ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ໝອກຄວັນ ຈາກການສຸມໄຮ່ ປະຈຳປີ ເປັນອັນຕະລາຍຕໍ່ ສຸຂະພາບ ແລະການບິນ ຢູ່ຊຽງໃໝ່ ປະເທດໄທ


Annual Haze Affects Health, Economy in Chiang Mai
please wait

No media source currently available

0:00 0:02:46 0:00

ເບິ່ງວີດີໂອ ກຽວກັບລາຍງານນີ້.

ພາ​ກ​ເໜືອ​ຂອງ​ປະ​ເທດ​ໄທ ໝອກຄວັນຈາກການຈູດໄຮ່​ປະຈຳ
​ປີ​ໄດ້ມາຮອດໄວກວ່າປົກກະຕິ ພາໃຫ້ເກີດຜົນກະທົບຕໍ່ທັງສຸຂະ
ພາບ​ຂອງປະຊາຊົນ ແລະ​ເສດຖະກິດໃນ​ທ້ອງ​ຖິ່ນ ຮວມທັງ​
ການ​ສັນຈອນ​ເຂົ້າ​ອອກ ​ຢູ່​ທີ່​ສະໜາມ​ບິນຂົງເຂດ. Steve
Sanford ມີລາຍ​ງານ​ຈາກນະຄອນຊຽງ​ໃໝ່ ຊຶ່ງກິ່ງ​ສະຫວັນ ຈະ
​ນຳ​ມາສະ​ເໜີ​ທ່ານ.

ອັດຕາການ​ມາ​ເຖິງ​ຂອງໝອກຄວັນຈາກ​ການ​ຈູດ​ໃຮ່ ຢູ່​ພາກ​ເໜືອ​ຂອງປະ​ເທດ​ໄທ ກຳລັງ
​ສູງ​ຂື້ນ ​ແຕ່ເປັນຈຳນວນທີ່ອຸດສາຫະກໍ​າການ ທ່ອງ​ທ່ຽວ​ ບໍ່ຍິນ​ດີ​ຕ້ອນຮັບ.

ຢູ່​ນະຄອນຫລວງ​ຊຽງໃໝ່​ແຫ່ງ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ການ​ແພດ​ປະຈຳ​ໂຮງໝໍ ພວມໃຫ້ການ
ປິ່ນປົວພວກຄົນ​ປ່ວຍໃນຈຳນວນເພີ້ມຂຶ້ນ ທີ່​ຫາຍ​ໃຈ​ບໍ່​ສະດວກ ໃນ​ຂະນະ​ທີ່ໝອກຄວັນ
​ເຄື່ອນຍ້າຍ​ເຂົ້າ​ມາ.

​ມັນ​ເປັນ​ບັນ​ຫາ​ປະຈຳ​ປີ ຊຶ່ງ​ເກີດ​ຈາກການ​ຈູດໃຮ່​ເກີນ​ຂອບ​ເຂດ ຢູ່ທາງ​ພາກ​ເໜືອ​ໃນລະ
ຫວ່າງ​ລະດູ​ແລ້ງ. ​ແຕ່​ວ່າ ປີ​ນີ້ ໝອກ​ຄວັນ​ໄດ້​ເຄຶ່ອນ​ເຂົ້າ ມາ​ຮອດແລ້ວໄວ​ກວ່າປົກກະຕິ.

ໜ້າ​ກາກໃສ່ປ້ອງ​ກັນເພື່ອ​ຊ່ວຍການ​ຫາຍ​ໃຈ​ ຫລາຍ​ພັນ​ອັນ​ໄດ້​ຖືກ​ແຈກ​ຢາຍ​ໃຫ້ສ່ວນ​
ໃຫຍ່ແກ່ຜູ້​ທີ່ມັກ​ເຈັບ​ປ່ວຍງ່າຍ. ​ແຕ່​ມັນໄດ້ມັນໄດ້ຖືກເບິ່ງ ວ່າ ເປັນການ​ຄວບ​ຄຸມຄວາມ
​ເສຍ​ຫາຍ ສຳຫລັບນາງພະຍາບານ ເຊັ່ນ Saisuda Sutthirat.

“ພວກ​ເຮົາ​ມີ​ເອກ​ກະສາ​ນສຸຂະພາບ ເພື່ອ​ແຈກ​ຢາຍ​ໃຫ້​ແກ່​ຄົນ​ປ່ວຍ​ທີ່​ມີ​ບັນຫາ
ເຈັບຄໍ​ ແລະ​ໄອ. ພວກ​ເຮົາ​ສອນ​ໃຫ້​ເຂົາ​ເຈົ້າ​ໃສ່​ໜ້າ​ກາກ​ ປ້ອງ​ກັນໃຫ້​ຖືກຕ້ອງ​.”

ໝອກຄວັນທີ່ພັດ​ຂ້າມຊາຍ​ແດນມາ ໄດ້ເປັນບັນຫາເພີ້ມຂຶ້ນຢູ່​ໃນ​ເຂດ ເອ​ເຊຍ​ອາຄະ​ເນ ໃນຂະນະທີ່ການ​ພັດທະນາແບບບໍ່ມີ​ລະບຽບ ພວມມີຂຶ້ນ ຢູ່ໃນຫລາຍໆເຂດ ​ເຊັ່ນ​ວ່າ ລາວ ​ແລະ​ມຽນມາ.

