ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມບໍ່ສະຫງົບ ໃນນະຄອນ Milwaukee ພວມດຳເນີນຕໍ່ເປັນມື້ທີ 2


ຕຳຫຼວດຕິດອາວຸດ ນຳສົ່ງຜູ້ຊາຍຄົນໜຶ່ງໄປໂຮງໝໍ ຫຼັງຈາກລາວໄດ້ຮັບບາດເຈັບໃນ ລະຫວ່າງ ຄວາມບໍ່
ສະຫງົບໃນນະຄອນ Milwaukee, 14 ສິງຫາ, 2016.
ຕຳຫຼວດຕິດອາວຸດ ນຳສົ່ງຜູ້ຊາຍຄົນໜຶ່ງໄປໂຮງໝໍ ຫຼັງຈາກລາວໄດ້ຮັບບາດເຈັບໃນ ລະຫວ່າງ ຄວາມບໍ່ ສະຫງົບໃນນະຄອນ Milwaukee, 14 ສິງຫາ, 2016.

ນະຄອນ Milwaukee ເຊິ່ງຕັ້ງຢູ່ທາງພາກເໜືອຂອງ ສະຫະລັດ ໄດ້ເກີດມີຄວາມບໍ່ສະ ຫງົບເປັນຄ່ຳຄືນທີ 2 ໃນວັນອາທິດວານນີ້ ດ້ວຍ ຕຳຫຼວດປະກອບເຄື່ອງປາບປາມຈະລາ ຈົນຄົບຊຸດ ປະເຊີນໜ້າກັບກຸ່ມຄົນປະທ້ວງ ກ່ຽວກັບ ການຂ້າຄົນຜິດດຳໂດຍຕຳຫຼວດ.

ກົມຕຳຫຼວດ Milwaukee ກ່າວວ່າ ມີຄົນ 1 ຄົນໄດ້ຖືກຍິງຕາຍໃນ ລະຫວ່າງ ການປະ ທ້ວງ ແລະ ວ່າພວກເຂົາເຈົ້າໄດ້ໃຊ້ລົດຫຸ້ມເກາະ ນຳສົ່ງຜູ້ເຄາະຮ້າຍອອກຈາກບໍລິເວນ ດັ່ງກ່າວໄປໂຮງໝໍ.

ເຈົ້າໜ້າທີ່ຫຼາຍຄົນໄດ້ສັ່ງໃຫ້ປະຊາຊົນແຍກກັນອອກໄປ ແລະ ລາຍງານເວົ້າວ່າມີການ ແກວ່ງກ້ອນຫີນ ແລະ ວັດຖຸອື່ນໆໃສ່ພວກເຂົາເຈົ້າ. ນອກນັ້ນກົມຕຳຫຼວດຍັງໄດ້ກ່າວວ່າ ມີຜູ້ປະທ້ວງຫຼາຍຄົນໄດ້ຖືກ ຈັບກຸມ.

ບັນດາເຈົ້າໜ້າທີ່ ຕອບຮັບຕໍ່ສະຖານະການ ໃກ້ກັບປ້ຳນຳ້ມັນທີ່ກຳລັບຖືກໄຟໄໝ້ ໃນຂະນະທີ່ປະ ຊາຊົນ ກຳລັງປະທ້ວງ ຫຼັງຈາກຕຳຫຼວດໄດ້ຍິງຜູ້ຊາຍຄົນໜຶ່ງເສຍຊີວິດໃນນະຄອນ Milwaukee. 13 ສິງຫາ 2016.
ບັນດາເຈົ້າໜ້າທີ່ ຕອບຮັບຕໍ່ສະຖານະການ ໃກ້ກັບປ້ຳນຳ້ມັນທີ່ກຳລັບຖືກໄຟໄໝ້ ໃນຂະນະທີ່ປະ ຊາຊົນ ກຳລັງປະທ້ວງ ຫຼັງຈາກຕຳຫຼວດໄດ້ຍິງຜູ້ຊາຍຄົນໜຶ່ງເສຍຊີວິດໃນນະຄອນ Milwaukee. 13 ສິງຫາ 2016.

ການປະທ້ວງທີ່ຄ້າຍຄືກັນໄດ້ເກີດຂຶ້ນໃນຕອນຄ່ຳຂອງວັນເສົາທີ່ຜ່ານມາ ຫຼັງຈາກເຈົ້າໜ້າ ທີ່ຄົນໜຶ່ງໄດ້ຍິງປືນໃສ່ເອິກ ແລະ ແຂນຂອງທ້າວ Sylville Smith ອາຍຸ 23 ປີ, ຫຼັງຈາກ ໄດ້ສັ່ງໃຫ້ລາວຈອດລົດຍ້ອນສິ່ງທີ່ບັນດາເຈົ້າໜ້າທີ່ໄດ້ອະທິບາຍວ່າ ລາວມີປະພຶດກຳທີ່ ເປັນຕາສົງໄສ.

ຫົວໜ້າຕຳຫຼວດ ທ່ານ Edward Flynn ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນອາທິດວານນີ້ ວ່າ ທ້າວ Smith ໄດ້ແລ່ນໜີຈາກລົດຂອງລາວໄປຫຼາຍແມັດ ກ່ອນທີ່ເຈົ້າໜ້າທີ່ຜິວດຳ ເຊັ່ນກັນ ຈະຍິງລາວ. ຫົວໜ້າຕຳຫຼວດກ່າວວ່າ ທ້າວ Smith ໄດ້ພົກ ແລະ ແນປືນໃສ່ເຈົ້າ ໜ້າທີ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG