ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກປະທ້ວງ ຢູ່ໄທ ຍັງສືບຕໍ່ ກົດດັນ ໃຫ້ນາຍົກ ລາອອກ (ສະໄລດ໌/ວີດີໂອ)


ພວກປະທ້ວງຕໍ່ຕ້ານລັດຖະບານໄທ ໂຮມຊຸມນຸມກັນ ຢູ່ຕໍ່ໜ້າປະຕູທາງເຂົ້າ ໂຮງການພາສີ ຢູ່ທີ່ບາງກອກ (14 ມັງກອນ 2014)
ພວກປະທ້ວງຕໍ່ຕ້ານລັດຖະບານໄທ ໂຮມຊຸມນຸມກັນ ຢູ່ຕໍ່ໜ້າປະຕູທາງເຂົ້າ ໂຮງການພາສີ ຢູ່ທີ່ບາງກອກ (14 ມັງກອນ 2014)
ພວກປະທ້ວງຕໍ່ຕ້ານລັດຖະບານ ຈຳນວນຫຼາຍໆພັນຄົນ ໄດ້ໂຮມ
ຊຸມນຸມປະທ້ວງເປັນມື້ທີ 2 ລຽນຕິດໃນວັນອັງຄານວານນີ້ຢູ່ທີ່ບາງ
ກອກໃນອັນທີ່ເປັນພາກສ່ວນນຶ່ງຂອງແຜນການເພື່ອປິດນະຄອນ
ຫລວງຂອງໄທ ແລະຂັບໄລ່ນາຍົກລັດຖະມົນຕີ ຍິ່ງລັກ ຊິນນະວັດ
ລົງຈາກອຳນາດ. Gabrielle Paluch ຜູ້ສື່ຂ່າວວີໂອເອລາຍງານ ຈາກຄ້າຍຊົ່ວຄາວຂອງພວກປະທ້ວງທີ່ປຸກຂຶ້ນດ້ວຍຕູບຜາຕັ້ງ ໃນ
ເຂດໃຈກາງບາງກອກ ດັ່ງໄພສານຈະນຳເອົາລາຍລະອຽດມາສະ
ເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ພວກປະທ້ວງຫຼາຍໆພັນຄົນໄດ້ພາກັນຫລັບນອນໃນຍາມກາງຄືນ
ທີ່ຄ້າຍໃຫຍ່ 7 ແຫ່ງໃນທົ່ວບາງກອກແລະເລີ້ມອອກເດີນຂະບວນໄປຍັງກະຊວງຕ່າງໆຂອງ
ລັດຖະບານທີ່ພວກເຂົາເຈົ້າທວງໃຫ້ປິດລົງນັ້ນ.

ເຖິງແມ່ນພວກປະທ້ວງຫຼາຍໆຄົນ ມາຈາກບາງກອກກໍຈິງ ແຕ່ພວກອື່ນໆນັ້ນແມ່ນເດີນທາງ ມາແຕ່ໄກ ເພື່ອອັນທີ່ພວກເຂົາເຈົ້າເວົ້າວ່າ ອາດເປັນການປະເຊີນໜ້າກັບລັດຖະບານທີ່ຍືດ ເຍື້ອຍາວນານກໍເປັນໄດ້.


ທ້າວຄຳພອນ ແສງຣາວີ ຜູ້ປະທ້ວງ ທີ່ຂັບລົດມາແຕ່ໄກ 700 ກວ່າກິໂລແມັດ ຈາກຈັງຫວັດ ນະຄອນສີທຳມະຣາດໄດ້ຈອດລົດຕູ້ຂອງລາວໄວ້ທີ່ສວນລຸມພີນີແລະນອນໃນຕູບຜ້າຕັ້ງຫຼັງ ນຶ່ງໃກ້ໆກັບເພື່ອນບ້ານ ທີ່ຕິດຕາມມານຳລາວ 3 ຄົນ.

ທ້າວຄຳພອນເວົ້າວ່າ “ມາກັບພີ່ນ້ອງທັງໝົດ ແລະຈະບໍ່ຍອມກັບ ນອນຫລັບຢູ່ຕາມ ຖະໜົນແລະກິນກັນບົນຖະໜົນ. ລາວເວົ້າວ່າ ແທ້ຈິງແລ້ວລາວຢູ່ທີ່ບ້ານລາວນັ້ນ ມີຄວາມສຸກສະບາຍກວ່າ ແຕ່ລາວກໍດີໃຈ ທີ່ໄດ້ມາທີ່ນີ້ ເພື່ອຕໍ່ສູ້ ເພື່ອອະນາຄົດ ຂອງປະເທດຊາດ.”

