ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະ​ຫານ​ ກຳປູເຈຍ-ອາເມຣິກັນ ຄົນ​ທີ​ສອງ​ ​ຖືກຟ້ອງ ໂດຍ ສານທະຫານ


ພັນ​ໂທ ​ທະຫານ​ເຮືອ ສຫລ ເຊື້ອສາຍກໍາ​ປູ​ເຈຍ Micheal
Vannak Khem Misiewicz ​ປະ​ເຊີນ​ກັບ​ຂໍ້​ຫາ ເປີດເຜີຍຄວາມ​ລັບ
ພັນ​ໂທ ​ທະຫານ​ເຮືອ ສຫລ ເຊື້ອສາຍກໍາ​ປູ​ເຈຍ Micheal Vannak Khem Misiewicz ​ປະ​ເຊີນ​ກັບ​ຂໍ້​ຫາ ເປີດເຜີຍຄວາມ​ລັບ
ການ​ຈັບ​ກຸມທະ​ຫານ​ເຮືອ ຄົນ​ທີ​ສອງ​ ທີ່​ເກີດ​ຢູ່​ໃນກໍາປູ​ເຈຍ ​ໃນ​
ຂໍ້​ຫາ ​ເປີ​ດເຜີຍຄວາມ​ລັບຂອງສະຫະລັດນັ້ນ ​ໄດ້​ເຮັດ​ໃຫ້​ສະ​ມາ​
ຊິກ​ປະຊາຄົມ ອາ​ເມຣິກັນ ​ເຊື້ອສາຍກໍາປູ​ເຈຍ ຕົກ​ຢູ່​ໃນ​ຄວາມ​
ຫວາດ​ຫວັ່ນ​ກັງວົນ.

ພັນ​ໂທ​ທະຫານ​ເຮືອສະຫະລັດ ທີ່​ເກີດ​ຢູ່ກໍາ​ປູ​ເຈຍ Micheal
Vannak Khem Misiewicz ກໍາລັງ​ປະ​ເຊີນ​ໜ້າ​ ກັບ​ຂໍ້​ຫາ
ມອບ​ຂໍ້​ມູນ​ລັບ​ໃຫ້​ແກ່ບໍລິສັດ​ສັນຍາ​ຈ້າງດ້ານ​ປ້ອງ​ກັນ​ປະ​ເທດ
ຂອງ​ຕ່າງປະ​ເທດ.

ທ່ານ​ເປັນທະຫານ​ເຮືອ​ຄົນ​ທີ​ສອງທີ່​ເກີດ​ໃນ​ກໍາປູ​ເຈຍ ທີ່​ຈະ​ປະ
ເຊີນ​ໜ້າ​ກັບການ ​ກ່າວ​ຫາຂອງສະຫະລັດໃນ​ປີ​ນີ້. ຄົນ​ທໍາ​ອິດກໍ​ຄືທ່ານ Seivirak Inson ອະດີດ ເຈົ້າ​ໜ້າ​ທີ່ສືບລັບ​ທະຫານ​ຂອງສະຫະລັດ ​ໄດ້​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດໃນ​ຕົ້ນ​ປີ​ນີ້ ​ໃນ​ຖານ​ມອບເອກ​ກະສາ​ນລັບ​ໃຫ້​ແກ່ກອງທັບ​ກໍາປູ​ເຈຍ.

ຊາວ​ອ​າ​ເມຣິກັນ​ເຊື້ອສາຍ​ກຳປູ​ເຈຍກ່າວ​ວ່າ ​ເຫດການ​ທັງ 2 ​ແລະ​ຄວາມ​ສົນ​ໃຈ ຂອງ​ສື່​ມວນ​ຊົນ​ທີ່​ຂ່າວ​ທັງ​ສອງ​ໄດ້​ຮັບ​ນັ້ນ ​ແມ່ນ​ເປັນ​ເລື່ອງ​ທີ່​ໜ້າ​ເສຍ​ໃຈ.

ທ່ານ Vibol Tan ຢູ່​ທີ່​ລັດ​ເວີ​ຈີ​ເນຍ ນອກ​ນະຄອນຫລວງວໍ​ຊິງ​ຕັນ ກ່າວ​ຕໍ່ວີ​ໂອ​ເອ ພະ​ແນ​ກພາສາ​ຂະແມວ່າ ຄະດີ​ດັ່ງກ່າວ​ເປັນ​ທີ່​ລົບ​ກວນ​ໃຈ​ແກ່​ທ່ານ.

“ສໍາລັບ ຂ້າພະ​ເຈົ້າ​ແລ້ວ​ ຂ້າພະ​ເຈົ້າ​ເສຍ​ໃຈ​ທີ່​ສຸດ ​ແລະ​ອັບອາຍ ​ໃນ​ນາມ​ເປັນ ຊາວ​ອາ​ເມຣິກັນເຊື້ອສາຍ​ກຳປູ​ເຈຍ ​ໂດຍ​ສະ​ເພາະ​ຢ່າ​ງຍິ່ງ ຂ້າພະ​ເຈົ້າເຮັດ​ວຽກ​ ໃຫ້​ແກ່​ລັດຖະ
ບານ​ກາງ.”

​ແຕ່​ວ່າ ທ່ານ Prom Saunnora ຊາວ​ອາ​ເມຣິກັນ​ເຊື້ອສາຍ​ກຳປູ​ເຈຍ ອີກ​ຄົນ​ນຶ່ງຢູ່ໃນ
ລັດ​ເວີ​ຈີ​ເນຍ ກ່າວ​ວ່າ ທ່ານ Misiewicz ຈະ​ຕິຕຽນ​ຄົນ​ອື່ນບໍ່​ໄດ້ ນອກ ຈາກໂ​ຕລາວ​ເອງ.

“ຂ້າພະ​ເຈົ້າ ​ເສຍ​ໃຈ​ກ່ຽວ​ກັບ​ເລື້​ອງດັ່ງກ່າວ ​ເພາະວ່າ ລາວຂ້ອນ​ຂ້າງ​ບໍ່ເອົາຫົວ ຊາກັບ​ໜ້າ​ທີ່​ຂອງ​ລາວ ​ເພາະວ່າ ບັນຫາ​ທັງ​ໝົດ​ນີ້ແມ່ນ​ມີ​ເສັ້ນ​ສຳ​ເລັດລົ້ມແຫຼວ. ​ແລະ​ລາວເອງ​ແມ່ນ​ລົ້ມ​ແຫຼວ.”
XS
SM
MD
LG