ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການ ນິລະໂທດກຳສາກົນ ວ່າ ຍັງມີ ການຈຳກັດ ຮັດແຄບ ສິດເສລີພາບ ຢູ່ລາວ (ວີດິໂອກ່ຽວຂ້ອງ)


ເຄື່ອງໝາຍໂລໂກ ຂອງອົງການນິລະໂທດກຳສາກົນ ຫຼື Amnesty Internaitonal
ເຄື່ອງໝາຍໂລໂກ ຂອງອົງການນິລະໂທດກຳສາກົນ ຫຼື Amnesty Internaitonal
ອົງການນິລະໂທດກຳສາກົນ ຫລື Amnesty International ໄດ້
ອອກລາຍງານປະຈຳປີຂອງຕົນ ກ່ຽວກັບ ສະພາວະການເຄົາລົບ
ນັບຖືສິດທິມະນຸດ ຢູ່ໃນປະເທດຕ່າງໆ ໃນປີ 2012.

ກ່ຽວກັບ ສປປ ລາວນັ້ນອົງການນິລະໂທດກຳສາກົນເວົ້າວ່າລາວ ຍັງສືບຕໍ່ຈຳກັດຮັດແຄບກ່ຽວກັບອິດສະຫຼະພາບໃນການສະແດງ
ອອກ ຊຶ່ງຄວາມຄິດຄວາມເຫັນ ການຄົບຄ້າສະມາຄົມ ແລະການ
ໂຮມຊຸມນຸມ. ນັກໂທດຈິດສຳ ນຶກ 3 ຄົນແລະນັກໂທດການເມືອງ
ເຜົ່າມົ້ງ 2 ຄົນ ຍັງຖືກຄຸມຂັງຢູ່ຕໍ່ມາ. ນອກນັ້ນ ຍັງມີລາຍງານວ່າ ມີການຮາວີລົບກວນຕໍ່ພວກທີ່ນັບຖືສາສະໜາຄຣິສຕ໌ຢູ່ໃນຫຼາຍໆ
ແຂວງແລະຂະນະດຽວກັນກໍມີຄວາມວິຕົກກັງວົນເພີ້ມຂຶ້ນກ່ຽວກັບ ບັນຫາຂັດແຍ້ງເລື່ອງດິນເນື່ອງມາຈາກໂຄງການພັດທະນາຕ່າງໆ ທີ່ສ້າງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.

ລາຍງານຂອງອົງການນິລະໂທດກຳສາກົນ ທີ່ນຳອອກເຜີຍແຜ່ໃນວັນພະຫັດວານນີ້ແຈ້ງວ່າ ສິດເສລີພາບໃນການສະແດງຄວາມຄິດຄວາມເຫັນຍັງສືບຕໍ່ມີການຄວບຄຸມຢ່າງເຄັ່ງໂດຍທີ່
ຄັດ ໂດຍທີ່ສື່ມວນຊົນ ແລະພວກນັກຂ່າວ ຕ້ອງໄດ້ປະຕິບັດຕາມ ນະໂຍບາຍຂອງລັດ ແລະ
ການກວດກາຕົນເອງ. ໃນເດືອນມັງກອນປີກາຍນີ້ ກະຊວງຖະແຫຼງຂ່າວ ວັດທະນະທຳແລະ ທ່ອງທ່ຽວໄດ້ ມີຄຳສັ່ງໃຫ້ຢຸດເຊົາລາຍການໂທລະສັບເຂົ້າໄປໂອ້ລົມກ່ຽວກັບຂ່າວຕ່າງໆທາງ ວິທະຍຸ ຊຶ່ງລາຍການທີ່ວ່ານີ້ໄດ້ຮັບຄວາມນິຍົມຈາກປະຊາຊົນຫລາຍຍ້ອນພວກທີ່ໂທເຂົ້າໄປ ແມ່ນພາກັນຈົ່ມທຸກກ່ຽວກັບການຍາດແຍ່ງເອົາດິນ ແລະການສໍ້ລາດບັງຫຼວງ.

ລາຍງານ ເວົ້າວ່າ ນັກໂທດຈິດສຳນຶກ ທອງປະເສີດ ເກື້ອກູນ ບົວວັນ ຈັນມະນີວົງ ແລະແສງ ອາລຸນ ແພງພັນຍັງຖືກຄຸມຂັງຢູ່ຕໍ່ມາ ທັງໆທີ່ເຈົ້າໜ້າທີ່ໄດ້ກ່າວອ້າງໃນເດືອນກັນຍາປີ 2011 ວ່າ 2 ຄົນ ໃນຈຳນວນນີ້ ອາດຈະຖືກປ່ອຍ ໃຫ້ເປັນອິດສະຫຼະ. ພວກເຂົາເຈົ້າໄດ້ຖືກຈັບ ໃນ ເດືອນຕຸລາປີ 1999 ຍ້ອນພະຍາຍາມຈັດການໂຮມຊຸມນຸມປະທ້ວງຢ່າງສັນຕິ.

