ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວອາເມຣິກັນ ຖົກຖຽງກັນ ກ່ຽວກັບກົດໝາຍ ວ່າດ້ວຍ ອິດສະຫຼະພາບ ດ້ານສາສະໜາ


Americans Clash Over Religious-Freedom Laws
please wait

No media source currently available

0:00 0:03:06 0:00

ທ່າມກາງຄວາມກົດດັນ ທີ່ເພີ້ມທະວີຂຶ້ນ ບັນດາສະມາຊິກສະພາ
ຂອງລັດ Indiana ແລະ Arkansas ໄດ້ພາກັນດັດແກ້ກົດໝາຍ
ວ່າດ້ວຍອິດສະຫລະພາບ ໃນການເຊື່ອຖືສາສະໜາຂອງລັດທັງ
ສອງ ທີ່ເປັນບັນຫາໂຕ້ແຍ້ງຊຶ່ງພວກຕຳໜິຕິຕຽນກ່າວວ່າມັນເປັນ
ກົດໝາຍ ຕໍ່ຕ້ານພວກຮັກຮ່ວມເພດນັ້ນ. ດັ່ງທີ່ ຜູ້ສື່ຂ່າວວີໂອເອ
Chris Simkins ລາຍງານມາ ມາດຕະການດັ່ງກ່າວນີ້ ໄດ້ກາຍ
ເປັນຈຸດເພັ່ງເລັງ ຢູ່ໃນທົ່ວປະເທດ ກ່ຽວກັບການແບ່ງແຍກທາງ
ດ້ານວັດທະນະທຳ ລະຫວ່າງ ສອງພັກການເມືອງໃຫຍ່ ຂອງສະ
ຫະລັດໃນຂະນະທີ່ກໍ່ໃຫ້ເກີດ ການອະພິປາຍກັນຢ່າງຟົດເດືອດ
ລະຫວ່າງພວກຫົວເສລີ ແລະພວກນິຍົມແນວທາງເດີມ.

ພວກປະທ້ວງທີ່ລັດ Indiana ຮຽກຮ້ອງໃຫ້ສະມາຊິກສະພາຍົກເລີກກົດໝາຍວ່າດ້ວຍອິດ ສະຫຼະພາບໃນການເຊື່ອຖືສາສະໜາ ທີ່ເປັນບັນຫາໂຕ້ແຍ້ງ ທີ່ພວກຄັດຄ້ານ ເວົ້າວ່າ ຈຳ ແນກກີດກັນຕໍ່ພວກລູກຄ້າຜູ້ຊາຍແລະແມ່ຍິງທີ່ຮັກຮ່ວມເພດ. ນາງ Crystal O’Connor ເປັນເຈົ້າຂອງຮ້ານຂາຍ pizza ແຫ່ງນຶ່ງ ແລະເວົ້າວ່າ ກົດໝາຍນີ້ຄຸ້ມຄອງການຈັດຕັ້ງທີ່ບໍ່ ໃຫ້ການສະໜັບສະໜຸນຕໍ່ແຕ່ງງານ ລະຫວ່າງພວກຮັກຮ່ວມເພດ.

ນາງເວົ້າວ່າ ຖ້າພວກຮັກຮ່ວມເພດຄູ່ນຶ່ງຫາກເຂົ້າມາໃນຮ້ານແລະເຂົາເຈົ້າຕ້ອງການທຸລະ ກິດຂອງພວກເຮົາສະໜອງ pizza ໃຫ້ພວກເຂົາເຈົ້າສຳຫລັບການແຕ່ງງານນັ້ນ ພວກເຮົາ ກໍຈະຕອບວ່າ ບໍ່.

ບັນຫາໂຕ້ແຍ້ງດັ່ງກ່າວນີ້ໄດ້ກາຍເປັນການອະພິປາຍແຫ່ງຊາດຫລັງຈາກບັນດາຜູ້ທີ່ຄາດ ຫວັງວ່າ ຈະໄດ້ເປັນຜູ້ສະໝັກປະທານາທິບໍດີຂອງພັກຣີພັບບລີກັນສ່ວນໃຫຍ່ ໃຫ້ການສະ ໜັບສະໜຸນຕໍ່ອັນທີ່ລັດ Indiana ເອີ້ນວ່າ ກົດໝາຍຟື້ນຟູ ອິດສະຫຼະພາບ ໃນການນັບຖື ສາສະໜານັ້ນ. ຜູ້ປົກຄອງລັດ Mike Pence ໄດ້ກ່າວປ້ອງກັນກົດໝາຍນີ້ຊຶ່ງອຳນວຍພື້ນ ຖານທາງດ້ານກົດໝາຍ ໃຫ້ແກ່ສ່ວນບຸກຄົນແລະທຸລະກິດຕ່າງໆ ປ້ອງກັນຕົນເອງຕໍ່ການ ກ່າວອ້າງໃນການຈຳແນກກີດກັນນັ້ນ.

ທ່ານ Pence ກ່າວວ່າ "ກົດໝາຍ ວ່າດ້ວຍການຟື້ນຟູອິດສະຫຼະພາບ ໃນການເຊື່ອຖືສາ ສະໜາ ແມ່ນກ່ຽວກັບເສລີພາບໃນດ້ານສາສະໜາບໍ່ແມ່ນກ່ຽວກັບການຈຳແນກກີດກັນ."

XS
SM
MD
LG