ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກີດການວາງລະເບີດໃສ່ລົດອີກ ໃນປະເທດເທີກີ


ແຜນທີ່ປະເທດເທີກີ
ແຜນທີ່ປະເທດເທີກີ

ເຈົ້າ​ໜ້າ​ທີ່​ຕຳຫລວດ​ສອງ​ຄົນ ​ໄດ້​ເສຍ​ຊີວິດຈາກ​ການວາງ​ລະ​ເບີດ​ລົດ ຢູ່​ນອກ​ປ້ອມ​ຍາມ ​ຕຳຫລວດ​ໃນ​ເທິ​ກີ ​ໃກ້​ກັບ​ຊາຍ​ແດນ​ຊີ​ເຣຍ ​ໃນ​ວັນ​ພຸດ​ມື້​ນີ້.

ມີ​ຫລາຍ​ເຖິງ 20 ຄົນ​ໄດ້​ຮັບ​ບາດ​ເຈັບ ​ແລະ ​ໄດ້​ສົ່ງ​ລົດ​ໂຮງໝໍ​ຫລາຍ​ຄັນ​ໄປ​ບ່ອນ​ເກີດ​ເຫ​ດ ຢູ່​ເມືອງ Midyat ທີ່​ສ່ວນ​ໃຫຍ່​ເປັນ​ຊາວ​ເຄີ​ດ ຢູ່​ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້.

ພຽງ​ແຕ່​ມື້​ນຶ່ງ​ກ່ອນ​ໜ້າ​ນັ້ນ ການ​ວາງ​ລະ​ເບີດລົດ​ຄັນ​ນຶ່ງ​ໃສ່​ເປົ້າ​ໝາຍ​ລົດ​ບັສຕຳ​ຫລວດ ​ໃນ ​ນະຄອນ​ Istanbul ໄດ້ເອົາ​ຊີວິດໄປ 11 ຄົນ ຮວມທັງ​ເຈົ້າ​ຕຳຫຼວດເຈັດ​ຄົນ ​ແລະ​ຄົນ​ອຶ່ນໆ ໄດ້​ຮັບ​ບາດ​ເຈັບ 36 ຄົນ ລະຫວ່າງ​ການ​ສັນຈອນໜາ​ແໜ້ນ​ຕອນ​ເຊົ້າ.

ຍັງ​ບໍ່​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເທື່ອ ໃນກ​ານໂຈມ​ຕີ​ສອງ​ຄັ້ງ ​ເຖິງ​ແມ່ນ​ວ່າ ລັດ ​ອິສລາມ ຈະ​ໄດ້​ອອກ​ປະຕິບັດ​ການ​ໂຈມຕີ​ຫວ່າງ​ມໍ່ໆມາ​ນີ້​ໃນ​ເທິ​ກີ. ພັກ​ແຮງ​ງານເຄີ​ດ ຫລື PKK ​ໄດ້ເອົາ​ ຕຳຫລວດແລະ​ທະຫານເທີ​ກີ ​ ເປັນ​ເປົ້າ​ໝາຍ​ເລື້ອຍມານັບ​ແຕ່​ເດືອນກໍລະກົດ ​ໃນ​ຄວາມພະຍາຍາມທີ່ຈະ​ປົກຄອງ​ຕົນ​ເອງ​ທີ່ພາກ​ຕາເວັນອອກສຽງໃຕ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Turkey Bombing
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG