ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ຈະເປັນເຈົ້າພາບ ຕ້ອນຮັບ ປ. ປະເທດຈີນ ທີ່ທຳນຽບຂາວ


ປະທານປະເທດຈີນ ທ່ານ Xi Jinping
ປະທານປະເທດຈີນ ທ່ານ Xi Jinping

ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ​ຈະເດີນທາງ​ມາ​ຢ້ຽມ
ຢາມສະຫະລັດ ​ຢ່າງ​ເປັນ​ທາງ​ການເທຶ່ອທຳ​ອິດ​ ໃນ​ອາທິດ​ໜ້າ
ນີ້ ຊຶ່ງຖະ​ແຫ​ລງການ​ ຂອງທຳ ນຽບຂາວ ​ໄດ້ໃຫ້ການຢືນຢັນ​ໃນ
​ວັນ​ອັງຄານ​ວານ​ນີ້ ໃນການເດີນທາງ​ທີ່​ມີ​ຂື້ນ​ໃນ​ເວລາທີ່ການບໍ່
ລົງຮອຍກັນພວມເພີ້ມທະວີຂຶ້ນລະຫວ່າງວໍ​ຊິ​ງຕັນແລະ​ປັກ​ກິ່ງ.

ປະທານາທິບໍດີ Barack Obama “ຈະ​ເປັນ​ເຈົ້າພາບ​ຕ້ອນຮັບ
ທ່ານ Xi Jinping ປະທານ​ປະ​ເທດຂອງສາທາລະນະລັດປະຊາ
ຊົນ​ຈີນຢູ່​ທີ່​ທຳນຽບຂາວ ​ໃນ​ການ​ມາ​ຢ້ຽມຢາມຢ່າງ​ເປັນ​ທາງ​ການ
​ໃນ​ວັນ​ທີ 25 ​ເດືອນ​ກັນຍາປີ 2015” ​ອີງ​ຕາມຖະ​ແຫລ​ງການ ​ໃນ​
ວັນ​ອັງຄານ​ວານ​ນີ້​.

ຖະ​ແຫລ​ງການ​ກ່າວ​ວ່າ ການ​ຢ້ຽມຢາມ​ທີ່​ມີ​ກຽດນີ້ ຊຶ່ງ​ມີຂຶ້ນຫລັງ​ຈາກ​ການເດີນ ທາງໄປ
ຢ້ຽມຢາມປັກ​ກິ່ງ ຂອງ​ທ່ານ Obama ​ໃນ​ເດືອນ​ພະຈິກ ຈະ​ຮວມ​ທັງ​ການ​ງານລ້ຽງ​ອາຫານ
​ຄຳ ທີ່​ຫລູຫລາ ຢູ່​ທຳນຽບຂາວ ຊຶ່ງຈະມີການເຂົ້າຮ່ວມ ໂດຍສະຕີ​ໝາຍ​ເລກ​ນຶ່ງ​ຂອງ​ຜູ້ນຳ​
ທັງ​ສອງ.

ຜູ້ໂຈມຕີຄອມພິວເຕີ ຄົນນຶ່ງ ທີບໍ່ປາດຖະໜາບອກຊຶື່ ທີ່ນະຄອນໄທເປ
ຜູ້ໂຈມຕີຄອມພິວເຕີ ຄົນນຶ່ງ ທີບໍ່ປາດຖະໜາບອກຊຶື່ ທີ່ນະຄອນໄທເປ

ຖະ​ແຫລ​ງການ​ກ່າວ​ເພີ້​ມອີກ​ວ່າ ການ​ຢ້ຽມຢາມ​ໄດ້​ສະ​ເໜີ​ໃຫ້​ໂອກາດ “​ເພື່ອ​ຂະຫຍາຍ
ການ​ຮ່ວມ​ມື ສະຫະລັດກັບຈີນ ຢູ່​ໃນ​ຫລາຍ​ລະດັບຂອງ​ໂລກ ຂົງ​ເຂດ ​ແລະ​ບັນຫາສອງ​
ຝ່າຍ ​ທີ່ມີຜົນ​ປະ​ໂຫຍ​ດຮ່ວມກັນ ​ໃນ​ຂະນະ​ດຽວກັນກໍ​ຍັງ​ເຮັດ​ໃຫ້ປະທານາທິບໍດີ Oba-
ma ແລະ ປະທານ​ປະ​ເທດ Xi ກ່າວເຖິງຂົງ​ເຂດທີ່​ທັງ ສອງຝ່າຍຍັງບໍ່​ເຫັນ​ດີ ​ໃນທາງທີ່
ສ້າງສັນ.”

ຫວ່າງມໍ່​ໆ​ມາ​ນີ້ ​ບັນດາຂົງເຂດທີ່​ບໍ່​ເຫັນ​ພ້ອມ​ກັນນັ້ນ ​ໄດ້​ເປັນໄພຂົ່ມຂູ່ທີ່ຈະບົດບັງຂົງເຂດ
ທີ່ມີ​ການ​ຮ່ວມ​ມື​ກັນ.

​ ນຶ່ງໃນນັ້ນກໍຄວາມເຄັ່ງຕຶງໃນ​ອັນ​ທີ່ເຈົ້າ​ໜ້າ​ທີ່ສະຫະລັດຮ້ອງ​ວ່າ ການ​ໂຈມ​ຕີ​ທາງອິນ​ເຕີ
​ແນັດ​ຂອງ​ຈີນ ​ໃສ່ເປົ້າໝາຍຂອງລັດຖະບານອາ​ເມຣິກັນ ​ແລະ​ ທຸລະ​ກິດ​ຕ່າງໆ.

ທ່ານ Obama ໃນອາທິດ​ແລ້ວ​ນີ້ ​ໄດ້​ຮ້ອງ​ການ​ໂຈມ​ຕີ​ທາງທາງອິນ​ເຕີ​ແນັດ ວ່າ “​ເປັນ​ທີ່
ຮັບ​ບໍ່​ໄດ້.”

ທ່ານ Obama ກ່າວ​ວ່າ “​ເກີດ​ມີ​ຈຸດ​ທີ່​ພວກ​ເຮົາ​ພິຈາລະນາ​ວ່າ ເປັນຈຸດ​ສູນ​ກາງ​ຂົ່ມຂູ່ຕໍ່
​ຄວາມ​ໝັ້ນ​ຄົງຂອງ​ປະ​ເທດ ​ແລະ​ພວກ​ເຮົາ​ຈະປະຕິບັດ​ດັ່ງ​ທີ່​ວ່າ ຜູ້​ໃດໄດ້​ກ່າວ​ວ່າ ປັກ​ກິ່ງ
ຈະ​ເສຍ​ໃຈ​ທີ່​ເຮັດ​ເລື້ອງ​ດັ່ງກ່າວ​ວ່າ “​ເປັນຂົງ​ເຂດຂອງ​ການ​ແຂ່ງ​ຂັນ​ກັນ.”

XS
SM
MD
LG