ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະຫານຊີວິດ ຢູ່ທົ່ວໂລກ ໃນປີກາຍນີ້ ແມ່ນສູງສຸດ ໃນຮອບ 25 ປີ


ພວກລີ້ໄພຊາວອີຣ່ານ ພາກັນຮ້ອງຄຳຂວັນ ຕໍ່ຕ້ານ ການປະຫານຊີວິດ ຢູ່ນອກສະຖານທູດ ອີຣ່ານ ທີ່ນະຄອນບຣັສເຊີລ.
ພວກລີ້ໄພຊາວອີຣ່ານ ພາກັນຮ້ອງຄຳຂວັນ ຕໍ່ຕ້ານ ການປະຫານຊີວິດ ຢູ່ນອກສະຖານທູດ ອີຣ່ານ ທີ່ນະຄອນບຣັສເຊີລ.

ມີ​ຜູ້​ຖືກ​ປະຫານ​ຊີວິດ​ເພີ້ມຂຶ້ນຢູ່​ໃນ​ປະ​ເທດ​ຕ່າງໆ​ທົ່ວ​ໂລກ​ໃນ​ປີ​ກາຍ​ນີ້ ຫຼາຍ​ກວ່າປີ​ໃດໆ ໃນຮອບ 25 ຜ່ານ​ມານີ້.

ລາຍ​ງານ​ ທີ່​ນຳ​ອອກ​ເຜີຍ​ແຜ່​ ໃນ​ວັນ​ອັງຄານ​ວານ​ນີ້ ​ໂດຍ​ອົງການ​ນິລະ​ໂທດ​ກຳ​ສາກົນ ກ່າວ​ວ່າ ມີ​ຢ່າງ​ໜ້ອ​ຍ 1,634 ຄົນ ​ໄດ້​ຖືກ​ປະຫານ​ຊີວິດເພີ້ມຂຶ້ນ 54 ​ເປີ​ເຊັນ​ຈາກ​ປີ​ກ່ອນ ແລະ​ເປັນ​ຈຳນວນ​ສູງ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ໄດ້​ບັນທຶກ ໂດຍອົງການ​ດັ່ງກ່່າວ​ ນັບ​ແຕ່​ປີ 1989 ເປັນຕົ້ນມາ.

ການ​ເພີ້ມຂຶ້ນ ສ່ວນ​ໃຫຍ່​ແລ້ວ ແມ່ນ​ຢູ່​ໃນ​ 3 ​ປະ​ເທດປະກອບ​ມີ ​ອີຣ່ານ ປາ​ກິ​ສຖານ​ແລະ ຊາ​ອຸ​ດີ ອາຣາ​ເບຍ​ ຊຶ່ງ​ເປັນ​ຜູ້​ຮັບ​ຜິດ​ຊອບ​ເກືອບ 90 ​ເປີ​ເຊັນ ໃນ​ການປະຫານ​ຊີວິດ​ທັງ ໝົດ.

ລາຍ​ງານ​ກ່າວ​ວ່າ​ ມັນ​ເປັນ​ທີ່​ລົບ​ກວນ​ໃຈ​ທີ່​ສຸດ​ກ່ຽວ​ກັບ​ຈຳນວນ​ດັ່ງກ່າວ ຊຶ່ງ​ຍັງ​ບໍ່ທັນ​ຮວມ ການ​ປະຫານ​ຊີວິດຂອງ​ຈີນ ບ່ອນ​ທີ່​ຫຼາຍ​ພັນ​ຄົນ​ມີ​ທ່່າທາງ​ວ່າ​ຈະ​ຖືກ​ປະຫານ ​ແຕ່​ການ​ໃຊ້ ໂທດ​ປະຫານ​ນີ້​ແມ່ນຖື​ເປັນຄວາມ​ລັບ​ຂອງ​ລັດ.

