ ກັບ ເມັກຊິກໂກ ແລະ ຄຳສັນຍາວ່າ ຈະທັບມ້າງພວກມຸສລິມທີ່ເຂົ້າມາໃນປະ ເທດນີ້.

ທີ່ນະຄອນຫຼວງ ວໍຊິງຕັນ ບາດຫຼວງ Al Sharpton ໄດ້ເປັນຜູ້ນຳພາໃນການເດີນຂະບວນ ທີ່ໃສ່ຊື່ວ່າ “ພວກເຮົາຈະບໍ່ປ່ອຍໃຫ້ຖືກເຄື່ອນໄຫວ”. ທ່ານ Sharpton ກ່າວໃນການ ຮ້ອງຮຽນຕໍ່ພວກນັກການເມືອງທັງຫຼາຍໃຫ້ລຸກຂຶ້ນຕໍ່ສູ້ກັບທ່ານ ທຣຳ ເພື່ອບໍ່ໃຫ້ຜູ້ກ່ຽວ ແລະ ພັກພວກຣິພັບລິກັນທັງຫຼາຍລິເລີ່ມນະໂຍບາຍຕໍ່ຕ້ານຂອງທ່ານ ທຣຳ ທີ່ຜູ້ກ່ຽວຈະ ສ້າງຄວາມເສຍຫາຍແກ່ຄົນທຸກ ແລະ ຊົນຊັ້ນກຳມະຊີບນັ້ນວ່າ “ພວກເຮົາມາທີ່ນີ້ ເພື່ອ ມາເວົ້າມາວ່າ ຕໍ່ພວກເດໂມແຄຣັດ ໃນສະພາສູງ ແລະ ສະພາຕໍ່າ ແລະ ພວກຣິພັບບລິ ກັນຫົວປານ ກາງ ເພື່ອຢາກໄດ້ກຳລັງໜູນຫຼັງ ແລະໃຫ້ກ້າປາກກ້າເວົ້າ.”

ຝູງຊົນໄດ້ພາກັນໂຮ່ຮ້ອງຢູ່ໃນທີ່ຊຸມນຸມໃນນະຄອນ Chicago ເວລາ ບາສຊຳ ອອັສແມັນ ປະທານ ແລະ ຜູ້ກໍ່ຕັ້ງສະພາຂອງອົງການອິສລາມຕ່າງໆຂຶ້ນມາໃນນະຄອນດັ່ງກ່າວ ໃນເວ ລາທີ່ການສູດມົນພາວະນາເລີ່ມຂຶ້ນ ໂດຍເວົ້າອອກມາວ່າ “ພະຜູ້ເປັນເຈົ້າແຜ່ນດິນຕອນ ນີ້ເປັນຂອງພະອົງ ມັນບໍ່ແມ່ນແຜ່ນດິນຂອງທ່ານ ທຣຳ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

After Trump’s inauguration Friday in Washington, up to 200,000 people from around the country are expected to attend the Women’s March Saturday to protest Trump’s presidency.

Since Trump’s stunning election win in November, protests against his presidency have been mounted regularly around the country.

XS
SM
MD
LG