ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອາວຸດຂອງກຸຸ່ມລັດ ອິສລາມ ສ່ວນໃຫຍ່ ແມ່ນຢຶດມາໄດ້ ຈາກອີຣັກ

ໃນພາບນີ້ ທີ່ໄດ້ຖືກເຜີຍແຜ່ ເມື່ອວັນທີ 16 ມິຖຸນາ 2015, ໂດຍ ພວກທີ່ສະໜັບສະໜູນ ກຸ່ມພວກຫົວຮຸນແຮງລັດອິສລາມ ລົງໃນເວັບໄຊ້ ທີ່ຮັບລົງຮູບພາບລັບ ນຳກັນ ສະແດງໃຫ້ເຫັນ ພວກຫົວຮຸນແຮງລັດອິສລາມ ກຳລັງທຳຄວາມສະອາດ ອາວຸດຂອງພວກເຂົາເຈົ້າໃນເມືອງ Deir el-Zour ຂອງຊີເຣຍ.

ອົງການນິລະໂທດກຳສາກົນກ່າວວ່າ ພວກອາວຸດທີ່ນຳໃຊ້
ໂດຍກຸ່ມຫົວຮຸນແຮງ ລັດອິສລາມ ເພື່ອທຳ “ການກໍ່​ກຳ​ທຳ
​ເຂັນ ທີ່ໂຫດຫຽ້ມ”
ນັ້ນ ສ່ວນໃຫຍ່ແລ້ວ ແມ່ນມາຈາກຄັງ
ອາວຸດຂອງທະຫານອີຣັກ ທີ່ຢຶດເອົາມາໄດ້ນັ້ນ ຊຶ່ງສະແດງ
ໃຫ້ເຫັນ​ເຖິງຄວາມຈຳເປັນ ທີ່ຈະຕ້ອງກວດສອບໃຫ້ຫຼາຍຂຶ້ນ
ໃນເວລາສົ່ງອາວຸດຕ່າງໆ ໄປຍັງຂົງເຂດທີ່ບໍ່ທຸ່ນທ່ຽງ.

ອົງການດັ່ງກ່າວ ໄດ້ຮັບໜ້າທີ່ອອກບົດລາຍງານສະບັບ​ໜຶ່ງ
ໃນວັນອັງຄານວານນີ້ ໂດຍ ອົງການບໍລິການຄົ້ນຄວ້າດ້ານ
ຍຸດໂທປະກອນ ທີ່ມີຫ້ອງການຢູ່ປະເທດອອສເຕຣເລຍ ເພື່ອ
ວິເຄາະເບິ່ງວ່າ ປະເພດຂອງອາວຸດທີ່ຖືກນຳໃຊ້ ທົ່ວປະເທດ
ອີຣັກ ແລະ ຊີເຣຍ ແລະ ໄດ້ພົບເຫັນວ່າ ອາວຸດຕ່າງໆນັ້ນ ແມ່ນມາຈາກ ຢ່າງໜ້ອຍ 25
ປະເທດ. ສ່ວນໃຫຍ່ສຸດ ແມ່ນມາຈາກ ສະຫະລັດ ຣັດເຊຍ ແລະ ບັນດາປະເທດອະດີດ
ສະຫະພາບໂຊຫວຽດ.

ພາບນີ້ ໄດ້ຖືກເຜີຍແຜ່ ເມື່ອວັນທີ 13 ກໍລະກົດ 2015 ໂດຍຕາໜ່າງຂ່າວ Rased, ອັນເປັນໜຶ່ງໃນໜ້າຂອງ Facebook ທີ່ພົວພັນກັບ ພວກຫົວຮຸນແຮງ ລັດອິສລາມ ທີ່ສະແດງໃຫ້ເຫັນມີປືນເດັກຍິງ ຫົວຮຸນແຮງລັດອິສລາມ ຕັ້ງທ່າຍິງ ໃນລະຫວ່າງການສູ້ລົບຕໍ່ຕ້ານ ກຳລັງລັດຖະບານ ຊີເຣຍ, ໃນແຂວງ Deir el-Zour.