ທີ່​ປະ​ເທດ​ເບ​ລາ​ຣຸສ ຊຶ່ງ​ເປັນ​ປະ​ເທດ​ດຽວ​ໃນ​ຢູ​ໂຣບທີ່​ຍັງ​ໃຊ້​ໂທດ​ປະ​ຫານ​ຢູ່ ແລະຫວຽດ ນາມ​ກໍ​ບໍ່​ໄດ້ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ເລື້ອງນີ້.

ການ​ເພີ້ມຂຶ້ນຢ່າງ​ຫລວງຫຼາຍ​ໃນ​ການ​ໃຊ້​ໂທດ​ປະຫານ​ຊີວິດ​ອາດ​ມີ​ສ່ວນ​ພົວພັນ​ໂດຍ​ກົງ ກັບ​ການ​ເພີ້ມຂຶ້ນ 76 ​ເປີ​ເຊັນ​ໃນ​ຊາ​ອຸ​ດີ ອາຣາ​ເບຍ ​ແລະ 31 ​ເປີ​ເຊັນ​ໃນ​ອີຣ່ານ.

ທີ່​ຊາ​ອຸ​ດີ​ ອາຣາ​ເບຍ​ມີ​ຢ່າງ​ໜ້ອຍ 158​ ຄົນ​ໄດ້​ຖືກ​ປະຫານ​ຊີວິດ​ໃນ​ປີ​ກາຍ​ນີ້. ສ່ວນ​ໃຫຍ່ ແລ້ວ​ແມ່ນ​ດ້ວຍ​ການ​ຕັດ​ຫົວ ​ແຕ່​ການ​ຍິງ​ເປົ້າ ກໍ​ໄດ້​ມີ​ການ​ນຳ​ໃຊ້ ​ເຊັ່ນດຽວ​ກັນ ​ແລະ​ສົບ ຂອງ​ຜູ້​ຕາຍ​ໄດ້​ຖືກ​ນຳ​ໄປ​ປະຈານ​ຢູ່​ໃ​ສທີ່​ສາທາລະນະ.​ ລາຍງານ​ກ່າວ​ວ່າ ຊາ​ອຸ​ດີ​ໄດ້​ໃຊ້ ໂທດ​ປະຫານ ຢ່າງ​ບໍ່​ສົມສ່ວນ​ຕໍ່​ພວກ​ຊາວ​ຕ່າງປະ​ເທດ​ທີ່​ບໍ່​ເຂົ້າ​ໃຈ​ພາສາ​ອາຣັບ ຊຶ່ງ​ເປັນ ພາສາ​ທີ່​ໃຊ້​ໃນ​ການ​ດຳ​ເນີນ​ຄະດີ.

ອີຣ່ານປະຫານ​ຊີວິດ​ຢ່າງ​ໜ້ອຍ 977 ຄົນ​ໃນ​ປີ​ກາຍ​ນີ້ ສ່ວນ​ໃຫຍ່​ແມ່ນ​ພົວພັນກັບ​ຄວາມ ຜິດ​ຢາ​ເສບ​ຕິດ. ອີຣ່ານ ​ແມ່ນ​ນຶ່ງ​ໃນ​ບັນດາ​ປະ​ເທດ​ຈຸ​ສຸດ​ທ້າຍ ທີ່​ຍັງ​ປະຫານ​ຊີວິດ​ພວກ ເດັກນ້ອຍ​ຢູ່​ຊຶ່ງ​ເປັນ​ການລະ​ເມີດ​ຕໍ່​ກົດໝາຍ​ຂອງ​ນາໆ​ຊາດ.​ ​ໃນ​ປີ​ກາຍ​ນີ້ ອີຣ່ານ​ໄດ້​ປະ ຫານ​ຊີວິດ​ຢ່າງ​ໜ້ອຍ 4 ຄົນ​ທີ່​ມີ​ອາຍຸຕ່ຳ​ກວ່າ 18​ ປີ​ ໃນເວລາ​ທີ່​ມີ​ການ​ກະທຳ​ຄວາມ​ຜິດ​.

Amnesty Executions Report
please wait

No media source currently available

0:00 0:02:20 0:00

XS
SM
MD
LG