ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະຊາຊົນ ອາເມຣິກັນ ຂັດແຍ້ງກັນ ກ່ຽວກັບ ບັນຫາ ການເຮັດແທ້ງລູກ


Americans Clash on Abortion Issues
please wait

No media source currently available

0:00 0:02:05 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້.

ພວກຜູ້ສະໜັບສະໜູນ ສິດທິໃນການເຮັດແທ້ງລູກ ໄດ້ສະແດງຄວາມຊົມເຊີຍ ຕໍ່ການຕັດ ສິນຂອງສານສູງສູດ ໃນວັນຈັນທີ່ຜ່ານມານີ້ເພື່ອປະກາດເປັນໂມຄະ ກົດລະບຽບອັນເຂັ້ມງວດ ທີ່ເຮັດໃຫ້ຂັ້ນຕອນການເຮັດແທ້ງນັ້ນ ຍາກທີ່ຈະເຮັດ ໄດ້ໃນລັດ Texas ເຊິ່ງເປັນລັດ ທີ່ມີປະຊາກອນທີ່ໜາແໜ້ນທີ່ສຸດເປັນ ອັນດັບ 2 ໃນສະຫະລັດ. ການເຮັດແທ້ງລູກແມ່ນ ຖືກຕ້ອງຕາມກົດໝາຍໃນສະຫະລັດ ແຕ່ບາງລັດໄດ້ອອກກົດລະບຽບທີ່ເພັ່ງເລັງໃສ່ການ ບໍ່ສະໜັບສະໜູນໃນການ ກະທຳດັ່ງກ່າວ. ນັກຂ່າວ Zlatica Hoke ມີລາຍງານເພີ່ມເຕີມ ເຊິ່ງ ພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານ.

ພວກສະໜັບສະໜູນສິດທິໃນການເຮັດແທ້ງລູກ ຫລືພວກສະໜັບສະໜູນ ທາງເລືອກທີ່ເຕົ້າໂຮມກັນໃນນະຄອນຫຼວງ ວໍຊິງຕັນ ໃນວັນຈັນທີ່ຜ່ານມາໄດ້ມີ ເຫດຜົນທີ່ຈະສະເຫຼີມ ສະຫຼອງນຳກັນ. ສານສູງສຸດຂອງ ສະຫະລັດ ໄດ້ເຫັນ ພ້ອມກັບຄລີນິກໃນລັດ Texas ໃນ ການໂຕ້ຖຽງວ່າ ເປົ້າໝາຍຂອງບັນດາ ນັກການເມືອງ ຫົວອະນຸລັກນິຍົມຂອງລັດ ແມ່ນ ຢາກໃຫ້ເຂົາເຈົ້າຖືກປິດ.

ທ່ານນາງ Amy Hagstrom Miller ຈາກອົງການ Whole women’s health ກ່າວວ່າ “ຫຼັງຈາກໄດ້ຕໍ່ສູ້ກັນມາຫຼາຍປີ ກັບພວກນັກການເມືອງທີ່ບໍ່ມີຈິດ ໃຈທີ່ຕໍ່ຕ້ານສິດທິໃນ ການເຮັດແທ້ງລູກ, ຜູ້ທີ່ເບິ່ງຄືວ່າ ຈະເຮັດທຸກໆຢ່າງ ເພື່ອເຮັດໃຫ້ການເຮັດແທ້ງລູກ ເຂົ້າເຖິງບໍ່ໄດ້, ຂ້າພະເຈົ້າຢາກໃຫ້ໝົດ ທຸກຄົນເຂົ້າໃຈວ່າ, ທ່ານບໍ່ຕ້ອງມາຫຍຸ້ງກັບແມ່ ຍິງ Texas."

ການຕັດສິນແມ່ນເບິ່ງຄືວ່າຈະບໍ່ສະໜັບສະໜູນໃຫ້ລັດອື່ນໆພະຍາຍາມ ເຮັດວິທີທີ່ຄ້າຍຄື ກັນນີ້.