ທ່ານ Patrick Wilcken ນັກຄົ້ນຄວ້າ ກ່ຽວກັບການຄວບຄຸມອາວຸດ ຄວາມໝັ້ນຄົງ
ການຄ້າ ແລະ ສິດທິມະນຸດ ຂອງອົງການນິລະໂທດກຳ ເວົ້າວ່າ “ສ່ວນໃຫຍ່ ແລະ ອາວຸດ
ຍຸດໂທປະກອນອັນຫຼາກຫຼາຍທີ່ນຳໃຊ້ໂດຍກຸ່ມຕິດອາວຸດ ທີ່ເອີ້ນຕົນເອງວ່າ ລັດ
ອິສລາມນັ້ນ ແມ່ນເປັນກໍລະນີ ຕາມຕຳລາ ຂອງຄວາມບໍ່ຄຳນຶງເຖິງຜົນກະທົບ ໃນການ
ຄ້າອາວຸດ ທີ່ເປັນເຊື້ອເພີງ ຕໍ່ການ​ກໍ່​ໂທດ​ກຳ ​ໃນລະດັບທີ່ກວ້າງຂວາງ. ກົດລະບຽບ
ທີ່ຂີ້ຮ້າຍ ແລະ ການຂາດແຄນ ​ໃນ​ການຕິດຕາມກວດກາ ການລັ່ງໄຫລອັນໃຫຍ່ຫຼວງ
ຂອງອາວຸດຕ່າງໆ ເຂົ້າໄປໃນອີຣັກ ​ແມ່ນມີ​ມາ​ໄດ້ຫຼາຍທົດສະວັດ​ແລ້ວນັ້ນ ໄດ້ເຮັດໃຫ້
ກຸ່ມ IS ແລະ ກຸ່ມຕິດອາວຸດຕ່າງໆ​ ​ໄດ້​ຮັບ​ອາວຸດຮ້າຍແຮງ ຢ່າງມະຫາສານ ທີ່ບໍ່ເຄີຍມີ
ມາກ່ອນ.”

ນັກຕໍ່ສູ້ຄົນນຶ່ງຈາກລັດອິສລາມ ທີຮູ້ຈັກກັນໃນເມື່ອກ່ອນຄື Islamic State of Iraq and the Levant (ISIL) ປະຈຳການປືນຍິງຕໍ່ຕ້ານເຄື່ອງບິນ ທີ່ໄດ້ຕິດຕັ້ງໃສ່ດ້ານຫຼັງຂອງລົດກະບະ ໃນເມືອງ Mosul ຂອງປະເທດອີຣັກ, ເມື່ອວັນທີ 16 ກໍລະກົດ 2014.

ອົງການນິລະໂທດກຳສາກົນ ​ພ້ອມ​ທັງກຸ່ມປົກປ້ອງສິດທິມະນຸດອື່ນໆ ແລະ ອົງການສະ
ຫະປະຊາຊາດ ໄດ້ກ່າວຫາ ພວກນັກຕໍ່ສູ້ລັດອິສລາມຜູ້ທີ່ໄດ້ກໍ່ກຳ​ທຳ​ເຂັນຕ່າງໆ ທີ່ລວມ
ໄປເຖິງ ການຂົ່ມຂືນຊຳເລົາ ການທໍລະມານ ການລັກພາຕົວ ແລະ ການສັງຫານ. ຫຼາຍ
ແສນຄົນໄດ້ຫລົບໜີ ອອກຈາກບ້ານເກີດເມືອງນອນ ຂອງພວກເຂົາເຈົ້າ ຢູ່ທາງພາກຕາ
ເວັນອອກຂອງຊີເຣຍ ແລະ ຢູ່ທາງພາກເໜືອ ແລະ ພາກຕາເວັນຕົກ ຂອງອີຣັກ ນັບຕັ້ງ
ແຕ່ພວກຫົວຮຸນແຮງ ໄດ້ເຂົ້າຄວບຄຸມເນື້ອທີ່ອັນກວ້າງໃຫຍ່ ເມື່ອກາງປີແລ້ວນີ້.

ຄະນະສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ລາຍງານວ່າ ກຸ່ມດັ່ງກ່າວນີ້
ຢຶດ​ໄດ້ອາວຸດສ່ວນໃຫຍ່ຂອງພວກເຂົາ ນັບຕັ້ງແຕ່ເດືອນມິຖຸນາ ປີ 2014 ເປັນຕົ້ນມາ.

XS
SM
MD
LG