ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຮຸ້ນເອເຊຍ ຕົກລາຄາຕື່ມອີກ ໃນຕອນອັດຕະຫຼາດ ມື້ນີ້


ລາຄານ້ຳມັນຂອງສະຫະລັດ ທີ່ດິ່ງລົງ ຕ່ຳກວ່າ 27 ໂດລາຕໍ່ຖັງ ໃນວັນພຸດວານນີ້ ເປັນຄັ້ງທຳອິດ ນັບແຕ່ປີ 2003 ເປັນຕົ້ນມາ, ໄດ້ສົ່ງຜົນກະທົບອັນກວ້າງຂວາງ ເຮັດໃຫ້ຕະຫຼາດ ການເງິນ ຂອງໂລກ ຕົກຕ່ຳລົງເຊັ່ນກັນ. ນ້ຳມັນລົດ ແມ່ນມີລາຄາ 1.39 ໂດລາ ຕໍ່ໜຶ່ງກາລອນ ຫຼື 3.79 ລິດ ຢູ່ໃນເມືອງ North Plainfield ຂອງລັດ New Jersey, ວັນທີ 20 ມັງກອນ 2016.
ລາຄານ້ຳມັນຂອງສະຫະລັດ ທີ່ດິ່ງລົງ ຕ່ຳກວ່າ 27 ໂດລາຕໍ່ຖັງ ໃນວັນພຸດວານນີ້ ເປັນຄັ້ງທຳອິດ ນັບແຕ່ປີ 2003 ເປັນຕົ້ນມາ, ໄດ້ສົ່ງຜົນກະທົບອັນກວ້າງຂວາງ ເຮັດໃຫ້ຕະຫຼາດ ການເງິນ ຂອງໂລກ ຕົກຕ່ຳລົງເຊັ່ນກັນ. ນ້ຳມັນລົດ ແມ່ນມີລາຄາ 1.39 ໂດລາ ຕໍ່ໜຶ່ງກາລອນ ຫຼື 3.79 ລິດ ຢູ່ໃນເມືອງ North Plainfield ຂອງລັດ New Jersey, ວັນທີ 20 ມັງກອນ 2016.

ຕະຫຼາດຮຸ້ນ ເອເຊຍ ໄດ້ມີການປ່ຽນແປງຂຶ້ນລົງຢ່າງກວ້າງຂວາງ
ໃນວັນພະຫັດມື້ນີ້ ແຕ່ວ່າ​ໃນ​ຕອນ​ອັດ​ຕະຫລາດ ລາຄາຮຸ້ນ​ໄດ້ຕົກ
ຕ່ຳລົງ, ເຊິ່ງສືບຕໍ່​ເປັນການຫຼຸດລົງ ເມື່ອບໍ່ດົນມານີ້ ຍ້ອນຄວາມ
ເປັນຫ່ວງກ່ຽວກັບ ລາຄານ້ຳມັນທີ່ຫຼຸດລົງ ແລະ ເສດຖະກິດທົ່ວ
ໂລກ ທີ່ຂະຫຍາຍຕົວຢ່າງຊັກຊ້າ.

ຕະຫຼາດຮຸ້​ນ ໂຕກຽວ ໄດ້ຫລຸດ​ລົງເກືອບ 2.5 ເປີເຊັນ ​ໃນ​ຕອນປິດ
ຕະຫຼາດ ຊຶ່ງ​ເຮັດ​ໃຫ້​ລາຄາຮຸ້ນ​ທີ່​ສູງ​ຂຶ້ນໃນຕອນເຊົ້າ ຂອງມື້ນີ້ໝົດ
​ໄປ. ຕະຫຼາດຮຸ້ນຊຽງໄຮ ໄດ້ຫຼຸດລົງຫຼາຍກວ່າ 3 ເປີເຊັນ ​ແລະ​ຕະ
ຫຼາດຮຸ້ນຮົງກົງ ກໍໄດ້ຫລຸດລົງເກືອບ 2 ເປີເຊັນ ​ໃນ​ຕອນ​ອັດ​ຕະຫລາດ.

Global Market
please wait
Embed

No media source currently available

0:00 0:01:00 0:00

ຜູ້ຊ່ຽວຊານຫຼາຍຄົນໄດ້ຖິ້ມໂທດ ເລື່ອງການຂາຍເລຮຸ້ນ ໃສ່ການມອງໂລກ ໃນແງ່ຮ້າຍ
ຂອງນັກລົງທຶນ, ລາຄານ້ຳມັນທີ່ຫຼຸດຕ່ຳລົງ, ເສດຖະກິດທີ່ຝືດເຄືອງຂອງ ຈີນ, ແລະທັດ
ສະນະ ອັນມືດມົວສຳລັບເສດຖະກິດ ໂລກໂດຍລວມໃນປີນີ້.

ລາຄານ້ຳມັນດິບ, ເຊິ່ງ​ໄດ້​ເລີ່​ມຕົກຕ່ຳນັບຕັ້ງແຕ່ປີ 2014 ເປັນຕົ້ນມາ, ໄດ້ມີລາຄາສູງຂຶ້ນ
ໜ້ອຍໜຶ່ງໃນ ເອເຊຍ ໃນວັນພະຫັດມື້ນີ້. ແຕ່ວ່າ ຄວາມເປັນຫ່ວງຍັງຄົງມີຢູ່ ສຳລັບນ້ຳມັນ
​ທີ່​ມີເກີນປະລິມານຄວາມ​ຕ້ອງ ການ​ນັ້ນ.

ລາຄາ ນ້ຳມັນດິບ ສະຫະລັດ ໃນສັບປະດານີ້ໄດ້ຕົກຕ່ຳລົງສຸດຂີດໃນຮອບ 12 ປີ, ເຊິ່ງໄດ້
ສົ່ງຜົນກະທົບຕໍ່ລາຄາຕະຫຼາດຮຸ້ນ ຂອງບໍລິສັດພະລັງງານທັງຫຼາຍ ເຊິ່ງເປັນພາກສ່ວນ
ທີ່ມີຄວາມສຳຄັນ ຂອງດັດຊະນີ ຮຸ້ນບາງບໍລິສັດ.

ໃນວັນພຸດວານນີ້ ກໍຍັງເປັນມື້ທີ່ມີການຊື້ຂາຍຢ່າງສັບສົນ ໃນຕະຫຼາດຮຸ້ນ Wall Street
ຂອງ​ສະຫະລັດ ໃນຂະນະທີ່ດັດຊະນີຮຸ້ນສຳຄັນໆ​ໃນ​ຊົ່ວ​ໄລຍະໜຶ່ງ ໄດ້ຫຼຸດລົງຫຼາຍກວ່າ 3
ເປີເຊັນ, ກ່ອນຈະຟື້ນຕົວຄືນມາຢ່າງຫຼວງຫຼາຍໃນເວລາປິດຕະຫຼາດ. ໃນຕອນທ້າຍຂອງ
ການຊື້ຂາຍ ດັດຊະນີ​ຮຸ້ນ S&P 500 ໄດ້ຕົກ​ລາຄາ 1.2 ເປີເຊັນ,​ ແລະໃນຂະນະດຽວກັນ
ດັດຊະນີຮຸ້ນ Dow Jones ກໍໄດ້ຕົກ​ລາຄາປະມານ 1.6 ເປີເຊັນ.

Global Stocks on Roller Coaster Ride as China Economy Slows, Oil Price Plunges
please wait

No media source currently available

0:00 0:01:57 0:00

XS
SM
MD
LG