ລາຍ​ງານ​ສະ​ບັບນຶ່ງ ທີ່ນຳອອກ​ເຜີຍ​ແຜ່​ໃນ​ອາທິດ​ແລ້ວນີ້ ​ໂດຍອົງການ ສາກົນທີ່ບໍ່ຫວັງ
ຜົນກຳໄລ ທ່າອຽງຂອງປ່າໄມ້ ຫຼື Forest Trend ຊຶ່ງ​ມີຫ້ອງການຢູ່​ໃນສະຫະລັດ ກ່າວ​
ວ່າ ການ​ຫັນປ່ຽນປ່າໄມ້ ໃຫ້ເປັນດິນ​ປູກຝັງ​ດ້ານການ​ຄ້າ ບັດ​ນີ້​ໄດ້​ເປັນ​ສາ​ເຫດອັນ​ສຳ
​ຄັນ​ຢູ່​ເບື້ອງ​ຫລັງຂອງ ການຕັດໄມ້​ທຳລາຍ​ປ່າ​ ໃນ​ມຽນມາ ທີ່​ມັກ​ຈະມີ​ການຈູດ​ປ່າ​ ຂະ
ໜາດໃຫຍ່ໆ ຢູ່ເລື້ອຍໆນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ໄທ ທີ່ຕິດຕາມ​ເບິ່ງຈຸດທີ່ມີການຈູດປ່າທີ່ສຳຄັນ​ຕ່າງ​ໆ ຢູ່ໃນ​ຂົງ​ເຂດ
ກ່າວວ່າ ຕ້ອງໄດ້ມີການເອົາມາດ​ຕະການທີ່ເຄັ່ງຄັດ​ຢ່າງ​ຮີບ​ດ່ວນ ໂດຍ​ປະ​ເທດ​ຕ່າງໆ
​ເພື່ອ​ຫລຸດ​ຜ່ອນ​ບັນຫາດັ່ງກ່າວ.

ທ່ານ Jongklai Woraphongsatorn ປະຈຳ​ຫ້ອງການຊັບພະຍາ ກອນທຳມະຊາດ​
ແລະ​ສິ່ງ​ແວດ​ລ້ອມ ຂອງຈັງຫວັດຊຽງໃໝ່ ກ່າວ​ວ່າ:

“​ພວກ​ເຮົາ​ໄດ້ຮັບ​ລາຍ​ງານ​ວ່າ ພວກທະຫານ​ໄທ ທີ່​ປະຕິບັດ​ງານ​ຢູ່​ຊາຍ​ແດນ
ໄດ້ໂອ້​ລົມເຈລະຈາ​ ກັບ​ບັນດາ​ຜູ້​ນຳ​ປະ​ເທດ​ເພື່ອນບ້ານ ຮ້ອງ​ຂໍ​ໃຫ້ເຂົາເຈົ້າ​ຢຸດ​
ເຊົາ​ການ​ຈູດ​ປ່າ ​ແລະ​ເຮັດ​ໃຫ້ການ​ຈູດ​ປ່າ​ຢູ່​ໃນ​ຂອບ​ເຂດ. ​ແຕ່​ນັ້ນມັນ​ຍັງ​ບໍ່​ເປັນ​
ທີ່​ພຽງພໍ. ​ເຂົາ​ເຈົ້າ​ຕ້ອງ​ຫລຸດຜ່ອນ​ບ່ອນຈູດປ່າ ຢູ່​ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ຄື​ກັນ
​ເພາະວ່າ ​ໄຟ​ບໍ່​ພຽງ​ແຕ່່​
ແຜ່​ລາມ​ຂ້າມ​ຊາຍ​ແດນ ​ແຕ່ວ່າ ​ເວລາ​ເຂົາ​ເຈົ້າ​ຈູດ​ປ່າ​ນັ້ນ
ລົມ​ໄດ້
ພັດເອົາໝອກ​ຄວັນ​ເຂົ້າ​ມາສູ່​ປະ​ເທດ​ຂອງ​ພວກ​ເຮົາ​ແລະ​ເຮັດໃຫ້ເກີດຜົນ
ກະທົບ​ແກ່​ປະຊາຊົນ.”

​ຖ້ຽວ​ບິນຈຳນວນຫຼວງຫຼາຍ ​ໄດ້​ຖືກ​ລົບ​ລ້າງ ຫລື​ປ່ຽນ​ທິດ​ທາງ ​ແຕ່​ວ່າ ການ​ແກ້​ໄຂ​ນັ້ນ
ແມ່ນມີຢູ່ຢ່າງຈຳກັດ ​ແລະ​ບັດ​ນີ້ບັນດາ​ເຈົ້າ​ໜ້າ​ທີ່​ກຳລັງ​ເພີ້​ມເອົາການ​ເຮັດ​ຝົນທຽມ ແລະ
ການບິນໄປມອດໄຟປ່າເພື່ອຊ່ວຍບັນ ເທົາຂີ້ຝຸ່ນຈາກໄຟ​ປ່ານັ້ນ.