ສ່ວນທ້າວ Moua ແລະ ທ້າວ Pa Fue Khang ຊຶ່ງເປັນນັກໂທດການເມືອງເຜົ່າມົ້ງ ໄດ້ຖືກ ຫຼຸດຜ່ອນໂທດໃຫ້ 9 ເດືອນຈາກໂທດຈຳຄຸກ 12 ແລະ 15 ປີຕາມລຳດັບ. ພວກເຂົາເຈົ້າຖືກ ຈັບ ໃນປີ 2003 ຍ້ອນໄດ້ຊ່ອຍພວກນັກຂ່າວຕ່າງປະເທດ ເກັບກຳຂ່າວກ່ຽວກັບຊາວມົ້ງ ທີ່ ຫຼົບລີ້ຢູ່ໃນປ່າດົງ ທາງພາກເໜືອຂອງລາວ.

ລາຍງານຂອງອົງການນິລະໂທດກຳສາກົນ ເວົ້າວ່າ ທ່າມກາງຄວາມວິຕົກກັງວົນກ່ຽວກັບບັນ ຫາຂັດແຍ້ງເລື່ອງດິນທີ່ມີເພີ້ມຂຶ້ນນັ້ນໃນເດືອນມິຖຸນາປີກາຍເຈົ້າໜ້າທີ່ລາວໄດ້ປະກາດໂຈະ ການໃຫ້ສຳປະທານໃໝ່ ກ່ຽວກັບການລົງທຶນໃນດ້ານບໍ່ແຮ່ແລະເຮັດສວນຢາງ ຍ້ອນຜົນກະ ທົບຕໍ່ສິ່ງແວດລ້ອມແລະຄວາມເປັນຫ່ວງດ້ານສັງຄົມ. ໃນເດືອນມິຖຸນາມີຊາວບ້ານ 8 ຄົນຖືກ ຈັບ ຍ້ອນພາກັນຍື່ນໜັງສືຮ້ອງຮຽນຕໍ່ເຈົ້າໜ້າທີ່ ເນື່ອງຈາກມີບັນຫາຂັດແຍ້ງ ກັບບໍລິສັດເຮັດ ສວນຢາງຫວຽດນາມທີ່ແຂວງເຊກອງ. ພວກເຂົາເຈົ້າຖືກປ່ອຍໂຕໄປຫລັງຈາກຖືກກັກໂຕໄວ້ ສາມສີ່ມື້.

ອີກໂຕຢ່າງນຶ່ງ ຂອງການຈໍາກັດຮັດແຄບ ສິດເສລີພາບໃນການປາກເວົ້ານັ້ນ ອົງການນິລະ ໂທດກຳສາກົນ ໄດ້ກ່າວເຖິງການຫາຍໂຕໄປ ຂອງທ່ານສົມບັດ ສົມພອນ ນັກສັງຄົມພົນລະ ເຮືອນທີ່ມີຊື່ສຽງ ຍ້ອນວຽກງານສົ່ງເສີມການສຶກສາ ແລະ ການພັດທະນາແບບຍືນຍົງ ທີ່ໄດ້ ຖືກນຳໂຕໄປຈາກລົດຈິບຂອງທ່ານໂດຍກຸ່ມຄົນທີ່ບໍ່ຮູ້ວ່າເປັນຝ່າຍໃດ ຫຼັງຈາກຖືກຕຳຫຼວດ ຢຸດລົດຢູ່ນະຄອນຫລວງວຽງຈັນ. ທ່ານເປັນຜູ້ຊ່ອຍໃນການຈັດກອງປະຊຸມລະຫວ່າງປະຊາ ຊົນຕໍ່ປະຊາຊົນຂອງເອເຊຍ-ຢູໂຣບ ທີ່ນະຄອນວຽງຈັນ ໃນເດືອນຕຸລາ ປີກາຍນີ້.

ເບິ່ງວີດິໂອ ກ່ຽວກັບລາຍງານຂອງອົງການ ນີລະໂທດກໍາສາກົນ ທີ່ເພ່ງເລັງໃສ່
ວິກິດການອົບພະຍົບຢູ່ໃນທົ່ວໂລກ ແລະອໍານາດຂອງອິນເຕີແນັດ:


Amnesty Report Focuses on Refugees, Power of Internet
please wait

No media source currently available

0:00 0:02:35 0:00
ລິງໂດຍກົງ

Links

XS
SM
MD
LG