ທ່ານນາງ Nancy Northup ປະທານ ແລະ ຜູ້ບໍລິຫານລະດັບສູງຂອງສູນກາງ ເພື່ອສິດ ທິການຈະເລີນພັນກ່າວວ່າ “ບໍ່ມີຄຳຖາມໃດເລີຍ, ການຕັດສິນຂອງ ສານສູງສຸດໃນມື້ ນີ້ແມ່ນຈຸດປ່ຽນແປງທີ່ມີຜົນອັນສຳຄັນ ໃນການໂຈມຕີ ຢ່າງບໍ່ລົດລະຕໍ່ສຸຂະພາບ ແລະ ສິດທິຂອງແມ່ຍິງ ທີ່ໄດ້ ມີມາໃນສະພານິຕິ ບັນຍັດຂອງລັດເປັນເວລາຫຼາຍໆປີ.”

ຜູ້ປົກຄອງລັດ Texas ທ່ານ Dan Patrick ໄດ້ປະຕິເສດຕໍ່ການກ່າວ ຫານີ້ ໂດຍກ່າວວ່າ “ທ່ານໄດ້ຍິນກ່ຽວກັບອົງການວາງແຜນຄອບຄົວ ຫຼື Planned Parenthood ແລະ ອື່ນໆ ທີ່ສະໜັບສະໜູນການເຮັດແທ້ງລູກກ່າວວ່າ ທ່ານ ຮູ້ບໍ, ຖ້າພວກເຮົາມີການອະນຸ ມັດອອກກົດໝາຍເລື້ອຍໆ, ພວກເຮົາຈະມີ ແມ່ຍິງເຮັດແທ້ງລູກຜິດກົດໝາຍ. ດັ່ງນັ້ນ, ນີ້ແມ່ນສິ່ງທີ່ສານສູງສຸດໄດ້ ອະນຸມັດໃນມື້ນີ້.”

ການຕັດສິນ 5 ຕໍ່ 3 ຂອງສານສູງສຸດ ເຊິ່ງໃນປະຈຸບັນມີສະມາຊິກທັງ ໝົດ 8 ຄົນນັ້ນແມ່ນ ຄວາມລົ້ມແຫຼວສຳລັບນັກເຄື່ອນໄຫວຕໍ່ຕ້ານສິດທິໃນການເຮັດ ແທ້ງລູກ ແລະ ກຸ່ມອື່ນໆທີ່ ຄັດຄ້ານການເຮັດແທ້ງລູກ.

ທ່ານນາງ Lisa Stover ຈາກອົງການ Student for life ໃນ ອາເມຣິກາ ກ່າວ ວ່າ “ພວກ ເຮົາເຊື່ອວ່າແມ່ຍິງຄວນໄດ້ຮັບສິ່ງທີ່ດີກວ່າການເຮັດແທ້ງລູກ. ການ ເຮັດແທ້ງລູກມັນ ແມ່ນຕົວຢ່າງທີ່ພວກເຮົາໄດ້ເຮັດຜິດພາດຕໍ່ແມ່ຍິງ. ດັ່ງນັ້ນ ຂ້າພະເຈົ້າບໍ່ພຽງແຕ່ຢາກໃຫ້ ການເຮັດແທ້ງລູກເປັນສິ່ງຜິດກົດໝາຍ, ຂ້າພະ ເຈົ້າຢາກໃຫ້ຄົນບໍ່ຄິດຫາມັນເລີຍ.”

ປະຊາຊົນ ອາເມຣິກັນ ແມ່ນແບ່ງກັນອອກເປັນສອງຝ່າຍເກືອບເຄິ່ງຕໍ່ເຄິ່ງ ກ່ຽວກັບ ບັນຫາດັ່ງກ່າວ, ແລະ ທັງສອງຝ່າຍຕ່າງກໍໄດ້ປະຕິຍານທີ່ຈະຕໍ່ສູ້ ຕໍ່ໄປ.

