ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກການທູດຫວຽດນາມ ໄດ້ເປັນເລຂາທິການໃຫຍ່ ອາຊ່ຽນຄົນໃໝ່


ທ່ານ Le Luong Minh ຮອງລັດຖະມົນຕີຕ່າງປະເທດຫວຽດນາມ
ທີ່ໄດ້ຖືກແຕ່ງຕັ້ງໃຫ້ເປັນເລຂາທິການສະມາຄົມອາຊ່ຽນ
ທ່ານ Le Luong Minh ຮອງລັດຖະມົນຕີຕ່າງປະເທດຫວຽດນາມ ທີ່ໄດ້ຖືກແຕ່ງຕັ້ງໃຫ້ເປັນເລຂາທິການສະມາຄົມອາຊ່ຽນ

ສະມາຄົມປະຊາຊາດເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊ່ຽນ ໄດ້ແຕ່ງຕັ້ງ ເລຂາທິການໃຫຍ່ຄົນ​ໃໝ່ ຂອງສະມາຄົມ ຊຶ່ງເປັນ​ຄົນ​ທໍາ​ອິດ​ທີ່​ມາຈາກຫວຽດນາມ ປະເທດຄອມມີວນີສທີ່ມີພັກດຽວ ​ແລະ​ເປັນ​ນຶ່ງ​ໃນ 4 ປະເທດສະມາຊິກຂອງ ອາຊ່ຽນ ທີ່ມີຂໍ້ຂັດແຍ້ງກັນກັບຈີນ ກ່ຽວກັບເຂດນໍ້າແດນດິນ ໃນທະເລຈີນໃຕ້. ສະມາຄົມອາຊ່ຽນ​ໄດ້​ດິ້ນຮົນ​ພະຍາ​ຍາມ ຕະຫຼອດໄລຍະນຶ່ງປີຜ່ານມາ ເພື່ອ​ໃຫ້​ບັນລຸຄວາມ​ເຫັນ​ພ້ອງຕ້ອງກັນ​ຢ່າງ​ເປັນ​ເອກະສັນກ່ຽວກັບບັນຫາດັ່ງກ່າວ ແລະ ການທີ່ໄດ້ຜູ້ນໍາສະມາຄົມຄົນໃໝ່ຈາກຫວຽດນາມນັ້ນ ກໍ​ແມ່ນຈະ​ເຮັດ​ໃຫ້ຂໍ້ຂັດແຍ້ງກັນດັ່ງກ່າວ ຢູ່​ໃນ​ຄວາມ​ສົນ​ໃຈ ​ຕະຫລອດ​ໄປ. ແຕ່ບັນດານັກວິຈານການເມືອງເວົ້າວ່າ ການນໍາພາ​ຂອງຫວຽດນາມ ​ແມ່ນ​ຈະ​ເປັນ​ແບບສະຫງວນທ່າທີ ຫລາຍ​ກວ່າ ແລະລະມັດລະວັງຫຼາຍຂຶ້ນ ໃນການສະແຫວງຫາຂໍ້ຕົກລົງກັນ ກ່ຽວກັບບັນຫາດັ່ງກ່າວ. ຜູ້ສື່ຂ່າວ ວີໂອເອ Daniel Schearf ມີລາຍງານກ່ຽວ​ກັບເລຶ່ອງນີ້ຈາກບາງກອກ ຊຶ່ງທອງປານຈະນໍາ ມາສະເໜີທ່ານ.

ເມື່ອວັນອັງຄານ ທີ 1 ມັງກອນ ຜ່ານ​ມາ​ນີ້ ທ່ານ Le Luong
Minh ໄດ້ເຂົ້າຮັບຕໍາແໜ່ງ ເລຂາທິການວຽນ ຂອງສະມາຄົມ
ອາຊ່ຽນ ຢ່າງເປັນທາງການ ຈາກທ່ານ ສິຣິນ ພິດສຸວັນ.

