ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະທ້ວງ ຕໍ່ຕ້ານ ລູກສອນໄຟ THAAD ທີ່ເກົາຫຼີໃຕ້


ຜູ້ປະທ້ວງຄົນນຶ່ງ ຈາກເຂດຊົນນະບົດ ຂອງເກົາຫຼີໃຕ້ ຮ້ອງຄຳຂວັນ ຕໍ່ຕ້ານແຜນການຕິດຕັ້ງ ລະບົບລູກສອນໄຟ THAAD ທີ່ນະຄອນຫຼວງໂຊລ ເກົາຫຼີໃຕ້. (5 ຕຸລາ 2016)
ຜູ້ປະທ້ວງຄົນນຶ່ງ ຈາກເຂດຊົນນະບົດ ຂອງເກົາຫຼີໃຕ້ ຮ້ອງຄຳຂວັນ ຕໍ່ຕ້ານແຜນການຕິດຕັ້ງ ລະບົບລູກສອນໄຟ THAAD ທີ່ນະຄອນຫຼວງໂຊລ ເກົາຫຼີໃຕ້. (5 ຕຸລາ 2016)

ຊາວ​ເກົາຫຼີ​ໃຕ້​ຫລາຍ​ຮ້ອຍ​ຄົນ ທີ່​ອາ​ໄສ​ຢູ່​ໃກ້ໆ​ກັບ​ບ່ອນ​ຕິດຕັ້ງລະບົບ​ຕໍ່ຕ້ານ​ລູກສອນ​ໄຟ THAAD ແຫ່ງ​ໃໝ່ ​ໄດ້​ພາກັນ​ປະ​ທ້ວງ ​ທີ່​ນະຄອນຫຼວງ​ໂຊ​ລ ​ໃນ​ວັນ​ພຸດ​ມື້ນີ້.

​ເຈົ້າ​ເມືອງໆ Gimcheon ທ່ານ Park Bo-saeng ​ກ່​າວ​ຕໍ່​ພວກ​ປະ​ທ້ວງ​ວ່າ​ທ່ານ​ໄດ້​ຮ້ອງ​ຂໍ​ໃຫ້​ພວກ​ຜູ້ນຳ​ຂອງ​ແຂວງ ແລະ​ເຈົ້າໜ້າ​ທີ່​ຈາກ​ກະຊວງ​ປ້ອງ​ກັນປະ​ເທດບໍ່​ໃຫ້​ຕິດຕັ້ງລະ ບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ ​ທີ່​ຍິງ​ມາ​ໃນ​ລະດັບ​ສູງ ທີ່​ເອີ້ນຫຍໍ້ວ່າ THAAD ໃກ້​ກັບ​ເມືອງ​ຂອງ​ທ່ານ ທີ່​ມີ​ປະຊາຊົນ​ 13,000 ຄົນ ​ແຕ່​ການ​ຮ້ອງ​ຂໍ​ຂອງ​ທ່ານ​ ກັບ​ບໍ່​ມີ​ຜູ້​ໃດ​ເອົາ​ຫົວຊາ.

​ເຈົ້າ​ເມືອງ Park ກ່າວ​ວ່າ “ພວກ​ເຂົາ​ເຈົ້າ​ໄດ້​ບອກ​ຂ້ອຍ​ວ່າ ​ເຂົາ​ເຈົ້າຈະ​ຊ່ອຍພວກ​ເຮົາ ​ເວລາ​ຂ້ອຍ​ພົບ​ປະ​ກັບ​ພວກ​ເຂົາ​ເ​ຈົ້າ. ​ແຕ່​ມີ​ຜູ້​ໃດ​ລະ​ຊ່ອຍ​ພວກ​ເຮົາ?”

ການ​ປະ​ທ້ວງ ໃນ​ລະດູ​ຮ້ອນ​ທີ່​ຜ່ານ​ມາ ​ໄດ້​ບັງຄັບ​ໃຫ້​ລັດຖະບານ​ເກົາຫຼີ​ໃຕ້ ​ຕ້ອງ​ໄດ້​ຍ້າຍ​ແຜນການ​ຕິດຕັ້ງລູກ​ສອນ​ໄຟ THAAD ໄປ​ຈາກ​ບໍລິ​ເວນ​ແຫ່ງ​ນຶ່ງ​ໃນເມືອງ Seongju ຊຶ່ງ​ຫ່າງ​ຈາກສູນ​ກາງ​ທີ່​ມີ​ປະຊາຊົນ​ອາ​ໄສ​ຢູ່​ນຶ່ງ​ກິ​ໂລ​ແມັດ​ເຄິ່ງ. ບໍລິ​ເວນ​ແຫ່ງ​ໃໝ່ຊຶ່ງ​ໄດ້​ເລືອກ ກັນ​ເມື່ອ​ເດືອນ​ກັນຍາ​ຜ່ານ​ມານີ້ ​ແມ່ນສະ​ໂມ​ສອນຕີ​ກອຟ Skyhill ຂອງ​ບໍລິສັດ Lotte ຊຶ່ງ​ເປັນ​ເຂດ​ຊົນນະບົດ ​ທີ່​ສອກຫຼີກ​ກວ່າ​ເມືອງ Seongju ​ແລະ 8 ກິ​ໂລ​ແມັດ ​ຫ່າງ​ຈາກ​ເມືອງ Gimcheon ຊຶ່ງ​ຢູ່​ໃຕ້​ສຸດ​ຂອງ​ແຫຼມ​ເກົາຫຼີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

South Korea THAAD Protest
please wait

No media source currently available

0:00 0:01:14 0:00

XS
SM
MD
LG