ຫົວໜ້າພວກປະທ້ວງ ທ່ານສຸເທບ ເທືອກສຸບັນ ທີ່ໄດ້ປະຕິເສດຕໍ່ຂໍ້ສະເໜີ ຂອງລັດຖະບານ ທີ່ຈະຈັດການເລືອກຕັ້ງກ່ອນກຳນົດນັ້ນ ໄດ້ກ່າວຕໍ່ຝູງຊົນ ຢູ່ເທິງເວທີ ໃນວັນອັງຄານວານນີ້ ທວງໃຫ້ນາຍົກລັດຖະມົນຕີຮັກສາການທ່ານນາງຍິ່ງລັກ ຊິນນະວັດ ລາອອກແລະເຕືອນບັນ ດາລັດຖະມົນຕີທັງຫລາຍວ່າ ເຂົາເຈົ້າຄວນຍົກຍ້າຍລູກເຕົ້າເຂົາເຈົ້າໜີ.

ທ່ານສຸເທບກ່າວວ່າ “ພາຍໃນສອງສາມມື້ນີ້ ພວກເຮົາຈະປິດໂຮງການລັດຖະບານ ທັງໝົດ ແຕ່ຖ້າພວກເຂົາເຈົ້າຫາກຍັງດື້ດຶງຢູ່ ເຮົາຈະເຂົ້າໄປຄວບຄຸມຕົວ ນາຍົກ ລັດຖະມົນຕີ ແລະລັດຖະມົນຕີຄົນອື່ນໆ.”

ນາຍົກລັດຖະມົນຕີຍິ່ງລັກໄດ້ປະກາດຍຸບລັດຖະບານໄປແລ້ວແລະຮຽກໃຫ້ມີການເລືອກຕັ້ງ ກ່ອນກຳນົດໃນຕົ້ນເດືອນໜ້າ ແຕ່ບັນດາພວກຜູ້ນຳການປະທ້ວງໂດຍມີພັກປະຊາທິປັດ ຊຶ່ງ
ເປັນພັກຝ່າຍຄ້ານຮ່ວມສົມທົບນຳນັ້ນ ພາກັນບ໋ອຍຄອດບໍ່ຍອມເຂົ້າຮ່ວມການເລືອກຕັ້ງໃນ ຄັ້ງນີ້.

THAI PROTEST
please wait
Embed

No media source currently available

0:00 0:01:14 0:00

ເຖິງແມ່ນນາຍົກລັດຖະມົນຕີໄດ້ປະຕິເສດ ບໍ່ຍອມລາອອກກໍຈິງ ແຕ່ທ່ານນາງກໍ ເວົ້າວ່າ ທ່ານນາງມີຄວາມກະຕືລືລົ້ນ ທີ່ຈະຍຸຕິການປະເຊີນໜ້າກັນດັ່ງກ່າວ.

ທ່ານນາງໄດ້ຖະແຫລງ ຕໍ່ພວກນັກຂ່າວ ໃນວັນອັງຄານວານນີ້ ແລະໄດ້ກ່າວອີກເທື່ອນຶ່ງວ່າ ທ່ານນາງແມ່ນເປີດກວ້າງ ຕໍ່ການເຈລະຈາຫາລືກັນ.

ເຫດການສໍາຄັນ ດ້ານການເມືອງ ໃນໄທ

ເຫດການສໍາຄັນ ດ້ານການເມືອງ ໃນໄທ:

2006: ກອງທັບໂຄ່ນລົ້ມ ນາຍົກລັດຖະມົນຕີ ທັກສິນ ຊິນນະວັດ
2007: ພັກພະລັງປະຊາຊົນ ທີ່ນິຍົມທັກສິນ ຊະນະການເລືອກຕັ້ງ
2008: ພວກຕໍ່ຕ້ານທັກສິນ ຫລືພວກເສື້ອເຫລືອງ ໂຮມຊຸມນຸມປະທ້ວງ ເປັນເວລາຫລາຍ ເດືອນ ແລະໄດ້ຍຶດເອົາສະໜາມບິນສຸວັນນະພູມ ເປັນເວລາສັ້ນໆ. ທ່ານອະພິສິດ ເວດຊາຊີວະ ຂຶ້ນເປັນນາຍົກລັດຖະມົນຕີ.
2010: ພວກນິຍົມທັກສິນ ຫລືພວກເສື້ອແດງ ທໍາການປະທ້ວງຢ່າງຂະໜານໃຫຍ່ ຢູ່ໃນ ບາງກອກ. ມີ 10 ປາຍຄົນ ເສຍຊີວິດ.
2011: ທ່ານນາງຍິ່ງລັກ ຊິນນະວັດ ນ້ອງສາວຂອງທ່ານທັກສິນ ຖືກເລືອກຕັ້ງເປັນນາຍົກ ລັດຖະມົນຕີ.
2013: ພວກປະທ້ວງຕໍ່ຕ້ານລັດຖະບານ ຈັດການເດີນຂະບວນແລະໂຮມຊຸມນຸມປະທ້ວງ ຢ່າງຂະໜານໃຫຍ່. ທ່ານນາງຍິ່ງລັກ ຮຽກການເລືອກຕັ້ງກ່ອນກໍາໜົດ.
2014: ພວກປະທ້ວງພາກັນຕັ້ງຄ້າຍຢູ່ບາງກອກ ເພື່ອອັດບາງກອກ.