ທ່ານ Minh ​ເປັນນັກການທູດຜູ້ມີປະສົບການສູງຈາກກະຊວງ
ຕ່າງປະເທດຫວຽດນາມ ແລະ ເຄີຍດໍາລົງຕໍາແໜ່ງເອກອັກ
ຄະລັດຖະທູດຫວຽດນາມ ປະຈໍາອົງການສະຫະປະຊາຊາດ.

ການເປັນຜູ້ນໍາອາຊ່ຽນຂອງທ່ານ ທີ່ເປັນຜູ້ທໍາອິດຈາກຫວຽດ
ນາມ ​ແມ່ນມີຂຶ້ນ​ໃນ​ໄລຍະ​ທີ່​ມີຄວາມເຄ່ງຕຶງ ຍ້ອນ​ການ​ຢືນ
​ຢັດ​ຢ່າງ​ແຂງຂັນຂຶ້ນໄປນັບມື້ ຂອງປັກກິ່ງ ​ເອົາ​ກໍາມະສິດ​ໃນ​
ດິນແດນ​ທີ່​ເປັນ​ຂໍ້​ຂັດ​ແຍ້ງກັນໃນເຂດທະເລຈີນໃຕ້ນັ້ນ.

ຈີນອ້າງເອົາເປັນກໍາມະສິດແທບວ່າທັງໝົດຂອງເຂດທະເລດັ່ງກ່າວ ທີ່ເຊື່ອກັນວ່າອຸດົມ ສົມບູນ​ໄປດ້ວຍນໍ້າມັນແລະແກສທໍາມະຊາດ ແລະປາ. ສະມາຊິກອາຊ່ຽນຫລາຍ​ປະ​ເທດ
ທີ່​ໂຮມທັງ ບຣູໄນ ມາເລເຊຍ ຟິລິບປິນ ຫວຽດນາມ ແລະ ໄຕ້ຫວັນ ກໍພາກັນອ້າງເອົາເປັນ
ກໍາມະສິດໃນເຂດນ່ານນໍ້າດັ່ງກ່າວ​ເຊ່ນ​ກັນ ຊຶ່ງ​ການຂັດແຍ້ງກັນດັ່ງ​ກ່າວ ໄດ້ກໍ່ໃຫ້ເກີດ
ການ​ປະ​ເຊີນ​ໜ້າ​ກັນ​ຢ່າງເຄ່ງຕຶງທາງ​ທະ​ເລ ການຈັບກຸມຊາວປະມົງ ແລະການປະທະຄາ
ລົມກັນຢ່າງຮຸນແຮງ ກ່ຽວກັບອະທິປະໄຕ​ໃນ​ດິນ​ແດນ​ດັ່ງກ່າວ.

ກອງປະຊຸມສຸດຍອດ ASEAN ເມື່ອປີຜ່ານມາຢູ່ກໍາປູເຈຍ ບໍ່ສາມາດຕົກລົງກັນໄດ້ ກ່ຽວກັບ
ກົດການ​ປະພຶດປະຕິບັດ ທີ່​ມີ​ການຊັກຊ້າມາເປັນເວລາດົນນານ ເພື່ອປ້ອງກັນບໍ່ໃຫ້ ເກີດຂໍ້ຂັດແຍ້ງເພີ່ມຂຶ້ນນັ້ນ.

ບັນດານັກວິຈານການເມືອງເວົ້າວ່າ ທັງ​ນີ້​ແມ່ນເປັນຍ້ອນອິດທິພົນຂອງຈີນ ທີ່ມີຕໍ່ກໍາປູເຈຍ
ແລະຕໍ່ປະເທດອື່ນໆ ທີ່ບໍ່ອ້າງເອົາເຂດທະເລດັ່ງກ່າວນັ້ນ.

