ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກບິນໄທ ຈາກເຮລິຄອບເຕີ ທີ່ຕົກ ໃນມຽນມາ ຍັງມີຊີວິດຢູ່


ແຜນທີ່ ປະເທດມຽນມາ
ແຜນທີ່ ປະເທດມຽນມາ

ບັນດາ​ພະນັກງານ​ກູ້​ໄພໃນ​ມຽນມາ ​ໄ​ດ້ພົບ​ເຫັນ​ຜູ້​ລອດ​ຊີວິດ​ອີກ​
ຄົນ​ນຶ່ງ ຈາກເຮ​ລິ​ຄອບ​ເຕີກູ້​ໄພ​ຂອງ​ໄທ ທີ່ຕົກລົງ ​ແລະ​ຫາຍ​ສາບ
​ສູນ​ໄປ ​ເປັນ​ເວລາອາທິດປາຍ​ນັ້ນ.

​ແຫຼ່ງຂ່າວ ບອກ​ກັບ​ວີ​ໂອ​ເອພະ​ແນກພາສາ​ມຽນມາ ວ່າ ນັກ​ບິນ
ເຮ​ລິ​ຄອບ​ເຕີຂອງ​ໄທ ​ໄດ້ຖືກ​ພົບ​ເຫັນ​ມີ​ຊີວິດ ຢູ່​ໃນ​ປ່າ​ເມື່ອ​ວັນ​ພຸດ
​ວານ​ນີ້ ນຶ່ງ​ມື້ຫຼັງຈາກ ລູກ​ເຮືອຊາວມຽນມາຂອງເຮ​ລິ​ຄອບ​ເຕີລຳ​ນັ້ນ
ໄດ້​ຍ່າງ​ອອກ​ມາ​ຈາກ​ປ່າ ໄປ​ຮອດ​ເມືອງ Lan Kha. ນັກ​ບິນ​ເຮ​ລິ
​ຄອບ​ເຕີໄທ ​ໄດ້ຮັບ​ບາດ​ເຈັບ ຍ້ອນ​ຖືກ​ໄຟ​ໄໝ້​ໃນ​ລະຫວ່າງເຮ​ລິ
​ຄອບ​ເຕີ​ຕົກລົງ​ນັ້ນ ​ແລະ​ ໄດ້​ຮັບ​ການ​ຮັກສາ​ແລ້ວ.

ນັກ​ບິນເຮ​ລິ​ຄອບ​ເຕີ ຄົນທີ 3 ​ທີ່​ເປັນ​ຊາວ​ມຽນມາ ແມ່ນ​ຍັງ​ຫາຍ​ສາບ ​ສູ​ນ ​ແຕ່ກໍ​ເຊື່ອ​ວ່າ​ຍັງຄົງ​ມີ​ຊີວິດ​ຢູ່​ໃກ້ໆ​ກັບ​ຈຸດ​ເກີດ​ເຫດ ຢູ່​ທາງພາກ​ເໜືອ​ຂອງ​ປະ​ເທດ. ມີ​ຄວາມ​ກັງວົນ​ກ່ຽວ​ກັບ​ສະພາບ​ຂອງ​ຜູ້ກ່ຽວ ​ແລະ​ ການ​ຊອກ​ຫາ​ຜູ້ກ່ຽວຍັງ​ດຳ​ເນີນ​ຕໍ່​ໄປ ຢ່າງຂຸ້ນ​ຂ້ຽວ. ບໍ່​ມີ​ຜູ້​ອື່ນອີກຢູ່​ໃນ ເຮ​ລິ​ຄອບ​ເຕີ ຕອນ​ເກີດ​ອຸບັດ​ເຫດ ຊຶ່ງ​ເກີດ​ຂຶ້ນ​ຢູ່​ເທິງ​ບໍລິ​ເວນ​ພູຜາ​ໃກ້​ກັບ​ຊາຍ​ແດນ​ຈີນ.

ເຮ​ລິ​ຄອບ​ເຕີດັ່ງກ່າວ ຂາດ​ການ​ສື່ສານ​ກັບ​ໜ່ວຍ​ຄວບ​ຄຸມ​ຢູ່​ພາກ​ພື້ນ​ດິນ ​ໃນ​ວັນ​ທີ 27
ກັນຍາ ຫຼັງຈາກທີ່​ໄດ້​ບິນ​ອອກ​ຈາກ ​ເດີ່ນ​ບິນ Putao ທີ່​ຕັ້ງຢູ່​ທາງ​ພາກ​ເໜືອ​ຂອງລັດກະຈິນ
​ເພື່ອອອກ​ໄປ​ຊ່ວຍ​ໃນ​ການ​ຊອກ​ຫາ​ ນັກ​ປີນ​ພູ​ຊາວ​ມຽນມາ 2 ຄົນ​ ທີ່​ຫາຍ​ສາບ​ສູນ.

ພວກນັກ​ປີນ​ພູ​ດັ່ງກ່າວ ຂາດ​ການ​ສື່ສານ​ກັບ ທິມພວກນັກ​ປີນ​ພູ​ນຳ​ກັນ​ທັງ​ໝົດ ຫຼັງຈາກ​ທີ່​ໄດ້​ປີນ​ຂຶ້ນ​ໄປ​ເຖິງ​ຈອມ​ພູ Hkakaborazi ​ໃນ​ທ້າຍເດືອນສິງຫາຜ່ານ​ມາ.

XS
SM
MD
LG