ທ່ານນາງຍິ່ງລັກເວົ້າວ່າ “ທ່ານນາງຂໍຄວາມຮ່ວມມື ແລະຮ້ອງ
ຂໍໃຫ້ທຸກພັກຝ່າຍເຂົ້າຮ່ວມໃນການປະຕິຮູບສິ່ງໃດກໍຕາມທີ່
ຕ້ອງການໃຫ້ປະຕິຮູບຫຼືໃຫ້ແກ້ໄຂ ບໍ່ວ່າຈະໃຫ້ກໍາຈັດພວກ
ນັກການ ເມືອງຄໍຣັບຊັ່ນສໍ້ລາດບັງຫລວງກໍສາມາດເຮັດໃຫ້
ເປັນຈິງໄດ້. ຖ້າເກີດເຮົາ ຮຽກຮ້ອງແບບນີ້ຕໍ່ໄປ ບ້ານເມືອງ
ກໍຈະບໍ່ໄປບໍ່ມາໃສແນ່ນອນ.”


ການປະທ້ວງເລີ້ມຂຶ້ນ ໃນທ້າຍປີກາຍນີ້ ເວລາສະພາຕໍ່າຂອງໄທ
ຮັບຮອງເອົາ ຮ່າງກົດໝາຍ ໃຫ້ອະໄພຍະໂທດ ສະບັບນຶ່ງ ທີ່ຈະ
ແຜ້ວທາງໃຫ້ອ້າຍ ຂອງນາຍົກລັດຖະມົນຕີ ຍິ່ງລັກ ຊິນນະວັດ ຄື
ທ່ານທັກສິນ ຊິນນະວັດ ເດີນທາງກັບຄືນປະເທດໄດ້ຈາກການລີ້
ໄພຢູ່ດູບາຍໂດຍບໍ່ຕ້ອງໄດ້ປະເຊີນໜ້າກັບຂໍ້ຫາທາງອາຍາ.

ສະພາສູງ ຂອງໄທ ໄດ້ປະຕິເສດ ບໍ່ຍອມຮັບຜ່ານ ຮ່າງກົດໝາຍ
ສະບັບນີ້ ແຕ່ນັ້ນກໍບໍ່ໄດ້ສ້າງຄວາມພໍໃຈແຕ່ຢ່າງໃດເລີຍ ໃຫ້ແກ່ ພວກປະທ້ວງທີ່ຕ້ອງການຢາກຂັບໄລ່ຄອບຄົວຂອງທ່ານທັກສິນ ອອກຈາກວົງການການເມືອງຂອງໄທນັ້ນ.

ນອກນັ້ນ ທ່ານສຸເທບຫົວໜ້າຂອງພວກປະທ້ວງຍັງຕ້ອງການທີ່
ຈະໃຫ້ສະພາທີ່ທ່ານເອງແລະພັນທະມິດຂອງທ່ານແຕ່ງຕັ້ງຂຶ້ນ
ມາ ເຮັດໜ້າທີ່ບໍລິຫານປະເທດ ແທນລັດຖະບານ ທີ່ຖືກເລືອກ
ຕັ້ງຕາມແນວທາງຂອງລະບອບປະຊາທິປະໄຕ ຊຶ່ງຈະທຳການ ປະຕິຮູບທາງດ້ານການເມືອງ ກ່ອນການເລືອກຕັ້ງຄັ້ງໃໝ່.

ລັດຖະບານໄດ້ປະຕິເສດຕໍ່ຂໍ້ສະເໜີດັ່ງກ່າວຊຶ່ງພວກນັກສັງເກດການຫຼາຍໆຄົນເວົ້າວ່າຈະ ເປັນບາດກ້າວຖອຍຫຼັງ ສໍາລັບລະບອບປະຊາທິປະໄຕ ໃນປະເທດໄທນັ້ນ.

Anti-government Protesters Camp in Downtown Bangkok
please wait

No media source currently available

0:00 0:03:18 0:00
ລິງໂດຍກົງ
XS
SM
MD
LG