ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່າມກາງ ການຂົ່ມຂູ່ ຈາກ ລັດອິສລາມ ມີການຮັກສາ ຄວາມປອດໄພ ຢ່າງເຄັ່ງຄັດ ຂຶ້ນຢູ່ ກອງປະຊຸມ ສຸດຍອດ ໃນ ເທິກີ


ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ກ່າວຕໍ່ ບັນດານັກຂ່າວ ກ່ອນໜ້າກອງປະຊຸມສຸດຍອດ G-20 ທີ່ນະຄອນ Antalya ປະເທດເທີກີ.
ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ກ່າວຕໍ່ ບັນດານັກຂ່າວ ກ່ອນໜ້າກອງປະຊຸມສຸດຍອດ G-20 ທີ່ນະຄອນ Antalya ປະເທດເທີກີ.

ໃນທ່າມກາງການນາບຂູ່ຈາກພວກຫົວຮຸນແຮງລັດອິສລາມຢູ່ນີ້​ເທີກີກໍໄດ້ເອົາມາຕການຮັກສາຄວາມປອດໄພຢ່າງໃຫຍ່ສຳລັບ
ພວກຜູ້ນຳປະເທດຕ່າງໃນກອງປະຊຸມຈີຊາວຢູ່ໃນເືອງແຄມທະ
ເລອັນຕາລາໃນວັນອາທິດມື້ອື່ນ.

ທ່ານ ອາລີ ອາແກລ ນັກວິເຄາະດ້ານການເມືອງໄດ້ບອກ ວີໂອເອ
ວ່າ ການທີ່ພວກຕຳຫຼວດເອົາມາຕການເຂັ່ງຄັດລະມັດລະວັງສຳ
ລັບກອງປະຊຸມສຸດຍອດນີ້ແມ່ນຢ່າງໜ້ອຍກໍເປັນການເອົາສຸດຂີດ
ຂອງເຂົາເຈົ້າ.

ມີທະຫານແລະຕຳຫຼວດປະມານ​ 12 ພັນຄົນອອກໄປປະຈຳການ
ຢູ່. ທາງການທະຫານເທີກີເວົ້າວ່າເວນຍາມທາງອາກາດຕລອດ​ 24​ ຊົ່ວໂມງເພື່ອປ້ອງ
ກັນການໂຈມຕີດ້ວຍລູກສອນໄຟຫຼືໂດຣນ ທີ່ອາດມີຂຶ້ນ.

ການເຕົ້າໂຣມກັນຢູ່ອ່າວເຣັກນຳ ກາຮິອາ ແລະຮິສອດ ສະປາ ແລະສູນກາງທີ່ປະຊຸມນີ້
ຈະນຳເອົາຜູ້ແທນແລະເຈົ້າໜ້າທີ່ມາປະມານ 13 ພັນຄົນຈາກພວກປະເທດສະມາຊິກ ຊ່ຶງລວມທັງ ສຫຮ ນຳ ປະກອບດ້ວຍ ປ. ໂອບາມາ​ ປ.​ວລາດິເມຍ ພູຕິນແຫ່ງລັດເຊຍ ແລະຜູ້ນຳອື່ນໆຂອງໂລກ.

ທຽບນຽບຂາວກ່າວໃນສັປດານີ້ວ່າການຕໍ່ສູ້ກັບພວກລັດອິສລາມຈະເປັນຫົວຂໍ້ສຳຄັນ
ອັນດັບນຶ່ງຂອງກອງປະຊຸມດັ່ງກ່າວ.

XS
SM
MD
LG