ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ພະນັກງານຊ່ອຍເຫຼືອ ອາເມຣິກັນ 10 ຄົນ ທີ່ຢ້ານວ່າ ໄດ້ຕິດເຊຶ້ອອີໂບລາ ກຳລັງ ເດີນທາງ ກັບຈາກ Sierra Leone


ຮູບພາບໂຮງໝໍ Emory University Hospital ທີ່ນະຄອນແອັດແລນຕາ ລັດຈໍເຈຍ.
ຮູບພາບໂຮງໝໍ Emory University Hospital ທີ່ນະຄອນແອັດແລນຕາ ລັດຈໍເຈຍ.

ພວກ​ພະນັກງານ​ຊ່ອຍ​ເຫຼືອ ສະຫະລັດ 10 ຄົນ​ທີ່​ອາດ​ໄດ້​ຕິດ​
ເຊື້ອ​ໄວຣັສອີ​ໂບລາ​ໃນ Sierra Leone ກຳລັງ​ຖືກ​ອົບ​ພະຍົບ
ກັບ​ຄືນ​ມາ​ຍັງ​ສະຫະລັດ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ພວກ
​ບຸກຄົນເຫຼົ່າ​ນີ້​ຈະ​ຖືກ​ນຳ​ໄປ​ຮັກສາ​ໂຕ​ທີ່​ສູນ​ການ​ແພດ​ມະຫາ​
ວິທະຍາໄລ​ລັດ Nebraska ແລະ​ສະ​ຖາ​ບັນ​ສຸຂະພາບ​ແຫ່ງ​
ຊາດ ​ໃນ​ລັດ Maryland ຫຼື​ທີ່​ໂຮງໝໍ Emory University ​
ໃນ​ນະຄອນແອັດ​ແລນ​ຕາ ລັດ Georgia ຊຶ່ງ ທັງ 3 ​ແຫ່ງ​ນີ້​
ເຄີ​ຍທຳ​ການ​ປິ່ນປົວ ​ພວກ​ຄົນ​ໄຂ້​ທີ່​ຕິດ​ເຊື້ອໄວຣັສນີ້ມາ​ແລ້ວ​.

​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ພະນັກງານ​ຊ່ອຍ​ເຫຼືອ​ສະຫະລັດ​ຄົນ​ນຶ່ງທີ່ຖືກ​ກວດ​ເຫັນ​ວ່າ​ຕິດ​ເຊື້ອ​ໄວຣັສດັ່ງກ່າວ ໃນ​ຂະນະ​ທີ່​ເຮັດ​ວຽກ​ທີ່ Sierra Leone ໄດ້​ເດີນທາງ​ມາ​ຮອດສະ​ຖາ​ບັນ​ສຸຂະພາບແຫ່ງ​ຊາດ ຫຼື NIH ​ເພື່ອ​ຮັບການ​ປິ່ນປົວ.

Ebola
please wait
Embed

No media source currently available

0:00 0:00:22 0:00

​ໃນ​ບັນດາ​ພະນັກງານຊ່ອຍ​ເຫຼືອ 10 ຄົນ​ນີ້ ຍັງບໍ່​ມີ​ຜູ້​ໃດສະ​ແດງ​ອາການ​ຂອງ​ການ​ຕິດ
​ເຊື້ອ​ໄວຣັສອີ​ໂບລາ​.

​ເຊື້ອ​ໄວຣັສທີ່ອັນຕະລາຍ​ເຖິງ​ຕາຍນີ້ ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວ ປະມານ 10 ພັນ​ຄົນ​
ໃນ ​ບັນດາ​ປະ​ເທດ​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ ອັນ​ມີ Sierra Leone, ​ໄລ​ບີ​ເຣຍ ​ແລະ​ກີ​ນີ. ຢ່າງ​ໜ້ອຍ​ມີ​ 24 ພັນ 340ຄົນ ​ໄດ້​ຕິດ​ເຊື້ອ​ອີ​ໂບລາ ນັບ​ແຕ່​ເຊື້ອ​ພະຍາດ​ດັ່ງກ່າວ​ໄດ້​ເລີ້ມ​ລະບາດ​ຂຶ້ນ​ໃນ​ອາ​ຟຣິກາ​ຕາ​ເວັນ​ ຕົກ ໃນ​ເດືອນ​ທັນວາ​ປີ 2013 ​ເປັນ​ຕົ້ນ​ມາ.

ວີດີໂອ: ອາທິດແລ້ວນີ້ ແມ່ນສັບປະດາລະນຶກເຖິງພວກເສຍຊີວິດ ຍ້ອນອີໂບລາ ຢູ່ປະເທດໄລບີເຣຍ:

Liberia Decoration Day Brings Back Dark Memories of Ebola
please wait

No media source currently available

0:00 0:02:39 0:00

XS
SM
MD
LG