ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຄິ່ງນຶ່ງ ຂອງ ຊາວອາເມຣິກັນ ຍັງສົງໄສ ຕໍ່ການແກ້ໄຂ ທາງການທູດ ຢູ່ຊີເຣຍ


ແຜນທີ່ຊີເຣຍ
ແຜນທີ່ຊີເຣຍ
ການ​ຢັ່ງ​ຫາງ​ສຽງ​ຢູ່​ໃນສະຫະລັດ ກ່ຽວກັບ​ວ່າ ການ​ພະຍາ
ຍາມ​ທາງ​ດ້ານ​ການ​ທູດ ທີ່​ຈະ​ທັບ​ມ້າງອາວຸດ​ເຄມີຂອງຊີ​ເຣຍ
ຈະ​ເປັນ​ຜົນ​ສໍາ​ເລັດ​ຫລື​ບໍ່​ນັ້ນ ​ສ​ະ​ແດງ​ໃຫ້​ເຫັນວ່າ ຊາວ​ອາ​ເມ
ຣິກັນ ແບ່ງກັນ​ເຄິ່ງຕໍ່​ເຄິ່ງ.

ການ​ຢັ່ງ​ສຽງຂອງ​ອົງການ Gallup ​ທີ່​ນຳ​ອອກເຜີຍ​ແຜ່ ໃນ
​ວັນ​ສຸກ​ມື້ວານ​ນີ້ ​ສະ​ແດງ​ໃຫ້​ເຫັນ​ວ່າ 45 ​ເປີ​ເຊັນ​ຂອງຊາວ
​ອາ​ເມຣິກັນຢ່າງ​ໜ້ອຍ​ພາກັນ​ຄິດໄປ​ໃນ​ແງ່​ດີກ່ຽວກັບ​ແຜນ
​ດັ່ງກ່າວແລະອີກ 44 ​ເປີ​ເຊັນກ່າວ​ວ່າ ​ເຂົາ​ເຈົ້າ​ສົງໄສ​ທີ່​ວ່າ
​ມັນ​ຈະເປັນ​ຜົນສໍາ​ເລັດ.

ການ​ສໍາ​ຫລວດ​ນີ້ ​ໄດ້​ຖາມ​ກ່ຽວ​ກັບ​ທັດສະນະ​ຄວາມ​ເຫັນ​
ຂອງ​ຜູ້​ຕອບເຖິງ “​ແຜນ​ຂອງຣັດ​ເຊຍ ​ໃນ​ການ​ມອບ​ອາວຸ​ດ
​ເຄມີຂອງ​ຊີ​ເຣຍ.” ການ​ຢັ່ງ​ສຽງ​ນີ້ໄດ້​ຈັດ​ໃຫ້​ມີ​ຂຶ້ນ ​ໃນ​ລະຍະ​
ສອງ​ມື້​ຫຼັງຈາກ ການ​ກ່າວ​ຄໍາ​ປາໄສຂອງປະທານາທິບໍດີ
Barack Obama ຕໍ່​ປະ​ເທດ​ຊາດ ໃນ​ອາທິດ​ນີ້ ​ໃນອັນ​ທີ່​
ທ່ານ​ກ່າວ​ວ່າ ການ​ປະຕິບັດ ງານ​ທາງທະຫານ​ຂອງສະຫະລັດ ຕໍ່ຊິເຣຍນັ້ນ​ຍັງ​ເປັນ​ໄປ​ໄດ້ຢູ່ ​ແຕ່ກໍ​ໃຫ້ການເນັ້ນ​ໜັກ​ຕໍ່ການພະຍາຍາມ​ທີ່​ຈະ​ບັນລຸ​ການ​ແກ້​ໄຂ ທາງ​ດ້ານການ​ທູດ.

ການ​ສໍາ​ຫລວດ ​ສະ​ແດງ​ໃຫ້​ເຫັນວ່າ ຊາວ​ອາ​ເມຣິກັນ​ໃນ​ຂອບ​ເຂດທີ່​ກວ້າງຂວາງ​ຫຼາຍ
ຂຶ້ນ ຄັດ​ຄ້ານ​ຕໍ່​ການ​ໃຊ້​ກໍາລັງ​ທະຫານ ​ໃດໆ​ກໍ​ຕາມຕໍ່ຊີ​ເຣຍ ຄື 62 ​ເປີເຊັນ​ໃນອາທິດ​ນີ້ ປຽບທຽບໃສ່ 53 ​ເປີ​ເຊັນ ​ເມື່ອ​ແປດ​ມື້ກ່ອນ.
XS
SM
MD
LG