ສຳ​ຫລັບ​ຮ້ອຍອາກາດເອກ Phongthep Viwattanadet ຈາກກອງ ທັບໄທແລ້ວ ທີ່
ຖືກສັ່ງໃຫ້ໄປໝອດໄຟໄໝ້ປ່າເລື້ອຍໆນັ້ນ ການ​ທ້າ​ທາຍ​ຕໍ່ການບິນຜ່ານໝອກ​ຄວັນ​ໄຟ​ນັ້ນແມ່ນເພີ້ມທະວີ​ຂື້ນ.

ຮ້ອຍເອກ Phongthep ກ່າວ​ວ່າ :

"ໝອກຄວັນ​ໄດ້​ເປັນ​ຜົນກະທົບ​ຕໍ່​ການ​ແນມ​ເຫັນຂອງ​ຖ້ຽວບິນເຮົາ. ​ແຕ່ ວ່າ ​ເຮົາ
​ມີ​ມາດຕະຖານ​ການບິນ​ເພື່ອ​ນຳພາທິດທາງ​ພວ​ກ​ເຮົາ ​ໃນ​ເມື່ອ​ເວລາ​ໃດທີ່​ມັນ​ເກີດ​
ມີ​ບັນຫາ ຕໍ່​ຖ້ຽວບິນ​ຂອງ​ພວກ​ເຮົາ. ​ເທົ່າ​ທີ່​ຜ່ານ​ມາ​ພວກ​ເຮົາ​ສາມາດປະ​ເຊີນ​ໜ້າ​
ກັບ​ຄວາມສາມາດໃນການແນມເຫັນແລະ ​ພວກ​ເຮົາ​ຈະ​ສືບຕໍ່ສາດ​ນໍ້າ​ລົງໃສ່ ​ຈົນ
ກວ່າ​ມັນ​ດີ​ຂື້ນ.”

ສຳລັບ​ປັດຈຸບັນ​ນີ້ ​ເບິ່ງ​ຄື​ວ່າ​ບັນດາ​ຊາວ​ບ້ານໃນເຂດ​ທ້ອງ​ຖິ່ນ ຕ້ອງ​ໄດ້​ລໍຖ້າລົມຝົນຈາກ
ລະດູມໍລະສຸມ ​ເພື່ອ​ເຮັດໃຫ້ອາກາດ​ແຈ້ງຂື້ນ. ​ແຕ່​ວ່່າ ​ໃນ​ລະຍະ​ຍາວ ​ຄຳ​ຖາມ​ຍັງ​ມີຢູວ່າ
ຄວາມເສຍ​ຫາຍ​ມີ​ໜ້ອຍ​ຫລາຍ​ປານ​ໃດ​ທີ່​ເກີດ​ຂື້ນ ກ່ອນການ​ແກ້ໄຂໂຕຈິງສາມາດ​ນຳໄປຈັດຕັ້ງປະຕິບັດໄດ້.

In northern Thailand, the annual haze has come early, affecting both citizens' health and the local economy -- including traffic in and out of the region's airports.

In the capital of Chiang Mai, hospital workers face an alarming increase in patients suffering respiratory illnesses, as the haze sets in.

It’s a problem every year caused by excessive field burning in the region during the dry season. But this year’s smoke arrived early.

Thousands of air masks have been distributed to those most prone to illness. But it is seen mostly as damage control for nurses like Saisuda Sutthirat.

"We have health pamphlets to hand out to patients who have the throat problems and coughing," she said. "We teach them how to wear the mask properly.”

Trans-boundary haze has been a growing problem in Southeast Asia as unregulated development moves ahead in places like Laos and Myanmar, also known as Burma.

A report released last week by the U.S.-based international non-profit organization Forest Trends says that forest conversion for commercial agriculture is now the main reason behind Myanmar’s deforestation, which often entails massive burning.

Thai officials monitoring hotspots in the region say drastic measures must be taken by all countries to reduce the problem.

"We have reports the Thai army working on the border has talked with leaders of the neighboring countries, asking them to help to stop the forest fires and make a boundary fire line. But it’s still not enough," said Jongklai Woraphongsatorn, of Chiang Mai's Natural Resource and Environment office.

"They have to decrease the hot spots in their country too because the fire didn’t just spread across the border but when they burn the forest, the winds blow the smoke into our country and impact the people," he said.

Many flights have been cancelled or re-directed but solutions are limited and authorities are now adding rain-making and forest fire runs to alleviate the particles of dust.

For Air Force Captain Phongthep Viwattanadet, who usually douses the flames, the challenge of cutting through the smog is mounting.

"The haze has impacted to our flight visibility. But we have an aviation standard to guide us when it causes problems to our flight," he said. "So far we can deal with the visibility and we will continue our water drops until it gets better."

For now, it seems like the locals will have to wait for the monsoon season to clear things up. In the long term, however, questions remain about how much damage will be inflicted before a proper groundwork can be implemented for a real solution.

XS
SM
MD
LG