ທ່ານປະວິນ ຊັດຊະວານພົງພັນ ອາຈານສອນ​ວິຊາການສຶກສາກ່ຽວ​ກັບ ເອເຊຍຕາເວັນ ອອກ ສຽງໃຕ້ ທີ່ມະຫາວິທະຍາໄລ Kyoto ປະ​ເທດ​ຍີ່ປຸ່ນ ເວົ້າຜ່ານ Skype ວ່າ ເລຂາທິ ການ​ໃຫຍ່​ຂອງອາຊ່ຽນ ຈາກຫວຽດນາມນັ້ນ ​ແມ່ນຈະຫ້າວຫັນຫຼາຍຂຶ້ນ ໃນການຜັກດັນ ໃຫ້ມີຄວາມ​ເປັນ​ເອກະສັນ​ກັນຂອງສະມາຄົມອາຊ່ຽນ ກ່ຽວກັບບັນຫາດັ່ງກ່າວ

ທ່ານປະວິນ ເວົ້າວ່າ: “ປະການທໍາອິດນັ້ນ ຫວຽດນາມ​ແມ່ນ​ຈະສາມາດບັນລຸຜົນປະໂຫຍດ
​ແຫ່ງຊາດຂອງຕົນ ຖ້າຫາກຍົກເອົາບັນຫາ​ນີ້​ຂຶ້ນມາປຶກ ສາກັນຢູ່ພາຍ ໃນອາຊ່ຽນ​ເອງ. ປະການທີ່ສອງເນາະ ຫວຽດນາມກໍຈະ​ສາມາດອ້າງໄດ້ວ່າ ຕົນສະໜັບສະໜຸນທ່າ​ທີ
ຂອງສະມາຄົມອາຊ່ຽນ ໃນການ ພະຍາຍາມແກ້ໄຂບັນຫາແບບນີ້ ຄືພະຍາຍາມພິສູດ
​ໃຫ້​ເຫັນວ່າກົນໄກ​ແກ້​ໄຂບັນຫາຂັດແຍ້ງກັນໃນອາຊ່ຽນນັ້ນ ​ແມ່ນໃຊ້ໄດ້ຜົນ. ດັ່ງນັ້ນ ຂ້າພະເຈົ້າຄິດວ່າ ມັນໜ້າຈະເປັນສະຖານະການ ທີ່ທຸກໆ​ຝ່າຍຊະນະນໍາ​ກັນ.”


ສ່ວນທ່ານສຸຣີນ ພິດສຸວັນ ຈາກ​ປະ​ເທດ​ໄທ ຜູ້ກໍາລັງຈະພົ້ນຈາກຕໍາແໜ່ງເລຂາທິການ ອາຊ່ຽນນັ້ນ ​ແມ່ນ​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື​ຢ່າງ​ສູງ ຍ້ອນຜົນງານການນໍາພາ ທີ່​ມັກ​ເຂົ້າ​ໄປພົວພັນແລະເປັນຜູ້ກ້າປາກກ້າເວົ້າ ໃນສະມາຄົມອາຊ່ຽນ.

ບັນດານັກວິຈານການເມືອງ ເວົ້າວ່າ ວິທີການບໍລິຫານສະມາຄົມອາ​ຊ່ຽນຂອງຫວຽດນາມ ​
ແມ່ນຈະບໍ່ເປັນແບບເປີດເຜີຍ ແລະໂປ່ງ​ໄສຫຼາຍປານໃດ ​ໃນ​ການ​ດໍາ​ເນີນ​ຄວາມຄວາມ ພະຍາຍາມຕ່າງໆນັ້ນ. ແຕ່ວ່າ ​ໃນການຮັບ​ມື ກັບຈີນນັ້ນ ວິທີ​ການແບບ​ຄ່ອຍໆເຮັດແລະ​ບໍ່​
ໂຈ່ງ​ແຈ້ງ​ ອາດຈະຊ່ວຍໄດ້ຫຼາຍກວ່າ.

