ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອາເມຣິກັນ ສອງຄົນ ຊ່ວຍ​ປົດ​ອາວຸດ ຜູ້​ໂຈມ​ຕີ ​ຢູ່​ເທິງ​ລົດ​​ໄຟ ທີ່ປະເທດຝຣັ່ງ


ບັນດາເຈົ້າໜ້າທີ່ຕຳຫລວດ ກຳລັງສືບສວນຢູ່ ສະຖານີລົດໄຟ Arras ໃນພາກເໜືອຂອງປະເທດຝຣັ່ງ.
ບັນດາເຈົ້າໜ້າທີ່ຕຳຫລວດ ກຳລັງສືບສວນຢູ່ ສະຖານີລົດໄຟ Arras ໃນພາກເໜືອຂອງປະເທດຝຣັ່ງ.

ມື​ປືນ​ຄົນ​ໜຶ່ງ ​ເປີດ​ສາກຍິງ ຢູ່​ເທິງ​ລົດໄຟ ທີ່ກຳລັງ​ເດີນທາງ​ຈາກ
ນະຄອນ Armsterdam ​ໄປ​ຫາ Paris ​ໃນ​ວັນ​ສຸ​ກວານ​ນີ້ ທີ່ເຮັດ
ໃຫ້ມີ​ຜູ້​ໄດ້​ຮັບ​ບາດເຈັບ​ສາມ​ຄົນ ກ່ອນ​ທີ່​ຈະຖືກພວກ​ຜູ້​ໂດຍສານ
​ຮວມທັງທະຫານ​ອາ​ເມຣິກັນ ສອງ​ຄົນ ເຂົ້າຈັບໂຕຜູ້ກ່ຽວໄວ້.

ບັນດາ​ເຈົ້າ​ໜ້າ​ທີ່​ຝຣັ່ງ ກ່າວ​ວ່າ ຈຸດປະສົງ​ຂອງ​ມື​ປືນຍັງ​ບໍ່​ເປັນ
​ທີ່​ຊາບ​ໄດ້ ​ແຕ່​ກໍກ່າວວ່າ ຕຳຫຼວດຕໍ່​ຕ້ານການ​ກໍ່​ການ​ຮ້າຍເປັນ
ຜູ້ກຳກັບນຳ​ ການ​ສືບສວນດັ່ງ ກ່າວ. ຕຳຫລວດ​ໄດ້ລະບຸໂຕ​ຜູ້​
ຊາຍ​ຄົນ​ນີ້ວ່າ ມີ​ອາຍຸ 26 ປີເປັນ​ຊາວ​ມາຣົກ​ໂດຍກຳເນີດແລະ
​ກ່າວ​ວ່າ ລາວມີປືນ AK-47 ເປັນອາວຸດ ພ້ອມປືນ​ສັ້ນ ໜຶ່ງ​ກະ
ບອກ ​ແລະ​ມີດປາດແກັດ ຫລື​ມີດອື່ນໆອີກ.

ລັດຖະມົນຕີກະຊວງ​ພາຍ​ໃນຝຣັ່ງ ທ່ານ Bernard Cazeneuve ກ່າວ​ວ່າ ຜູ້​ຕ້​ອງສົງ​ໄສ​
ໄດ້​ຖື​ກຈັບຢູ່ສະຖານີ​ລົດ​ໄຟ​ໃນ​ເມືອງ Arras ທາງພາກ​ເໜືອ​ຂອງຝຣັ່ງບ່ອນ​ທີ່​ລົດ​ໄຟໄດ້​
ຖືກ​ສົ່ງ​ໄປ ຫລັງ​ຈາກ​ໄດ້​ປ່ຽນ​ເສັ້ນທາງ.

ທ່ານ Cazeneuve ​ໄດ້​ກ່າວ​ຢູ່​ກອງ​ປະຊຸ​ມນັກ​ຂ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ຊາວອາ​ເມຣິກັນ
ສອງ​ຄົນ​ ໄດ້​ຊ່ວຍ​ປົດ​ອາວຸດ ຜູ້​ທຳ​ການ​ໂຈມ​ຕີ ​ແລະຄົນ​ໜຶ່ງ​ໃນນັ້ນໄດ້​ຮັບ​ບາດ​ເຈັບ ຊຶ່ງ​ທ່ານ​ໄດ້​ກ່າວວ່າ “ຖ້າປາດ​ສະ​ຈາກ ​ຄວາມ​ກ້າຫານ​ຂອງ​ເຂົາ​ເຈົ້າແລ້ວ ​ພວກ​ເຮົາແນ່ນອນ​ວ່າ​ ຈະຕ້ອງ​ໄດ້​ປະ​ເຊີນ​ໜ້າ​ກັບ​ໂສກ​ນາດຕະ ກຳທີ່​ຮ້າຍ​ແຮງ.”

ທ້າວ Anthony Sadler ນັກ​ສຶກສາ ສະຫະລັດ ຄົນ​ໜຶ່ງ ກ່າວ​ວ່າ ລາວ ແລະ​ໝູ່​ຂອງ​ລາວ
​ສອງ​ຄົນ ​ທີ່​ເປັນທະຫານສະຫະລັດ ​ໄດ້ເອົາ​ຊະນະຜູ້ທຳ​ການ​ໂຈມ​ຕີ​ແລະ​ຊ່ວຍ​ເຫລືອ​ບຸກ
ຄົນອື່ນໆ​ທີ່​ໄດ້​ຮັບ​ບາດ​ເຈັບ.

France Train Attack
please wait
Embed

No media source currently available

0:00 0:01:59 0:00

XS
SM
MD
LG