ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາຍທິເບດ ອີກຄົນນຶ່ງ ເອົາໄຟເຜົາຕົວເອງ ເພື່ອປະທ້ວງ ການປົກຄອງ ຂອງຈີນ


ຕຳຫຼວດອິນເດຍ ຄຸມຕົວ ກຸ່ມນັກເຄື່ອນໄຫວເຍົາວະຊົນທິເບດ
ຕຳຫຼວດອິນເດຍ ຄຸມຕົວ ກຸ່ມນັກເຄື່ອນໄຫວເຍົາວະຊົນທິເບດ

ແຫຼ່ງຂ່າວໃນຈີນກ່າວວ່າ ຊາຍຊາວທີເບດຄົນນຶ່ງ ໄດ້ພະຍາຍາມ
ຂ້າ​ຕົວ​ຕາຍ ດ້ວຍການຈູດໄຟ ເຜົາຕົວເອງ ໃນກາງເດືອນກັນຍາ
ຜ່ານມານີ້.

ຊາຍໄວ 42 ປີ ຄົນນີ້ ທີ່ຖືກບົ່ງ​ຊື່ວ່າ ທ້າວ Kunchok ໄດ້ຈູດໄຟ
ເຜົາຕົວເອງ ໃນວັນທີ 16 ກັນຍາຜ່ານມານີ້ ຢູ່ຂ້າງນອກສະຖານນີ
ຕຳຫຼວດ ໃນແຂວງ Qinghai. ຊາວທີເບດທີ່ຢູ່ໃນບ່ອນ ເກີດເຫດ ໄດ້ພາກັນພະຍາຍາມມອດໄຟ ແລະຮີບ​ເອົາ​ລາວ​ໄປສົ່ງໂຮງພະ
ຍາບານໃນເຂດນັ້ນ.

ແຫຼ່ງຂ່າວຂອງວິທະຍຸເອເຊຍເສຣີ ຈາກເຂດນັ້ນ ລະບຸວ່າ ຊາຍຄົນ
ນັ້ນຍັງມີຊີວິດຢູ່ ແຕ່ຢູ່ໃນ ຄວາມເຈັບປວດສາຫັດ. VOA ໄດ້ເຫັນຮູບພາບ ທີ່ສະແດງ​ໃຫ້ເຫັນວ່າ ຊາຍຜູ້ນັ້ນໄດ້ຖືກໄຟໄໝ້ ທົ່ວທັງໜ້າແລະຄໍຂອງລາວ.

ສະມາຊິກຂອງຄອບຄົວລາວຢ້ານກົວວ່າ ເຈົ້າໜ້າທີ່ຈີນທ້ອງຖິ່ນຈະຈັບລາວ​ໄປ ຖ້າຫາກ
ລາວລອດຊີວິດ ແຕ່ແຫຼ່ງຂ່າວບອກວ່າ ໂອກາດລອດຊີວິດຂອງລາວນັ້ນ ແມ່ນມີນ້ອຍ.

ເຫດການດັ່ງກ່າວໄດ້ເກີດຂຶ້ນ ນຶ່ງມື້ ກ່ອນນັກສຶກສາ ໄວ 22 ປີ ຄົນນຶ່ງ ຊຶ່ວ່າ Lhamo Tashi ໄດ້ຈູດໄຟເຜົາຕົວເອງ ຂ້າງນອກຫ້ອງການຮັກສາຄວາມປອດໄພ ທີ່ເມືອງ Tsoe ໃນແຂວງ Gansu.

ຄອບຄົວຂອງທ້າວ Tashi ໄດ້ຮັບ​ແຈ້ງ​ໃຫ້​ຊາບ ກ່ຽວກັບການຈູດໄຟເຜົາຕົວຕາຍຂອງລາວ
ຈາກຕຳຫຼວດຮັກສາຄວາມປອດໄພ ທີ່ບອກພວກເຂົາເຈົ້າວ່າ ລາວໄດ້ເສຍຊີວິດແລ້ວ.

ໄດ້ມີຊາວທິເບດ 133 ຄົນ ໃນຈີນ ທີ່​ໄດ້ທຳການຈູດໄຟເຜົາຕົວເອງ ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ. ສ່ວນໃຫຍ່ແມ່ນໄດ້ຝາກຂໍ້ຄວາມ ຫຼືບໍ່ກໍບອກກັບຄົນອື່ນໆວ່າ ​ເຂົາ​ເຈົ້າກະທຳ
ເຊັ່ນ​ນັ້ນ ກໍປະທ້ວງຕໍ່ການປົກຄອງຂອງຈີນຢູ່ທີເບດ ແລະຮຽກຮ້ອງໃຫ້ອົງດາໄລລາມະ ສະເດັດກັບຄືນ​ເມືອ​ທິ​ເບ​ດ.

ວີດີໂອ: ເປັນຫຍັງຊາວທິເບດ ຈຶ່ງເອົາໄປເຜົາຕົນເອງ?

What Causes Tibetans to Self-Immolate?
please wait

No media source currently available

0:00 0:03:52 0:00
ລິງໂດຍກົງ

XS
SM
MD
LG