​ໃນ​ລະຫວ່າງ​ນີ້ ​ໄປ​ຫາເດືອນມີນາ ປັກກິ່ງ​ແມ່ນ​ກໍາລັງ​ຢູ່​ໃນ​ຂັ້ນ​ຕອນການສັບປ່ຽນຜູ້ນໍາຂອງ
ຕົນ ຊຶ່ງ​ມີ​ຂຶ້ນທຸກໆສິບປີ ທີ່ບັນດານັກສັງເກດການກໍາລັງ ສິ້ງຊອມເບິ່ງ ຢ່າງໃກ້ຊິດ.

Carl Thayer ອາຈານສອນ​ວິຊາການເມືອງ ທີ່ສະຖາບັນກໍາລັງປ້ອງກັນຂອງອອສເຕຣເລຍ
ເວົ້າຜ່ານ Skype ວ່າ ການເຈລະຈາກັນທາງການທູດແບບງຽບໆ ລະຫວ່າງອາຊ່ຽນ ແລະຈີນ
ນັ້ນ ເບິ່ງຊົງວ່າຈະເປັນວິທີການທີ່ດີ ແລະຈໍາເປັນທີ່ສຸດ.

ທ່ານ Thayer ເວົ້າວ່າ: “ມັນບໍ່ແມ່ນຊ່ວງເວລາທີ່ຈະດໍາເນີນການໄປ​ໜ້າ​ ຢ່າງສຸດ​ຂີດ ຍ້ອນທ່າທີແລະການປ່ຽນ​ແປງ​ຄະນະຜູ້ນໍາຂອງຈີນ ກໍຄືທ່ານ ຊີ ຈິນຜິງ ອາດໄດ້ຮັບ
ຕໍາແໜ່ງເລຂາທິການໃຫຍ່ຂອງພັກ ແຕ່ທ່ານກໍຍັງບໍ່ໄດ້ເປັນປະທານ ປະເທດເທື່ອ.
ສະນັ້ນ ໃນລະຫວ່າງນີ້ໄປຫາເວລານັ້ນ ບໍ່​ແມ່ນ​ເວລາ​ທີ່​ຈະທ້າທາຍຈີນເທື່ອ ແຕ່ຄວນ​ລໍຖ້າເບິ່ງກ່ອນໃນຊ່ວງນີ້ ​ແລະ​ລໍຖ້າ​ເບິ່ງວ່າ ຜູ້ນໍາຈີນຄົນໃໝ່ ແລະຄະນະນໍາພາຊຸດ
ໃໝ່ໃນປັກກິ່ງນັ້ນ ຈະ​ເປັນ​ພວກ​ທີ່ອາຊ່ຽນຈະ​ສາມາດ​ຕໍ່​ລອງ​ນໍາ​ໄດ້​ຫລື​ບໍ່. ສະນັ້ນ
ບໍ່​ຄວນ​ເຮັດໃຫ້ບັນຫາທະເລຈີນໃຕ້ນັ້ນເປັນເລຶ່ອງໃຫຍ່​ໃນ​ເວລາ​ນີ້ ​ແຕ່​ກໍ​ບໍ່​ແມ່ນປະ
ປ່ອຍມັນໄປ​ເລີຍ.”


ທ່ານ ເທເອີ ເວົ້າອີກວ່າ ຈີນຄວນ​ຈະ​ໄດ້​ຮັບ​ຄວາມ​ໝັ້ນ​ໃຈ ໂດຍວິທີການທູດ​ແບບຄ່ອຍໆ​ເຮັດຂອງ​ຫວຽດນາມ ປະເທດເພື່ອນບ້ານຂອງຕົນນັ້ນ ຊຶ່ງຈະ​ແຕກ​ຕ່າງ​ຈາກ​ວິທີ​ການ​ຂອງ ປະທານວຽນ​ຂອງອາຊ່ຽນໃນປີນີ້ ຄື ສຸນ​ລະ​ຕານຂອງປະ​ເທດບຣູໄນ ນັ້ນ.

