ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະທ້ວງ ຕໍ່ຕ້ານ ລັດຖະປະຫານ ຍັງດຳເນີນ ຢູ່ຕໍ່ມາ ໃນໄທ (ສະໄລດ໌/ວີດີໂອ)


ພວກປະທ້ວງຕໍ່ຕ້ານການປົກຄອງທະຫານ ແລະທະຫານທີ່ຖືກສົ່ງໄປຄວບຄຸມພວກປະທ້ວງ ປະເຊີນໜ້າກັນ ທີ່ຍ່ານການຄ້າແຫ່ງນຶ່ງ ໃນບາງກອກ (25 ພຶດສະພາ 2014)
ພວກປະທ້ວງຕໍ່ຕ້ານການປົກຄອງທະຫານ ແລະທະຫານທີ່ຖືກສົ່ງໄປຄວບຄຸມພວກປະທ້ວງ ປະເຊີນໜ້າກັນ ທີ່ຍ່ານການຄ້າແຫ່ງນຶ່ງ ໃນບາງກອກ (25 ພຶດສະພາ 2014)
ກຳລັງຮັກສາຄວາມສະຫງົບຂອງໄທ ຍັງສືບຕໍ່ປະທະກັນກັບພວກ
ປະທ້ວງ ຕໍ່ຕ້ານລັດຖະປະຫານ ຢູ່ໃນທົ່ວປະເທດ ທັງໆສະພາຮັກ
ສາຄວາມສະຫງົບຂອງພວກທະຫານໄດ້ຫ້າມບໍ່ໃຫ້ມີການໂຮມຊຸມ
ນຸມຂະໜາດໃຫຍ່.

ໃນຕອນເຊົ້າວັນອາທິດມື້ນີ້ ພວກທະຫານໃນບາງກອກໄດ້ເຄື່ອນ
ກຳລັງເຂົ້າທຳການຈັບກຸມຊຶ່ງໄດ້ກໍ່ໃຫ້ເກີດມີການຕໍ່ສູ້ກັນຢ່າງອຸດ
ຕະລຸດ ແລະເກີດຄວາມໂກດແຄ້ນ ໃນໝູ່ພວກປະທ້ວງຫຼາຍຮ້ອຍ
ຄົນ.

ນາຍພົນ ປຣະຍຸດ ຈັນໂອຊາ ຜູ້ນຳໃນການກໍ່ລັດຖະປະຫານ ໄດ້
ສັ່ງໃຫ້ຍຸບສະພາສູງ ທີ່ຖືກເລືອກເປັນບາງສ່ວນຂອງໄທ ໃນມື້ວັນເສົາວານນີ້ ນຶ່ງມື້ຫລັງຈາກ ທ່ານໄດ້ແຕ່ງຕັ້ງໃຫ້ທ່ານເອງ ເປັນນາຍົກລັດຖະມົນຕີ ຂອງປະເທດ. ຜູ້ບັນຊາການກອງທັບ ບົກຂອງໄທ ຍັງກ່າວວ່າ ການເຄື່ອນໄຫວທີ່ວ່ານີ້ ແມ່ນມີຄວາມຈຳເປັນ ເພື່ອຟື້ນຟູຄວາມເປັນ ລະບຽບຮຽບຮ້ອຍຂອງປະເທດແລະທຳການປະຕິຮູບ ທາງດ້ານການເມືອງ.

ນອກນັ້ນໃນວັນເສົາວານນີ້ ທາງກອງທັບຍັງໄດ້ປະກາດວ່າ ຕົນຈະສືບຕໍ່ຄຸມຂັງອະດີດນາຍົກ ລັດຖະມົນຕີ ຍິ່ງລັກ ຊິນນະວັດ ແລະເຈົ້າໜ້າທີ່ຄົນອື່ນໆໃນຄະນະລັດຖະບານ ທີ່ຖືກປົດເປັນ ເວລາອາດດົນເຖິງນຶ່ງອາທິດ.


ການກໍ່ລັດຖະປະຫານຂອງພວກທະຫານແມ່ນໄດ້ຮັບການຕຳໜິຕິຕຽນ ຈາກນາໆຊາດ. ກະ ຊວງປ້ອງກັນປະເທດ ຂອງສະຫະລັດ ໄດ້ປະກາດໃນວັນເສົາວານນີ້ວ່າ ຕົນຈະຍົກເລີກການ ຊ້ອມລົບທາງທະຫານ ທີ່ພວມດຳເນີນຢູ່ ກັບປະເທດໄທໃນເວລານີ້ ຕະຫລອດທັງແຜນການ ເດີນທາງໄປຢ້ຽມຢາມ ຂອງພວກເຈົ້າໜ້າທີ່ທະຫານສະຫະລັດ ແລະໄທນຳດ້ວຍ.

ໂຄສົກ ຂອງກະຊວງປ້ອງກັນປະເທດສະຫະລັດ ພົນເຮືອຕີ John Kirby ກ່າວວ່າ ກົດໝາຍ ສະຫະລັດ ແລະ “ຫລັກການປະຊາທິປະໄຕ” ບັງຄັບໃຫ້ສະຫະລັດຕ້ອງໄດ້ທົບທວນຄືນໃໝ່ ກ່ຽວກັບການໃຫ້ຄວາມຊ່ອຍເຫລືອ ທາງທະຫານຂອງຕົນ ແລະການພົວພັນຕ່າງໆ.

ສະຫະລັດ ໄດ້ປະກາດໄປແລ້ວ ໃນການໂຈະ ການໃຫ້ຄວາມຊ່ອຍເຫຼືອທາງທະຫານ ຕໍ່ປະ ເທດໄທໃນມູນຄ່າ 3 ລ້ານ 5 ແສນໂດລາ ອັນເປັນຜົນເນື່ອງມາຈາກ ການກໍ່ລັດຖະປະຫານ.
THAILAND COUP PROTEST
please wait
Embed

No media source currently available

0:00 0:02:04 0:00

ນອກນັ້ນ ກະຊວງການຕ່າງປະເທດສະຫະລັດ ຍັງໄດ້ເຕືອນປະຊາຊົນອາເມຣິກັນ ບໍ່ໃຫ້ເດີນ ທາງໄປຍັງປະເທດໄທ ຖ້າຫາກບໍ່ມີຄວາມຈຳເປັນ.

ໂຄສົກຂອງທຳນຽບຫ້າແຈ ໃນວັນເສົາວານນີ້ ໄດ້ຮຽກຮ້ອງໃຫ້ກອງທັບໄທ ຍຸດຕິການເຮັດລັດ ຖະປະຫານ ແລະຟື້ນຟູທັງຫຼັກການ ແລະຂັ້ນຕອນຂອງການປົກຄອງແບບປະຊາທິປະໄຕໃຫ້ ແກ່ປະຊາຊົນໄທ ຮວມທັງເສັ້ນທາງອັນຈະແຈ້ງ ໄປສູ່ການເລືອກຕັ້ງ.
THAILAND COUP VO
please wait
Embed

No media source currently available

0:00 0:00:54 0:00
XS
SM
MD
LG