ທ່ານນາງ Penny Nance ຈາກອົງການ Concerned Women ສຳລັບ ອາເມ ຣິກາ ໄດ້ ກ່າວວ່າ “ລັດ Texas ໄດ້ພະຍາຍາມຫຼາຍພໍສົມຄວນ ເພື່ອໃຊ້ອຳ ນາດການປົກຄອງ ຂອງພວກເຂົາເຈົ້າປົກປ້ອງແມ່ຍິງ, ແຕ່ໂຊກບໍ່ດີສານສູງ ສຸດໄດ້ເຂົ້າຂ້າງການເຮັດແທ້ງ ລູກເປັນໃຫຍ່, ດັ່ງນັ້ນມື້ນີ້ພວກເຮົາຈຶ່ງມາຢືນ ຢູ່ທີ່ນີ້ ໃນຖານະທີ່ເປັນສະມາຊິກຂອງ ນັກເຄື່ອນໄຫວຕໍ່ຕ້ານການເຮັດແທ້ງ ລູກໂດຍກ່າວວ່າ ພວກເຮົາຈະບໍ່ຍອມແພ້.”

ນາງ Erin ເຊິ່ງເປັນຜູ້ປະທ້ວງສະໜັບສະໜູນສິດທິໃນການເຮັດແທ້ງລູກຢ່າງ ຖືກກົດໝາຍກ່າວວ່າ “ຕອນນີ້ການຕໍ່ສູ້ກໍແມ່ນເພື່ອຮັບປະກັນວ່າໝົດທຸກຄົນ, ບໍ່ວ່າຈະເປັນ ເຊື້ອຊາດໃດ, ລາຍຮັບຂອງພວກເຂົາເຈົ້າສ່ຳໃດ, ບ່ອນໃດທີ່ພວກ ເຂົາເຈົ້າອາໄສຢູ່, ແມ່ນສາມາດເຮັດແທ້ງລູກ ທີ່ປອດໄພໄດ້.”

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ສະແດງຄວາມຍິນດີຕໍ່ຄຳຕັດສິນໂດຍກ່າວ ວ່າ ມັນໄດ້ກຳຈັດ “ອຸປະສັກທີ່ບໍ່ຖືກຕ້ອງຕາມກົດລັດຖະທຳມະນູນ ໃນເສັ້ນ ທາງແຫ່ງຄວາມ ເປັນອິດສະຫຼະພາບ ກ່ຽວກັບການຈະ ເລີນພັນຂອງແມ່ຍິງ.”

Supporters of abortion rights hailed the Supreme Court decision Monday to strike down tough regulations that make the procedure hard to get in Texas, the second most populous U.S. state. Abortion is legal in the United States, but some states impose regulations aimed at discouraging the practice. Zlatica Hoke reports.

Abortion, or pro-choice, activists gathered in the nation's capital Monday had cause to celebrate.The top U.S. court sided with Texas clinics in arguing that the goal of the state's conservative politicians was to shut them down.

"After years of fighting heartless anti-choice politicians, who would seemingly stop at nothing to put abortion out of reach, I want everybody to understand: you don't mess with Texas women."

The ruling is likely to discourage other states from trying similar tactics.

"Without question, today's Supreme Court decision is a game changer in the unrelenting assault on women's health and rights that has been going on in state legislatures for years."

Texas Governor Dan Patrick rejected the accusation, saying the regulations were intended to safeguard women's health.

"You've heard Planned Parenthood and others who are for abortion say: you know, if we keep passing laws, we are going to have women in back alleys having abortions. Well, this is what the Supreme Court approved today."

The 5-3 decision of the current eight-member court was a setback for pro-life activists and other groups that oppose abortion.

"We believe women deserve better than abortion. Abortion - it's a picture that we have failed women. So I don't just want abortion to be illegal, I want it to be unthinkable."

Americans are almost equally divided on the issue, and both sides vow to continue the fight.

"Texas appropriately tried to exercise its authority to protect women, but unfortunately the Supreme Court sided with big abortion, so we stand here today as members of the pro-life movement saying that we will not give up."

"Now the fight is to make sure everyone, despite their race, their income, where they live, can have access to safe abortion."

President Barack Obama welcomed the decision, saying it removes an "unconstitutional obstacle in the path of a woman's reproductive freedom."

XS
SM
MD
LG