ທ່ານ ປະວິນ ຊັດຊະວານພົງພັນ ເວົ້າວ່າ ການ​ຫລຸດຜ່ອນຄວາມ​ເຄ່ງຕຶງລົງ ກໍນອນຢູ່ໃນ ຜົນປະໂຫຍດຂອງປັກກິ່ງເຊັ່ນດຽວກັນ

ທ່ານປະວິນ ເວົ້າວ່າ: “ຈີນກໍຕ້ອງການອາຊ່ຽນເຊັ່ນກັນ ໃນແງ່ຂອງການພັດທະນາເສດ
ຖະກິດຂອງຕົນ ຄືຈີນຈະສາມາດປັບປຸງເສດຖະກິດຂອງຕົນໄດ້ແນວໃດ ໝາຍ​ຄວາມ​
ວ່າ ເຮັດ​ໃຫ້ເສດຖະກິດຂອງຕົນເຕີບ​ໂຕ​ຂຶ້ນ​ຢ່າງເຂັ້ມແຂງ​ ​ຢູ່ໃນສະພາບ​ແວດ​ລ້ອມ​ທີ່ຕໍ່ຕ້ານຈີນເອງນັ້ນ ​ໄດ້ແນວ​ໃດ? ຂ້າພະເຈົ້າຄິດວ່າຈີນຕ້ອງໄດ້ ສຶກສາເບິ່ງວ່າ ຄວນ​ຈະສ້າງສາ ຫລືຊຸກຍູ້​ໃຫ້​ມີ ສະພາບແວດລ້ອມທີ່ເປັນສັນຕິນັ້ນຫຼາຍກວ່າ ​ເພື່ອຜົນປະ
ໂຫຍດຂອງຈີນ ເອງ.”


ປັກກິ່ງ​ເອງກໍອາດຈະຍິນດີ ນໍາ​ການ​ທີ່ຫວຽດນາມ ຊຶ່ງເປັນປະເທດຄອມມີວນີສ ທີ່ມີພຽງ ພັກດຽວຄືກັນນັ້ນ ໄດ້ຮັບຕໍາແໜ່ງເລຂາທິການ​ໃຫຍ່​ຂອງ ອາຊ່ຽນ.

ດັ້ງ​ເດີ​ມນັ້ນ ກຸ່ມ​ປະຊາ​ຊາດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ໄດ້ຈັດຕັ້ງຂຶ້ນມາ ໃນປີ 1967 ​ເພື່ອ​ປຸ້ມລຸມກັນຕໍ່ຕ້ານລະບອບຄອມມີວນິສ ແຕ່ຕໍ່​ມາໄດ້ຂະຫຍາຍອອກ ​ໄປ​ຮັບ​ເອົາປະ​ເທດ​ອື່ນໆ​ໃນ​ຂົງ​ເຂດເຂົ້າເປັນສະມາຊິກນໍາ ເພື່ອຈະກາຍເປັນອົງການຈັດ​ຕັ້ງ​ທາງການເມືອງແລະ
ເສດຖະກິດລະດັບຂົງເຂດ ທີ່ຮວມ​ເອົາ​ທຸກໆ​ປະ​ເທດ.

ປະເທດຜູ້ກໍ່ຕັ້ງສະມາຄົມອາຊ່ຽນ ຄືອິນໂດເນເຊຍ ມາເລເຊຍ ຟິລິບປິນ ສິງຄະໂປ ແລະ ໄທ ເຄີຍໄດ້ດໍາລົງຕໍາແໜ່ງເລຂາທິການໃຫຍ່ມາແລ້ວ ຢ່າງໜ້ອຍສອງຄັ້ງ.

ສະມາຊິກອື່ນໆຂອງອາຊ່ຽນ ກໍມີ ມຽນມາ ແລະ ສປປ ລາວ.
XS
SM
MD
LG